Homeຂ່າວຕ່າງປະເທດຫຼາຍປະເທດໃນອາຊີ ໄດ້ເລີ່ມນຳໃຊ້ມາດຕະການເຝົ້າລະວັງໄວຣັດນິປາ ຢູ່ຕາມສະໜາມບິນ ແລະ ຕາມດ່ານເຂດແດນຕ່າງໆ ໂດຍການນໍາໃຊ້ມາດຕະການປ້ອງກັນຄືກັນກັບໂຄວິດ-19

ຫຼາຍປະເທດໃນອາຊີ ໄດ້ເລີ່ມນຳໃຊ້ມາດຕະການເຝົ້າລະວັງໄວຣັດນິປາ ຢູ່ຕາມສະໜາມບິນ ແລະ ຕາມດ່ານເຂດແດນຕ່າງໆ ໂດຍການນໍາໃຊ້ມາດຕະການປ້ອງກັນຄືກັນກັບໂຄວິດ-19

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນຈັນທີ 26 ມັງກອນ 2026 ທີ່ຜ່ານມາວ່າ ຫຼາຍປະເທດໃນພາກພື້ນອາຊີເຊັ່ນ: ເນປານ, ໄທ, ໄຕ້ຫວັນ. ໄດ້ເລີ່ມນຳໃຊ້ມາດຕະການເຝົ້າລະວັງໄວຣັດນິປາ ຕາມສະໜາມບິນຕ່າງໆ ຫຼັງຈາກຢືນຢັນການພົບຜູ້ຕິດເຊື້ອ 5 ຄົນ ໃນລັດເບັງກອນຕາເວັນຕົກ ຂອງປະເທດອິນເດຍ.

ຈາກການລາຍງານຫຼ້າສຸດ ໃນລັດເບັງກອນຕາເວັນຕົກໃນປະເທດອິດເດຍ, ແມ່ນໄດ້ມີການກັກຕົວປະຊາຊົນກວ່າ 100 ຄົນ ຫຼັງຈາກພົບໄວຣັດໃນໂຮງໝໍ.

ສ່ວນໃນປະເທດໄທ ກະຊວງສາທາລະນະສຸກ ໄດ້ຍົກລະດັບການຄັດກອງສຸຂະພາບຕາມສະໜາມບິນຫຼັກ ສຳລັບຜູ້ໂດຍສານທີ່ເດີນທາງມາຈາກລັດເບັງກອນຕາເວັນຕົກ ໂດຍນຳເອົາເຕັກນິກຕ່າງໆ ທີ່ເຄີຍນຳໃຊ້ໃນຊ່ວງການລະບາດຂອງໂຄວິດ-19 ກັບມາໃຊ້ອີກຄັ້ງ.

ສ່ວນທາງປະເທດເນປານ ລັດຖະບານໄດ້ຍົກລະດັບການເຝົ້າລະວັງ ແລະ ເພີ່ມຄວາມເຂັ້ມງວດໃນການກວດຄັດກອງສຸຂະພາບ ພ້ອມທັງຕາມດ່ານຜ່ານແດນທາງບົກທີ່ສຳຄັນ ເຊິ່ງຕິດກັບປະເທດອິນເດຍ ເພື່ອພະຍາຍາມສະກັດກັ້ນ ບໍ່ໃຫ້ໄວຣັດເຂົ້າສູ່ປະເທດ.

ໃນຂະນະດຽວກັນ ທາງການສາທາລະນະສຸກຂອງໄຕ້ຫວັນ ກຳລັງວາງແຜນກຳນົດໃຫ້ການຕິດເຊື້ອໄວຣັດນິປາ ເປັນ ພະຍາດຕິດຕໍ່ທີ່ຕ້ອງແຈ້ງປະເພດທີ 5 ເຊິ່ງເປັນລະດັບການຈຳແນກສູງສຸດ ສຳລັບພະຍາດລະບາດໃໝ່ທີ່ມີຄວາມຮ້າຍແຮງ ຕາມກົດໝາຍທ້ອງຖິ່ນ.

ພະຍາດນິປາ ເປັນພະຍາດຕິດຕໍ່ຈາກສັດສູ່ຄົນ ແຜ່ກະຈາຍຈາກເຈຍທີ່ຕິດເຊື້ອມາສູ່ຄົນ ແລະ ຍັງສາມາດຕິດຕໍ່ຈາກຄົນສູ່ຄົນໄດ້ ຜ່ານການສຳຜັດ ຫຼື ໃກ້ຊິດ ແນວໃດກໍຕາມ ຜູ້ຊ່ຽວຊານຫຼາຍຄົນລະບຸວ່າ ຄວາມສ່ຽງທີ່ພະຍາດນີ້ຈະແຜ່ລະບາດໃນວົງກວ້າງນັ້ນ ຍັງຢູ່ໃນລະດັບຕ່ຳ.

ແຫຼ່ງຂໍ້ມູນ: ndependent, Lao Youth

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...