Homeຂ່າວພາຍ​ໃນມີຄົນໂດດປະຕູໄຊ ເສຍຊີວິດ

ມີຄົນໂດດປະຕູໄຊ ເສຍຊີວິດ

Published on

1622778_895565257141814_4826267988045799047_n 10418920_895565240475149_4439676978840755657_n 10885456_895565247141815_3125778983955192176_n

ເວລາ ປະມານ 10:40 ນາທີ ວັນທີ 22 ທັນວາ 2014 ເກີດເຫດແຈ້ງໄປຍັງ ສະມາຄົມອາສາ ກູ້ໄພນະຄອນຫຼວງວຽງຈັນ, ມີຄົນຕົກປະຕູໄຊເສຍຊີວິດ ຄາທີ.ເປັນເພດຊາຍ ອາຍຸປະມານ 20 ປີ. ຜູ້ກ່ຽວນຸ່ງເສື້ອສີແດງ ຊຸດກິລາ ທີມແມ່ນຢູ.

ສາເຫດຂອງການຕາຍຄັ້ງນີ້, ຜູ້ເຫັນເຫດການບອກວ່າ ເປັນການໂດດລົງມາຂ້າຕົວຕາຍ, ເຊິ່ງແຮງຈູງໃຈ ຂອງການຕາຍຄັ້ງນີ້ ແມ່ນຍັງບໍ່ທັນໄດ້ຮັບຊາບ. ເຈົ້າໜ້າທີ ກູ້ໄພນະຄອນຫຼວງວຽງຈັນ ໄດ້ນຳສົບໄປທີ່ ໂຮງໝໍ 150 ຕຽງ ແລະ ເຈົ້າໜ້າທີ່ກອງພິສູດ ຫຼັກຖານ ກຳລັງດຳເນີນ ການສືບສວນ ຕໍ່ໄປ.

ຜູ້ກ່ຽວແມ່ນຂີ່ລົດຖີບ LA ສີແດງ ໄປຝາກໄວ້ ບ່ອນຝາກລົດ, ກ່ອນທີ່ຈະຂຶ້ນໄປໂດດຂ້າຕົວຕາຍ.

ຈຸດທີ່ຄົນຕາຍຕົກລົງມາແມ່ນດ້ານໜ້າປິ່ນໄປທາງ ຫໍຄຳ,ຜູ້ກ່ຽວຕົກລົງມາ ຖືກໂຖດອກໄມ້ ຝາກຊ້າຍ (ຖ້າປິ່ນໜ້າເຂົ້າຫາປະຕູໄຊ),ຫົວກະແທກຢາງແຮງ, ຈົນເສຍຊີວິດ. ທີມກູ້ໄພ ເຂົ້າໄປເພື່ອຈະຊ່ວຍ ແຕ່ ຜູ້ກ່ຽວຕາຍກ່ອນແລ້ວ.

ພາບແລະຂ່າວ: ນັກຂ່າວສັນຈອນ ແລະໂທລະໂຄ່ງ

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...