Homeຂ່າວຕ່າງປະເທດອັນຕະລາຍກວ່າໂຄວິດ-19 ອິນເດຍສັ່ງກັກໂຕກຸ່ມສ່ຽງຈໍານວນ 100 ຄົນ ເພື່ອເຝົ້າລະວັງ ໄວຣັດນິປາ (Nipah) ມີອັດຕາການເສຍຊີວິດ ສູງເຖິງ 40%-75%

ອັນຕະລາຍກວ່າໂຄວິດ-19 ອິນເດຍສັ່ງກັກໂຕກຸ່ມສ່ຽງຈໍານວນ 100 ຄົນ ເພື່ອເຝົ້າລະວັງ ໄວຣັດນິປາ (Nipah) ມີອັດຕາການເສຍຊີວິດ ສູງເຖິງ 40%-75%

Published on

ສຳນັກຂ່າວຕ່າງປະເທດລາຍງານໃນ ວັນທີ 23 ມັງກອນ 2026 – ມີລາຍງານວ່າ ລັດຖະບານອິນເດຍ ປະກາດເລັ່ງດຳເນີນການສະກັດກັ້ນການແຜ່ລະບາດຂອງ ໄວຣັດນິປາ (Nipah virus) ຢ່າງເຂັ້ມງວດ ພາຍຫຼັງກວດພົບຜູ້ຕິດເຊື້ອ ຈຳນວນ 5 ຄົນ, ເຂດລັດເວສເບງກອນ (West Bengal) ປະເທດອິນເດຍ. ເຈົ້າໜ້າທີ່ລັດຖະບານເປີດເຜີຍວ່າ ມີປະຊາຊົນເກືອບ 100 ຄົນ ທີ່ຢູ່ໃກ້ຊິດກັບຜູ້ປ່ວຍ ຖືກສັ່ງໃຫ້ກັກຕົວເພື່ອເຝົ້າລະວັງອາການຢ່າງໃກ້ຊິດ.

ຄວາມອັນຕະລາຍຂອງໄວຣັດນິປາ ໄວຣັດນິປາ ແມ່ນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍມີພາຫະນະທຳມະຊາດທີ່ສຳຄັນແມ່ນ ເຈຍກິນໝາກໄມ້. ນອກຈາກນີ້ ຍັງສາມາດແຜ່ກະຈາຍຜ່ານໝູ ຫຼື ການສຳຜັດກັບສານຄັດຫຼັ່ງຈາກຜູ້ຕິດເຊື້ອໂດຍກົງ. ເຊື້ອຊະນິດນີ້ຖືວ່າເປັນອັນຕະລາຍຫຼາຍ ຍ້ອນມີອັດຕາການເສຍຊີວິດສູງ ແລະ ຍັງບໍ່ທັນມີວັກຊີນປ້ອງກັນ.

ອາການ ແລະ ສະຖານະການຂອງຜູ້ປ່ວຍ ໄຂ້ສູງ, ປວດຫົວ, ໄອ ແລະ ເຈັບຄໍ (ຄ້າຍຄືໄຂ້ຫວັດໃຫຍ່). ກໍລະນີຮຸນແຮງ: ເຊື້ອຈະທຳລາຍລະບົບປະສາດ ເຮັດໃຫ້ສະໝອງອັກເສບຮຸນແຮງ, ສັບສົນ ແລະ ອາດເຂົ້າສູ່ພາວະໂຄມາພາຍໃນ 24-48 ຊົ່ວໂມງ. ອັດຕາການເສຍຊີວິດ ສູງເຖິງ 40% – 75% (ສູງກວ່າໂຄວິດ-19 ຫຼາຍເທົ່າ).

ແຫຼ່ງຂໍ້ມູນ : Independent

 

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...