ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ
ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ນະຄອນຫລວງວໍຊິງຕັນ ດີຊີ, ສ ອາເມລິກາ ເພື່ອເສີມຂະຫຍາຍການພົວພັນ ແລະ ຮ່ວມມືດ້ານເສດຖະກິດ ແລະ ການຄ້າ ລະຫວ່າງ ສອງປະເທດ.
ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ສປປ ລາວ ໄດ້ພົບປະກັບ ທ່ານ ເຈມີຊັນ ເກຣຍ(Jamieson Greer) ຜູ້ຕາງໜ້າດ້ານການຄ້າຂອງປະທານາທິບໍດີ ສ ອາເມລິກາ ເພື່ອຊຸກຍູ້ຂະບວນການການ ເຈລະຈາດ້ານການຄ້າ ແລະ ການຫລຸດຜ່ອນອັດຕາພາສີ ພາຍຫລັງທີ່ຄະນະເຈລະຈາຂອງທັງສອງຝ່າຍໄດ້ເຮັດວຽກ ຮ່ວມກັນຢ່າງເອົາໃຈໃສ່ໃນ ໄລຍະຜ່ານມາ.
ໃນການພົບປະດັ່ງກ່າວ ທັງສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປ ກົງມາ ເພື່ອສຸມໃສ່ຊອກຫາວິທີທາງເພື່ອແກ້ໄຂບັນຫາທີ່ຍັງຄົງຄ້າງ ເຊິ່ງທ່ານນາຍົກລັດຖະມົນຕີ ສປປ ລາວ ໄດ້ແຈ້ງ ໃຫ້ຝ່າຍ ອາເມລິກາ ຊາບ ກ່ຽວກັບເຈດຈໍານົງ ຂອງລັດຖະບານລາວ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນ ແລະ ການຮ່ວມມືທີ່ດີດ້ານເສດ ຖະກິດ ແລະ ການຄ້າ ລະຫວ່າງສອງປະເທດ ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະ ໂຫຍດຮ່ວມກັນ. ສປປ ລາວ ໃນຖານະເປັນປະເທດນ້ອຍ, ບໍ່ມີຊາຍແດນຕິດກັບທະເລ ທັງພວມສ້າງທຸກເງື່ອນໄຂ ທີ່ເອື້ອອໍານວຍ ໃຫ້ແກ່ການກຽມພ້ອມຫລຸດພົ້ນອອກຈາກ ສະຖານະພາບດ້ວຍພັດທະນາໃນອະນາຄົດ ໄດ້ໃຫ້ ຄວາມສໍາຄັນເປັນພິເສດ ແກ່ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ກັບທຸກປະເທດ.
ໃນໄລຍະຜ່ານມາ ລັດຖະບານ ສປປ ລາວ ໄດ້ເອົາໃຈໃສ່ ຍົກສູງການຮ່ວມມືກັບລັດຖະບານ ສ ອາເມລິກາ ໃນການຄົ້ນຫາຜູ້ທີ່ສູນຫາຍ ຈາກປາງສົງຄາມ (MIA), ການແກ້ໄຂ ບັນຫາລະເບີດບໍ່ທັນແຕກຕົກຄ້າງ (UXO) ແລະ ການຈັດສົ່ງຄົນເຊື້ອຊາດ ລາວກັບຄືນປະເທດ ແລະ ອື່ນໆ. ປີ 2025 ນີ້, ຍັງເປັນປີທີ່ມີຄວາມຫມາຍສໍາຄັນເພື່ອສະເຫລີມສະຫລອງ 70 ປີ ຂອງການສ້າງຕັ້ງສາຍ ພົວພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ອາເມລິກາ. ໃນປີ 2026 ທີ່ຈະມາເຖິງນີ້, ສອງປະເທດ ຈະຮ່ວມກັນສະເຫລີມສະຫລອງຄົບຮອບ 10 ປີ ຂອງການເປັນຄູ່ຮ່ວມມືແບບກວມລວມ. ໃນການ ພົບປະ, ທ່ານນາຍົກລັດຖະມົນຕິ ສປປ ລາວ ໄດ້ຊີ້ແຈງອະທິບາຍກ່ຽວກັບບັນຫາຕ່າງໆ ທີ່ຝ່າຍອາເມລິກາ ມີຄວາມ ສົນໃຈ ໂດຍ ສະເພາະຂະບວນການເຈລະຈາດ້ານການຄ້າ ລະຫວ່າງຄະນະວິຊາການຂອງສອງປະເທດໄດ້ດໍາເນີນ ຮ່ວມກັນ, ພ້ອມທັງໄດ້ສະເໜີບາງມາດຕະການທີ່ ລັດຖະບານ ສປປ ລາວ ພວມດໍາເນີນການ, ຄວາມກຽມພ້ອມໃນ ການຍົກເວັ້ນອັດຕາພາສີນໍາເຂົ້າຕໍ່ສິນຄ້າຈາກ ອາເມລິກາ ມາຍັງ ສປປ ລາວ ແລະ ການສືບຕໍ່ປັບປຸງມາດຕະການກີດ ຂວາງທີ່ບໍ່ແມ່ນພາສີ, ການອໍານວຍຄວາມສະດວກດ້ານການຄ້າ ແລະ ເພີ່ມທະວີການສົ່ງເສີມ ແລະ ນໍາໃຊ້ພະລິດຕະ ພັນທີ່ຜະລິດຢູ່ ພາຍໃນປະເທດໃຫ້ຫລາຍຂຶ້ນ. ຜູ້ຕາງຫນ້າດ້ານການຄ້າຂອງປະທານາທິ ບໍດີ ສ ອາເມລິກາ ໄດ້ສະ ແດງຄວາມເພິ່ງ ພໍໃຈ ແລະ ຕີລາຄາສູງຕໍ່ການເດີນທາງມາພົບປະແລກປ່ຽນຂໍ້ມູນຢ່າງກົງໄປກົງມາ ດ້ວຍຕົນເອງຂອງ ທ່ານ ນາຍົກລັດ ຖະມົນຕີ ສປປ ລາວ ທີ່ຈະເປັນປະໂຫຍດຍິ່ງ ແລະ ຈະນໍາເອົາຜົນຂອງການພົບປະ ແລະ ປຶກສາ ຫາລືໃນຄັ້ງນີ້ ໄປລາຍງານຕໍ່ ທ່ານປະທານາທິບໍດີ ສ ອາເມລິກາ ເພື່ອພິຈາລະນາກ່ຽວກັບການຜ່ອນຜັນດ້ານອັດຕາ ພາສີແກ່ ສປປ ລາວ ແລະ ຊຸກຍູ້ການຮ່ວມມືດ້ານເສດຖະກິດ ໃນຕໍ່ໜ້າ.
ໃນການເຄື່ອນໄຫວ ແລະ ເຮັດວຽກ ຢູ່ນະຄອນຫລວງວໍຊິງຕັນ ດີຊີ ໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຍັງ ໄດ້ເຂົ້າຮ່ວມພົບປະກັບພາກທຸລະກິດ ອາເມລິກາ-ລາວ ເຊິ່ງເປັນເວທີທີ່ມີຄວາມສຳຄັນ ເພື່ອສົ່ງເສີມການຮ່ວມມືລະ ຫວ່າງພາກທຸລະກິດຂອງທັງສອງຝ່າຍ. ຄະນະຜູ້ແທນ ສປປ ລາວ ໄດ້ຖືໂອກາດນີ້ ໃຫ້ຂໍ້ມູນລະອຽດ ກ່ຽວກັບນະ ໂຍບາຍເພື່ອການສົ່ງເສີມດ້ານການຄ້າ ແລະ ການລົງທຶນ, ລວມທັງທ່າແຮງບົ່ມຊ້ອນໃນແຕ່ດ້ານຂອງ ສປປ ລາວ ແລະ ໃຫ້ຄວາມກະຈ່າງແຈ້ງຕໍ່ຂໍ້ສົນໃຈຂອງບັນດາບໍລິສັດ ແລະ ນັກລົງທຶນ ອາເມລິກາ ຈໍານວນໜຶ່ງ. ທ່ານ ນາຍົກ ລັດຖະມົນຕີ ສປປ ລາວ ໄດ້ເຊີນຊວນໃຫ້ບັນດານັກທຸລະກິດ ແລະ ນັກລົງທຶນຈາກ ອາເມລິກາ ໄປ ສຶກສາເບິ່ງທ່າ ແຮງຕົວຈິງ ແລະ ຄວາມເປັນໄປໄດ້ໃນການລົງທຶນ ຢູ່ ສປປ ລາວ ລວມທັງ ດ້ານນະໂຍບາຍ, ກົດໝາຍ ແລະ ລະ ບຽບການຕ່າງໆ ແນໃສ່ເພື່ອເອື້ອອໍານວຍຄວາມສະດວກໃຫ້ແກ່ການລົງທຶນຂອງຕ່າງປະເທດ.
ແຫຼ່ງຂ່າວ: ປະເທດລາວ