spot_img
Homeຂ່າວຕ່າງປະເທດຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

Published on

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ ມະເຮັງຕັບ.

ນະວັດຕະກຳນີ້ຖືເປັນຄວາມກ້າວໜ້າ ແລະ ໜ້າຕື່ນເຕັ້ນຫຼາຍໃນວົງການແພດ ເພາະນາໂນບອດ ມີຈຸດເດັ່ນຫຼາຍປະການຄື:

  • ໂຄງສ້າງດີເອັນເອທີ່ີເປັນຫຸ່ນຍົນ ສາມາດອອກຄໍາສັ່ງໂປຼແກຼມ ໃຫ້ເຮັດວຽກສະເພາະເຈາະຈົງ ມີຄວາມເຂົ້າກັນໄດ້ກັບຮ່າງກາຍສູງ ແລະ ມີປະສິດຖິພາບສູງ.
  • ການສົ່ງຢາແບບສະເພາະຈຸດ ແທນທີ່ຈະປ່ອຍຢາເຄມີບຳບັດໄປທົ່ວຮ່າງກາຍ ນາໂນບອດສາມາດນຳສົ່ງຢາໄປຍັງຈຸດທີ່ຕ້ອງການຮັກສາ ຊ່ວຍຫຼຸດຜົນຂ້າງຄຽງຈາກການປິ່ນປົວ ແລະ ປະລິມານຢາທີ່ຕ້ອງໃຊ້.

ປັດຈຸບັນ, ງານວິໄຈນີ້ແມ່ນຍັງຢູ່ໃນຂັ້ນທົດລອງກັບສັດ ແລະ ຄາດວ່າຈະໄດ້ທົດລອງກັບຄົນໃນອີກປະມານ 5-10 ປີຕໍ່ໜ້າ (2030-2035) ເຊິ່ງນັ້ນກໍເປັນເວລາທີ່ສົມເຫດສົມຜົນ ເພາະຕ້ອງຜ່ານຫຼາຍຂັ້ນຕອນຂອງການທົດລອງ ເພື່ອຄວາມປອດໄພ ແລະ ປະສິດທິພາບຕາມມາດຕະຖານສາກົນ.

ນະວັດຕະກຳນີ້ອາດເປັນທາງເລືອກໃໝ່ຂອງການປິ່ນປົວມະເຮັງທີ່ມີປະສິດທິພາບສູງຂຶ້ນ ມີຜົນຂ້າງຄຽງໜ້ອຍລົງ ແລະ ຊ່ວຍຊີວິດຜູ້ທີ່ເປັນມະເຮັງໄດ້ຫຼາຍຂຶ້ນ.

ແຫຼ່ງຂໍ້ມູນ: TNN

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...