Homeຂ່າວການພັດທະນາສະມາຄົມນັກຂ່າວແຫ່ງ ສປປ ລາວ ຕ້ອນຮັບຄະນະນັກຂ່າວນັກໜັງສືພິມແຫ່ງປະເທດໄທ

ສະມາຄົມນັກຂ່າວແຫ່ງ ສປປ ລາວ ຕ້ອນຮັບຄະນະນັກຂ່າວນັກໜັງສືພິມແຫ່ງປະເທດໄທ

Published on

ຕ້ອນຮັບຄະນະຜູ້ແທນນັກຂ່າວນັກໜັງສືພິມແຫ່ງປະເທດໄທ ທີ່ເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ລາວ.

ໃນຕອນເຊົ້າຂອງວັນທີ 4 ທັນວາ 2025, ສຳນັກຂ່າວອອນລາຍລາວໂພສກໍຄືໃນນາມສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະຜູ້ແທນຈາກ ສະມາຄົມນັກຂ່າວນັກໜັງສືພິມແຫ່ງປະເທດໄທ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັນຢ່າງເປັນທາງການ ຢູ່ສຳນັກງານ RDK Group.

ການມາຢ້ຽມຢາມຄັ້ງນີ້, ພວກເຮົາທັງສອງຝ່າຍໄດ້ໂອລົມຜ່ານຫົວຂໍ້ສຳຄັນຄື: ການແລກປ່ຽນຂໍ້ມູນຂ່າວສານ ແລະ ສະພາບສື່ໃນລາວ-ໄທ, ການຮ່ວມມືດ້ານການອົບຮົມ, ສຳມະນາ ແລະ ການພັດທະນາທັກສະນັກຂ່າວໃຫ້ມີຄວາມຮູ້ຄວາມສາມາດ, ການແບ່ງປັນບົດຮຽນດ້ານ New Media ແລະ ເຕັກໂນໂລຊີຂ່າວສານ ສຳລັບຫ້ອງຂ່າວສະໄໝໃໝ່, ການຮ່ວມມືກັນຕໍ່ຕ້ານ Fake News, Cyber Security, ແລະ ການໃຊ້ AI ໂດຍກຸ່ມອາຊະຍາກຳຂ້າມແດນ, ການປັບປຸງ ແລະ ເຜີຍແຜ່ຄູ່ມືສື່ ລາວ–ໄທ / ​ໄທ–ລາວ ໃນຮູບແບບ e-Book ແລະ ການຜະລິດແລະຫາແບບຢືນຢັນຮູບແບບທຸລະກິດໃໝ່ ສຳລັບອົງການຂ່າວໃນຍຸກດິຈິຕອນ.

ນອກຈາກນັ້ນ, ພວກເຮົາຍັງໄດ້ສົນທະນາຢ່າງເປີດເຜີຍກ່ຽວກັບບັນຫາສຳຄັນຂອງວົງການສື່ມວນຊົນໃນປັດຈຸບັນ. ອີກໜຶ່ງຢ່າງທີ່ສຳຄັນກໍຄືນັກຂ່າວຕ້ອງພັດທະນາຮູບແບບຂອງການເຮັດຂ່າວເພື່ອໃຫ້ຜູ້ອື່ນໄດ້ຮັບຂ່າວສານທີ່ເປັນໂຫຍດ ແລະ ທັນຍຸກທັນສະໄໝ.

ການພົບປະກັນໃນຄັ້ງນີ້ຖືວ່າເປັນບາດກ້າວອັນສຳຄັນໃນການເສີມສ້າງການຮ່ວມມືລາວ–ໄທ ແລະ ການພັດທະນາລະບົບຂ່າວສານທີ່ແຂງແຮງ ແລະ ມີຄຸນນະພາບສູງ ສຳລັບພາກພື້ນຂອງພວກເຮົາ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...