ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ
ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ ແລະ ບາດເຈັບອີກ 20 ຄົນ.
ຕາມການລາຍງານຂອງເຈົ້າໜ້າທີ່ລະບຸວ່າ: ຍັງບໍ່ສາມາດຈັບຕົວຜູ້ກໍ່ເຫດໄດ້ ຫຼັງຈາກເກີດເຫດທາງເຈົ້າໜ້າທີ່ໄດ້ນຳກຳລັງລົງພື້ນທີ່ດັ່ງກ່າວກໍພົບເຫັນຄົນຖືກຍິງຫຼາຍຄົນ ແລະ ມີຜູ້ເຄາະຮ້າຍ 4 ຄົນ ຖືກປະກາດວ່າເສຍຊີວິດໃນບາີ່ເກີດເຫດ ຂະນະທີ່ຜູ້ບາດເຈັບທັງໝົດ ໃນນັ້ນມີ 4 ຄົນທີ່ມີອາກາດສາຫັດ ແລະ ໄດ້ຖືກນຳສົ່ງໂຮງໝໍທ້ອງຖິ່ນເປັນທີ່ຮຽບຮ້ອຍແລ້ວ.
ເຈົ້າໜ້າທີ່ຍັງລະບຸຕື່ມອີກວ່າເຫດການດັ່ງກ່າວນີ້ຍັງບໍ່ມີລາຍງານທີ່ຊັດເຈນວ່າເປັນການກວດຍິງແບບບໍ່ເລືອກໜ້າ ຫຼື ສະເພາະເຈາະຈົ່ງເປົ້າໝາຍ ເຊິ່ງປັດຈຸບັນເຈົ້າໜ້າທີ່ກຳລັງສຶບສວນຂໍ້ເທັດຈິງຂອງເຫດການນີ້ ແລະ ຕ້ອງເລັ່ງນຳຈັບຜູ້ຕ້ອງສົງໃສມາດຳເນີນຄະດິໃຫ້ໄດ້ໄວທີ່ສຸດ.
ແຫຼ່ງຂ່າວ: ໄທລັດ