Homeຂ່າວທົ່ວໄປຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

Published on

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP).

ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ ແລະ ສະໜອງອຸປະກອນເຄື່ອງໃຊ້ໃຫ້ແກ່ໂຮງຮຽນມັດທະຍົມຕົ້ນບ້ານຫາດສະໃນເມືອງປາກທາແຂວງບໍ່ແກ້ວ ເພື່ອປະກອບສ່ວນເຂົ້າໃນການຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນຂອງໂຮງຮຽນດັ່ງກ່າວ.

ພິທີລົງນາມໄດ້ຖືກຈັດຂຶ້ນທີ່ຫ້ອງວ່າການແຂວງບໍ່ແກ້ວ ລະຫວ່າງ ພະນະທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ພະແນກສຶກສາ ແລະ ກິລາເມືອງປາກທາ ໂດຍມີ ພະນະທ່ານ ພົຈວ ແປ້ນຄໍາ ບຸດຈັນແພງ, ເຈົ້າແຂວງບໍ່ແກ້ວ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ.

ລັດຖະບານຍີ່ປຸ່ນຫວັງເປັນຢ່າງຍິ່ງວ່າ ການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ຈະຊ່ວຍເຮັດໃຫ້ສະພາບແວດລ້ອມການສຶກສາຮ່ຳຮຽນຂອງນັກຮຽນທີ່ຈະກາຍເປັນອະນາຄົດຂອງຊາດໄດ້ຮັບການປັບປຸງ ແລະ ຊ່ວຍຍົກລະດັບສະພາບການເຮັດວຽກຂອງຄູອາຈານ ແລະ ພະນັກງານໃນໂຮງຮຽນ.

ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP) ແມ່ນ ການສະໜອງທຶນໃນໂຄງການຂະໜາດນ້ອຍທີ່ສ້າງຜົນປະໂຫຍດໂດຍກົງແກ່ປະຊາຊົນທ້ອງຖິ່ນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດທີ່ກໍາລັງພັດທະນາ ກໍ່ຄືປະເທດລາວ.

ມາຮອດປະຈຸບັນ, ລັດຖະບານຍີ່ປຸ່ນໄດ້ໃຫ້ການສະໜັບສະໜູນໃຫ້ແກ່ແຂວງບໍ່ແກ້ວ ລວມເປັນມູນຄ່າຫຼາຍກວ່າ 870,000 ໂດລາສະຫະລັດ ໃນຂະແໜງການສຶກສາ, ສາທາລະນະສຸກ ແລະ ໂຍທາທິການ, ໂຄງການນີ້ ຖືວ່າເປັນໂຄງການທີ່ 7 ໃນຂະແໜງສຶກສາ ແລະ ເປັນໂຄງການທໍາອິດຂອງເມືອງປາກທາ.

ປະເທດຍີ່ປຸ່ນຈະສືບຕໍ່ໃຫ້ການຊ່ວຍເຫຼືອປະເທດລາວໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫຼັງ” ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ.

ແຫຼ່ງຂໍ້ມູນ: Embassy of Japan in Laos

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...