Homeຂ່າວທົ່ວໄປຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ...

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

Published on

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ: ການມີສ່ວນຮ່ວມຂອງໄວໜຸ່ມ ໃນການເລັ່ງບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຂໍ້ຕົກລົງສາກົນວ່າດ້ວຍອະນາຄົດ ໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ, ມີຂະແໜງການພາກລັດ, ບັນດາທູຕານຸທູດ, ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານອົງການ ສປຊ ໄດ້ສະເໜີປຶ້ມຄູ່ມືຄຳແນະນຳກ່ຽວກັບລະບົບການດຳເນີນງານຂອງ ອົງການສະຫະປະຊາຊາດ ໃນລະດັບປະເທດ ໂດຍການສະໜັບສະໜູນຈາກລັດຖະບານສະວິດ. ປື້ມຄູ່ມືດັ່ງກ່າວ, ເປັນບ່ອນອີງທີ່ທັນກັບສະພາບການ ແລະ ມີປະໂຫຍດ ສຳລັບທຸກປະເທດສະມາຊິກ ອົງການ ສປຊ ໂດຍສະເພາະ ສຳລັບບັນດາປະເທດກໍາລັງພັດທະນາ ຄື ສປປ ລາວ ທີ່ຮ່ວມມືຢ່າງໃກ້ຊິດກັບອົງການ ສປຊ ກໍຄື ບັນດາອົງການເຄືອຂ່າຍ. ຄູ່ມືສະບັບນີ້, ຈະບໍ່ເປັນພຽງຂໍ້ມູນຂ່າວສານທົ່ວໄປ, ແຕ່ເປັນເຄື່ອງມືເພື່ອສ້າງຄວາມເຂັ້ມແຂງ, ເຮັດໃຫ້ລະບົບ ອົງການ ສປຊ ມີຄວາມຊັດເຈນ ແລະ ເຂົ້າໃຈງ່າຍຂຶ້ນ, ເຮັດໃຫ້ວຽກງານຂອງອົງການ ມີຄວາມໂປ່ງໃສ ແລະ ເຂົ້າເຖິງໄດ້ງ່າຍ, ຊ່ວຍໃຫ້ບັນດາຂະແໜງການ, ຜູ້ຈັດຕັ້ງປະຕິບັດວຽກງານການພັດທະນາ ແລະ ບັນດາຊ່ຽວຊານ-ວິຊາການ ມີຄວາມເຂົ້າໃຈທີ່ເລິກເຊິ່ງຂຶ້ນໃນການຮ່ວມມືກັບອົງການຕ່າງໆ ຂອງອົງການສະຫະປະຊາຊາດ ຢ່າງມີຍຸດທະສາດ, ສາມາດເຊື່ອມສານໃຫ້ກົມກຽວກັບບຸລິມະສິດ ແຫ່ງຊາດ ດັ່ງທີ່ໄດ້ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຕ່ລະໄລຍະ ໃຫ້ສອດຄ່ອງຢ່າງມີປະ ສິດທິພາບ ກັບບັນດາໂຄງການຮ່ວມມືເພື່ອການພັດທະນາແບບຍືນຍົງ ຂອງ ອົງການ ສປຊ ກໍຄື ຮັບປະກັນໃຫ້ທຸກໆທຶນຮອນ-ການຊ່ວຍເຫຼືອ ທີ່ຖືກໝູນໃຊ້ນັ້ນສ້າງຜົນປະໂຫຍດສູງສຸດ ໃຫ້ແກ່ປະຊາຊົນລາວ.

ໃນໂອກາດດຽວກັນ, ຍັງໄດ້ມີການເປີດນຳໃຊ້ ສະແຕັມທີ່ລະນຶກ 70 ປີ ຢ່າງເປັນທາງການ, ຊຶ່ງເປັນໜຶ່ງໃນກິດຈະກຳເພື່ອສະເຫຼີມສະຫຼອງ ການຮ່ວມມືອັນຍາວນານລະຫວ່າງ ສປປ ລາວ ແລະ ອົງການ ສປຊ ໃນໄລຍະ 7 ທົດສະວັດ ຜ່ານມາ. ການຮ່ວມມືດັ່ງກ່າວ, ບໍ່ພຽງແຕ່ເປັນການປະກອບສ່ວນດ້ານນະໂຍບາຍ ແລະ ທຶນຮອນເທົ່ານັ້ນ, ແຕ່ເປັນການປະກອບສ່ວນສຳຄັນ ເຂົ້າໃນການຍົກລະດັບຄວາມເປັນຢູ່ທີ່ດີຂຶ້ນໃຫ້ແກ່ປະຊາຊົນລາວ ຢ່າງແທ້ຈິງ ແລະ ຊ່ວຍສ້າງສັງຄົມໃຫ້ມີຄວາມເຂັ້ມແຂງ ແລະ ສາມາດຮັບມືກັບການປ່ຽນແປງທີ່ເກີດຂຶ້ນໃນປັດຈຸບັນ, ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ແລະ ຫັນປ່ຽນຕົນເອງຈາກປະເທດທີ່ບໍ່ມີຊາຍແດນຕິດທະເລ ໄປສູ່ປະເທດເຊື່ອມຈອດພາກພື້ນ ແລະ ສາກົນ.

ການລົງຢ້ຽມຢາມຫ້ອງການ ສປຊ ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຽດຢ້ຽມຊົມການວາງສະ ແດງຜົນງານ: “70 ປີແຫ່ງການຮ່ວມມື” ຈັດໂດຍອົງການເຄືອຂ່າຍ ສປຊ ເປັນຕົ້ນ ໂຄງການຮ່ວມມືດ້ານສຸຂະພາບຈະເລີນພັນ, ແມ່, ເດັກອ່ອນ, ເດັກ ແລະ ເຍົາວະຊົນ (ອົງການ UNFPA, WHO, UNICEF), ຜົນງານແກະ ສະຫຼັກ ລະເບີດ (ນຳສະເໜີໂດຍ ນັກກວດກູ້ໄວໜຸ່ມເພດຍິງ), ການຮັບມື ແລະ ຕອບໂຕ້ຕໍ່ໄພພິບັດ (ອົງການ IOM), ໂຄງການກາເຟວັນໃໝ່ (ອົງການ UNODC) ແລະ ໂຄງການລະບົບອາຫານ ແລະ ໂພສະນາການ (ອົງການ WFP, FAO, IFAD).

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...