Homeຂ່າວພາຍ​ໃນປະກາດແຕ່ງຕັ້ງ ສະຫາຍ ຄຳແຫວນ ປັນຍານຸວົງ  ເປັນປະທານຄະນະກຳມະການປົກຄອງແຂວງບໍລິຄຳໄຊ ຜູ້ໃໝ່

ປະກາດແຕ່ງຕັ້ງ ສະຫາຍ ຄຳແຫວນ ປັນຍານຸວົງ  ເປັນປະທານຄະນະກຳມະການປົກຄອງແຂວງບໍລິຄຳໄຊ ຜູ້ໃໝ່

Published on

ວັນທີ 22 ມັງກອນ 2026 ນີ້ ຢູ່ທີ່ຫ້ອງວ່າການ ແຂວງ ບໍລິຄຳໄຊ ໄດ້ຈັດພິທີປະກາດ ມອບ-ຮັບໜ້າທີ່ ປະທານຄະນະກຳມະການປົກຄອງແຂວງ ບໍລິຄຳໄຊ ຜູ້ໃໝ່ ລະຫວ່າງ ທ່ານ ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ບໍລິຄຳໄຊ ກັບ ທ່ານ ຄຳແຫວນ ປັນຍານຸວົງ ຮອງເລຂາພັກແຂວງ ບໍລິຄຳໄຊ ປະທານຄະນະກຳມະການປົກຄອງແຂວງຜູ້ໃໝ່, ໂດຍມີ ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ,ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 702/ນຍ, ລົງວັນທີ 07 ພະຈິກ 2025 ວ່າດ້ວຍການ ແຕ່ງຕັ້ງປະທານຄະນະກຳມະການປົກຄອງແຂວງ ບໍລິຄຳໄຊ ໂດຍແຕ່ງຕັ້ງ ທ່ານ ຄຳແຫວນ ປັນຍານຸວົງ ເປັນປະທານຄະນະກຳມະການປົກຄອງແຂວງ ບໍລິຄຳໄຊ.

ໃນໂອກາດດຽວກັນນີ້, ໄດ້ຜ່ານຂໍ້ຕົກລົງ ຂອງປະທານຄະນະກຳມະການປົກຄອງແຂວງ ວ່າດ້ວຍແຕ່ງຕັ້ງ ທ່ານ ບຸນລ້ຽງ ດວງສະເພົາທອງ ແລະ ທ່ານ ສົມໃຈ ຄຸນພະໄຊ ເປັນຮອງປະທານຄະນະກຳມະການ ປົກຄອງແຂວງ.

ແຫຼ່ງຂໍ້ມູນ: Media Laos

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...