Homeຂ່າວພາຍ​ໃນຂົວມິດຕະພາບ ແຫ່ງທີ 3 ຄໍາມ່ວນ-ນະຄອນພະນົມ ສາມາດເກັບລາຍຮັບໄດ້ 1,113 ຕື້ກີບ, ລື່ນແຜນການ 308 ຕື້ກີບ, ເພີ່ມຂຶ້ນ 138%

ຂົວມິດຕະພາບ ແຫ່ງທີ 3 ຄໍາມ່ວນ-ນະຄອນພະນົມ ສາມາດເກັບລາຍຮັບໄດ້ 1,113 ຕື້ກີບ, ລື່ນແຜນການ 308 ຕື້ກີບ, ເພີ່ມຂຶ້ນ 138%

Published on

ທ່ານ ບຸນທະນົງສັກ ເທບພະລັກ ຫົວໜ້າດ່ານພາສີສາກົນ ຂົວມິດຕະພາບ 3 (ຄໍາມ່ວນ-ນະຄອນພະນົມ) ໄດ້ລາຍງານໃນການຈັດຕັ້ງປະຕິບັດການເກັບລາຍຮັບ ໃນປີຜ່ານມາວ່າ: ຕາມແຜນການຈັດເກັບລາຍຮັບຂອງດ່ານພາສີສາກົນຂົວມິດຕະພາບ 3 ໃນປີ 2025 ຈໍານວນ 805 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດສາມາດຈັດເກັບລາຍຮັບໄດ້ທັງໝົດ 1,113 ຕື້ກີບ ເທົ່າກັບ 138.35% ຂອງແຜນການປີ, ລື່ນແຜນການ 308 ຕື້ກີບ, ສ່ວນສິນຄ້າຫຼັກທີ່ເຮັດໃຫ້ສາມາດການຈັດເກັບລາຍຮັບໄດ້ລື່ນແຜນ ປະກອບມີ:

  • ປະເພດສິນຄ້ານໍາເຂົ້າເພື່ອການໃຊ້ສອຍພາຍໃນແຂວງຄື: ເຄື່ອງອຸປະໂພກ-ບໍລິໂພກ, ນໍ້າມັນເຊື້ອໄຟ ລວມມູນຄ່າ 273 ລ້ານໂດລາສະຫະລັດ, ທຽບໃສ່ປີ 2024 ເພີ່ມຂຶ້ນ 42%, ສິນຄ້ານໍາເຂົ້າເພື່ອສົ່ງອອກ ປະເພດ ກະທິງແດງ, ສັດມີຊີວິດ ແລະ ອື່ນໆ ລວມມູນຄ່າ 359 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 25%.
  • ປະເພດໝາກໄມ້ ລວມມູນຄ່າ 793 ໂດລາສະຫະລັດ, ເພີ່ມຂຶ້ນ 24%. ສ່ວນແຜນການຈັດເກັບລາຍຮັບໃນປີ 2026 ລວມມູນຄ່າ 1,230 ຕື້ກີບ, ທຽບໃສ່ປີ 2025 ເພີ່ມຂຶ້ນ 425 ຕື້ກວ່າກີບ.

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຈັດເກັບລາຍຮັບ ໃຫ້ບັນລຸຕາມແຜນການ ດ່ານພາສີສາກົນຂົວມິດຕະພາບ 3 ຕ້ອງໄດ້ສືບຕໍ່ ປະສານງານກັບຜູ້ພັດທະນາສາງ ທ່າບົກ-ທ່ານາແລ້ງ ໃຫ້ຂຸ້ນຂ້ຽວພັດທະນາວຽກງານຂອງຕົນໃຫ້ສຳເລັດໂດຍໄວ, ເລັ່ງໃຫ້ຜູ້ພັດທະນາລະບົບ ອີຊີພັສ ທີ່ເຮັດໜ້າທີ່ເກັບຄ່າທຳນຽມ ແລະ ຄ່າບໍລິການຢູ່ດ່ານ ໃຫ້ປັບປຸງເຄື່ອງມືອຸປະກອນ ແລະ ປັບປຸງລະບົບໃຫ້ສາມາດນໍາໃຊ້ໄດ້ຢ່າງສະດວກດີຂຶ້ນກວ່າເກົ່າ.

ແຫຼ່ງຂໍ້ມູນ: Khammouane News

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...