Homeຂ່າວພາຍ​ໃນມອບຫີນແຮ່ຄຳ ໃຫ້ອົງການປົກຄອງແຂວງອັດຕະປື ເພື່ອໃຫ້ເກີດປະ​ໂຫຍດດ້ານຄວາມງາມ ການສຶກສາ ແລະ ການສົ່ງເສີມການທ່ອງທ່ຽວ

ມອບຫີນແຮ່ຄຳ ໃຫ້ອົງການປົກຄອງແຂວງອັດຕະປື ເພື່ອໃຫ້ເກີດປະ​ໂຫຍດດ້ານຄວາມງາມ ການສຶກສາ ແລະ ການສົ່ງເສີມການທ່ອງທ່ຽວ

Published on

ໃນວັນທີ 24 ມັງກອນ 2026 ບໍລິ​ສັດເອກກະຊົນ ມອບຫີນແຮ່ຄຳ ໃຫ້ອົງ​ການປົກຄອງແຂວງອັດຕະປື ເພື່ອເປັນທີ່ລະນຶກ ແລະ ເປັນສັນຍາລັກແຫ່ງມິດຕະ​ພາບ, ຄວາມຮ່ວມມື ແລະ ຄວາມສຳພັນອັນດີ ລະຫວ່າງບໍລິສັດກັບທ້ອງຖິ່ນ, ຫີນແຮ່ຄຳທີ່ ບໍລິສັດ ວັງຕັດ ມາຍນນິງກຣຸບ ມອບໃນຄັງນີ້ ມີຈຳນວນ 5 ກ້ອນ,​ ນ້ຳໜັກລວມ 50 ກວ່າໂຕນ ຕ່າງໜ້າຝ່າຍບໍລິສັດມອບໂດຍ ທ່ານ ຟ້າມງັອກແຄັ່ງ ຮອງປະ​ທານສະພາບໍລິຫານ, ຮອງຜູ້ອໍາ​ນວຍການໃຫຍ່ ບໍລິສັດວັງຕັດມາຍນິງກຣຸບ​ ແລະ ຕ່າງໜ້າອົງການປົກ​ຄອງແຂວງກ່າວຮັບໂດຍທ່ານ ລິດຄຳ ໂຮມອິນຕາ ຫົວໜ້າຫ້ອງວ່າການແຂວງ, ໂດຍຊ່ອງໜ້າທ່ານ ພົທ​ ວັນທອງ​ ກອງ​ມະນີ​ ຄະນະເລຂາ​ທິ​ການສູນກາງພັກ,​ ພ້ອມດ້ວນພາກ​ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຫີນແຮ່ຄຳຈຳນວນ 5 ກ້ອນ. ມອບໃຫ້ອົງການປົກຄອງແຂວງ ແມ່ນຈະໄດ້ນຳໄປຈັດວາງໄວ້ຢູ່ສະ​ຖານທີ່ສຳຄັນຂອງແຂວງ​ ເພື່ອໃຫ້ເກີດປະ​ໂຫຍດດ້ານຄວາມງາມ, ການສຶກສາ ແລະ ການສົ່ງເສີມການທ່ອງທ່ຽວ.

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...