Homeຂ່າວພາຍ​ໃນເຮັດໃຫ້ໄດ້ 220 ບັດຕໍ່ມື້ ກະຊວງປ້ອງກັນຄວາມສະຫງົບອອກແຈ້ງການ ໃນການເພີ່ມທະວີປະຕິບັດວຽກງານ ການອອກບັດປະຈຳຕົວດີຈີຕອນ

ເຮັດໃຫ້ໄດ້ 220 ບັດຕໍ່ມື້ ກະຊວງປ້ອງກັນຄວາມສະຫງົບອອກແຈ້ງການ ໃນການເພີ່ມທະວີປະຕິບັດວຽກງານ ການອອກບັດປະຈຳຕົວດີຈີຕອນ

Published on

ກະຊວງປ້ອງກັນຄວາມສະຫງົບ ເລກທີ 01/ປສກ ນະຄອນຫຼວງວຽງຈັນ, ວັນທີ 07 ມັງກອນ 2026 ເຖິງ ບັນດາກອງບັນຊາການ ປກສ ແຂວງ, ກອງບັນຊາການ ນະຄອນຫຼວງວຽງຈັນ ແລະ ກອງບັນຊາ ການ ປກສ ເມືອງ ໃນຂອບເຂດທົ່ວປະເທດ ທີ່ນັບຖື. ເລື່ອງ ເພີ່ມທະວີປະຕິບັດວຽກງານອອກບັດປະຈໍາຕົວດີຈີຕອນ.
ກະຊວງປ້ອງກັນຄວາມສະຫງົບ ຂໍແຈ້ງມາຍັງ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ບັນດາກອງບັນຊາ ການ ປກສ ແຂວງ ສຸມໃສ່ຊີ້ນໍາຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ບັນດາກອງບັນຊາການ ປກສ ນະ ຕອນ, ປກສ ເມືອງ ເພີ່ມທະວີປະຕິບັດວຽກງານຄຸ້ມຄອງພົນລະເມືອງແບບໃໝ່ ແລະ ອອກບັດປະຈໍາຕົວ ດີຈິຕອນ ອອກຮັບໃຊ້ສັງຄົມ ດ້ວຍຄວາມຮັບຜິດຊອບສູງ ຫັນເອົາວຽກງານດັ່ງກ່າວໃຫ້ກາຍເປັນຂໍ້ແຂ່ງຂັນກັນສ້າງຜົນງານຢ່າງ ເປັນຂະບວນຟົດຟື້ນ ເພື່ອໃຫ້ບັນລຸໄດ້ຕາມແຜນການຄາດຫມາຍ ນັບແຕ່ວັນທີ 15 ມັງກອນ 2006 ຫາ 15 ມິຖຸນາ 2026 ຕ້ອງໄດ້ສຸມໃສ່ປະຕິບັດດັ່ງນີ້:
 
1. ສຸມໃສ່ປຸກລະດົມຂົນຂວາຍພະນັກງານ, ອົງການ, ທະຫານ, ຕໍາຫຼວດ ຕະຫຼອດເຖິງພໍ່ແມ່ນປະຊາຊົນບັນດາເຜົ່າ ໃຫ້ ເຫັນໄດ້ຄວາມສໍາຄັນຂອງການອອກບັດປະຈໍາຕົວດີຈີຕອນ ແລະ ມາໃຊ້ບໍລິການອອກບັດປະຈໍາຕົວໃນຂົງເຂດ ຄວາມຮັບຜິດຊອບຂອງຕົນ, ຄຸ້ມຄອງພົນລະເມືອງແບບໃໝ່ ແລະ ອອກບັດປະຈໍາຕົວ ຕີຈິຕອນ.
 
2. ເພີ່ມທະວີການໃຫ້ບໍລິການອອກບັດປະຈໍາຕົວ ດີຈີຕ້ອນ ໃຫ້ໄດ້ຈໍານວນຂad ບັດ ຕໍ່ມື້/ຕໍ່ເນື່ອງ.
 
3.ໃຫ້ເພີ່ມທະວີການຖ່າຍໂອນສໍາມະໂນຄົວມາເປັນເອກະສານເອເລັກໂຕຣນິກໃຫ້ສໍາເລັດໃນວັນທີ 15 ມີຖຸນາ 2026. ຜູ້ປະສານງານ: ຮອ ພອນທະນົງ ຝາ ອິນ 020 2299 8859, ຮທ ພອນປະເສີດ ບຸນວັນມາ pad 5787 8585- ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາກອງບັນຊາການ ປກສ ແຂວງ, ກອງບັນຊາການ ນະຄອນຫຼວງວຽງຈັນ ໃນຂອບ ເຂດທົ່ວປະເທດ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ໃຫ້ໄດ້ຮັບຜົນດີ.

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...