Homeຂ່າວຕ່າງປະເທດເປັນທ່ານຈະຊື້ກິນບໍ່! ເຈົ້າຂອງຮ້ານຊູຊິ ຈ່າຍເງິນກວ່າ 510 ລ້ານເຢນ ໃນການປະມູນປາທູນາ ນໍ້າໜັກ 243 ກິໂລກຣາມ ສະຖິຕິໃໝ່ ຖືເປັນການປະມູນປາທີ່ມີລາຄາສູງທີ່ສູດໃນປີ...

ເປັນທ່ານຈະຊື້ກິນບໍ່! ເຈົ້າຂອງຮ້ານຊູຊິ ຈ່າຍເງິນກວ່າ 510 ລ້ານເຢນ ໃນການປະມູນປາທູນາ ນໍ້າໜັກ 243 ກິໂລກຣາມ ສະຖິຕິໃໝ່ ຖືເປັນການປະມູນປາທີ່ມີລາຄາສູງທີ່ສູດໃນປີ 2026

Published on

ສຳນັກຂ່າວປະເທດຍີ່ປຸ່ນລາຍງານວ່າ ເມື່ອບໍ່ດົນມານນີ້ ທີ່ຕະຫຼາດປາແຫ່ງໜຶ່ງໃນນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໄດ້ມີງານປະມູນປາປະຈໍາປີ 2026 ທີ່ຈັດຂຶ້ນຄັ້ງທຳອິດຂອງປີ, ແຕ່ກໍມີພໍ່ຄ້າຊາຍຄົນໜຶ່ງ ໄດ້ປະມູນປາທູນາ ນໍ້າໜັກກວ່າ 243 ກິໂລກຣາມ, ໃນລາຄາ 510 ລ້ານເຢນ ຫຼື ປະມານ 70 ຕື້ກີບ. ໂຕເລກດັ່ງກ່າວຖືເປັນລາຄາທີ່ສູງທີ່ສຸດນັບຕັ້ງແຕ່ການເກັບສະຖິຕິໂລກໃນປີ 1999. ເຊິ່ງຕອນນັ້ນລາຄາສູງສຸດຢູ່ທີ່ 333 ລ້ານເຢນ ຫຼື ປະມານ 45 ຕື້ກີບ.

ພາຍຫຼັງທີ່ພໍ່ຄ້າຄົນດັ່ງກ່າວໄດ້ປະມູນ ປາໂຕນີ້ຈະຖືກແບ່ງ ແລະ ກະຈາຍໄປຍັງຮ້ານຊູຊິຂອງຕົນ ໂດຍຈະຂາຍໃນລາຄາປົກກະຕິ ຈາກການປະມູນທີ່ຜ່ານມາ, ໃນຕອນທຳອິດເຈົ້າຂອງຮ້ານຄິດວ່າຈະຊື້ປາໃນລາຄາຖືກກວ່ານີ້ ແຕ່ລາຄາກໍສູງຂຶ້ນຢ່າງວ່ອງໄວ ເຊິ່ງຕົນເອງກໍຕົກໃຈກັບລາຄາທີ່ໄດ້ມາ ແຕ່ກໍບໍ່ໄດ້ສົນໃຈ ແລະ ຍັງບອກຕື່ມອີກວ່າ ຫວັງວ່າລູກຄ້າທີ່ໄດ້ກິນປາໂຕນີ້ ຈະຊ່ວຍໃຫ້ພວກເຂົາມີພະລັງໃນການໃຊ້ຊີວິດ.

ການປະມູນທີ່ເກີດຂຶ້ນໃນຄັ້ງນີ້ ສະທ້ອນເຖິງປະຊາກອນຂອງປາທູນາທີ່ກຳລັງຟື້ນຕົວ ຫຼັງຈາກທີ່ເຄີຍຕົກຢູ່ໃນສະພາວະໃກ້ສູນພັນ ເພາະມີການລ່າເກີນຂະໜາດ ແລະ ການສ້າງສະຖິຕິໃໝ່ນີ້ ຖືເປັນສັນຍານການກັບມາຢ່າງງຍິ່ງໃຫ່ຍຂອງອຸດສາຫະກຳຊູຊິ ແລະ ຕະຫຼາດທະເລຂອງຢີ່ປຸ່ນ.

ແຫຼ່ງຂໍ້ມຸນ: Thairath

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...