Homeຂ່າວທົ່ວໄປ4 ມື້ອັນຕະລາຍ ໃນໄລຍະການສະເຫຼີມສະຫຼອງຕ້ອນຮັບ ວັນປີໃໝ່ສາກົນ ຢູ່ ນວ ມີຜູ້ເສຍຊີວິດທັງໝົດ 7 ຄົນ ຈາກອຸບັດຕິເຫດ ສາເຫດຍ້ອນເມົາແລ້ວຂັບ

4 ມື້ອັນຕະລາຍ ໃນໄລຍະການສະເຫຼີມສະຫຼອງຕ້ອນຮັບ ວັນປີໃໝ່ສາກົນ ຢູ່ ນວ ມີຜູ້ເສຍຊີວິດທັງໝົດ 7 ຄົນ ຈາກອຸບັດຕິເຫດ ສາເຫດຍ້ອນເມົາແລ້ວຂັບ

Published on

ທ່ານ​ ພັທ​ ສັງຄົມ​ ພົມ​ມະ​ລາດ​ ຫົວໜ້າພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ໃຫ້ພາດຕໍ່ລາຍການຂັບຂີ່ປອດໄພ ທາງວິທະຍຸກະຈາຍສຽງແຫ່ງຊາດລາວວ່າ: ໃນໄລຍະສົ່ງທ້າຍປີເກົ່າ 2025 ຕ້ອນຮັບ​ປີໃໝ່​ 2026 ຢູ່ນະຄອນຫຼວງວຽງຈັນ​ ມີ​ອຸບັດເຫດ​ເກີດຂຶ້ນ​ທັງໝົດ​ 28​ ກໍລະນີ, ລົດເປ່ເພເລັກນ້ອຍ 12 ຄັນ, ເປ່ເພ​ສົມຄວນ​ 41 ຄັນ​ ແລະ​ ເປເພໜັກ 1 ຄັນ.

ມີຄົນໄດ້ຮັບບາດເຈັກເລັກນ້ອຍ 7 ຄົນ, ບາດເຈັບ​ໜັກ​ 3 ຄົນ​ ແລະ​ ເສຍຊີວິດ​ 7​ ຄົນ​ ຄື:

– ວັນທີ​ 29​ ທັນວາ​ 2025​ ເສຍຊີວິດ​ 3 ຄົນ:​ ເວລາ​ 16:50​ ໂມງ​ ຢູ່ເສັ້ນທາງນາຄວາຍໃຕ້ ມີຄົນຂີ່ລົດຈັກຊ້ອນສາມກັນມາ ແລ້ວໄປຕຳເອົາທ້າຍລົດບັນທຸກທີ່ຈອດຢູ່ແຄມທາງ ເຮັດໃຫ້ທັງສາມຄົນເສຍຊີວິດຄາທີ່.

– ວັນທີ​ 30​ ທັນວາ​ 2025 ເສຍຊີວິດ​ 2 ຄົນ:​ ຢູ່ເສັ້ນທາງບ້ານຊຽງຄວນ ເມືອງ​ຫາດຊາຍ​ຟອງ​ ໄດ້ມີຄົນສອງຄົນຂີ່ລົດຈັກໄຟຟ້ານ້ອຍຊ້ອນທ້າຍກັນມາ ແລ້ວມີລົດຕູ້ມາຕຳເອົາທ້າຍລົດຈັກຄັນດັ່ງກ່າວນັ້ນ ຈຶ່ງເຮັດໃຫ້ທັງສອງຄົນເສຍຊີວິດຄາທີ່.

– ວັນທີ​ 1 ມັງກອນ​ 2026: ມີຄົນເສຍຊີວິດ 2 ຄົນ: 1, ຢູ່ເສັ້ນທາງບ້ານໂພນຄຳ ມີຄົນຂັບຂີ່ລົດຈັກໄປຕຳເອົາງົວ ເຮັດໃຫ້ເສຍຊີວິດຄາທີ່ ສ່ວນງົວກໍ່ບາດເຈັບໜັກ​ ແລະ​ 2, ຢູ່ເສັ້ນທາງບ້ານດອນກອຍ ມີຄົນຂັບຂີ່ລົດຈັກໄປຕຳເອົາເສົາໄຟຟ້າ ສົ່ງຜົນໃຫ້ເສຍຊີວິດຄາທີ່.

ຖ້າທຽບໃສ່ປີກາຍນີ້ ໃນໄລຍະ​ດຽວກັນ​ ມີອຸບັດເຫດເກີດຂຶ້ນພຽງແຕ່ 13 ກໍລະນີ,​ ເສຍຊີວິດ​ 1 ຄົນ.

ສ່ວນສາເຫດຂອງອຸບັດຕິເຫດ​ ກໍ່ຍັງແມ່ນບັນຫາເກົ່າ ຄື: ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ.

ພາບຈາກ: ກູ້ໄພ​ 1624

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...