spot_img
Homeຂ່າວການສຶກສາພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025

ພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025

Published on

ສົກສຶກສາ 2024-2025 ນັກສຶກສາ ມຊ ໄດ້ໃບປະກາດແດງ 64 ຄົນ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025 ມີທັງໝົດ 3.352 ຄົນ, ຍິງ 1.686 ຄົນ. ໃນນັ້ນ, ລະດັບປະລິນ ຍາເອກ 5 ຄົນ, ຍິງ 1 ຄົນ, ລະດັບປະລິນຍາໂທ 377 ຄົນ, ຍິງ 147 ຄົນ, ລະດັບປະລິນຍາຕີ 2.970 ຄົນ, ຍິງ 1.538 ຄົນ, ລະດັບອະນຸປະລິນຍາຕີ 4 ຄົນ. ໃນນີ້, ເປັນນັກສຶກສາຕ່າງປະເທດ 63 ຄົນ (ຈາກປະເທດຈີນ, ຫວຽດນາມ, ກຳປູເຈຍ, ມົງໂກນ, ສີລັງກາ, ເກົາຫລີ ແລະ ຍີ່ປຸ່ນ), ພະສົງ 66 ອົງ, ນັກສຶກສາໄດ້ຮັບປະກາສະນີຍະບັດກຽດນິຍົມ (ໃບປະກາດແດງ) 64 ຄົນ, ຍິງ 38 ຄົນ ເຊິ່ງພິທີດັ່ງກ່າວໄດ້ຂຶ້ນໃນວັນທີ 20 ກັນຍາ 2025 ຢູ່ ມຊ.

ທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ ໄດ້ຜ່ານບົດສະຫລຸບການຈັດຕັ້ງປະຕິບັດຊຸດຮຽນ 2021-2025 ທີ່ຜ່ານມາວ່າ: ມຊ ເປັນສະຖາບັນການສຶກສາລະດັບຊາດ, ເປັນບ່ອນກໍ່ສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້-ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄວາມສີວິໄລທາງດ້ານຈິດໃຈ; ຕອບສະໜອງນັກວິຊາການທີ່ມີຄຸນນະພາບໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງຊາດ ແລະ ເຊື່ອມໂຍງກັບພາກພື້ນ ແລະສາກົນ. ມຊ ປະກອບມີ 13 ຄະນະວິຊາ, 2 ສະຖາບັນ ທີ່ເຮັດໜ້າທີ່ສ້າງຊັບພະຍາກອນມະນຸດ ຕັ້ງແຕ່ລະດັບອະນຸປະລິນຍາຮອດປະລິນຍາເອກ. ປັດຈຸບັນ, ມຊ ມີພະນັກງານ ແລະຄູອາຈານທັງໝົດ 1.455 ທ່ານ, ຍິງ 697 ທ່ານ.ດ້ານຫລັກສູດການຮຽນ-ການສອນ ມີທັງໝົດ 255 ຫລັກສູດ. ໃນນັ້ນ: ປະລິນຍາເອກ 13 ຫລັກສູດ, ປະລິນຍາໂທ 74 ຫລັກສູດ(ຫລັກສູດນາໆຊາດ 2 ຫລັກສູດ), ປະລິຍາຕີ 119 ຫລັກສູດ (ຫລັກສູດນາໆຊາດ 2 ຫລັກສູດ), ຫລັກສູດຕໍ່ເນື່ອງປະລິນຍາຕີ 44 ຫລັກສູດ ແລະ ຫລັກສູດອະນຸປະລິນຍາ(ຊັ້ນສູງ) 5 ຫລັກສູດ. ສໍາລັບຫລັກສູດທີ່ມີຜູ້ສໍາເລັດການສຶກສາ ໃນສົກສຶກສາ 2024-2025 ປະກອບມີ: ຫລັກສູດປະລິນຍາເອກ 3 ຫລັກສູດ, ປະລິນ ຍາໂທ 38 ຫລັກສູດ(ຫລັກສູດນາໆຊາດ 1 ຫລັກສູດ), ຫລັກສູດປະລິນຍາຕີ 114 ຫລັກສູດ (ຫລັກສູດຕໍ່ເນື່ອງປະລິຍາຕີ 22 ຫລັກສູດ, ຫລັກສູດນາໆຊາດ 2 ຫລັກສູດ ແລະ ຫລັກສູດອະນຸປະລິນຍາ 1 ຫລັກສູດ).

ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວຕື່ມວ່າ: ຄຽງຄູ່ກັບຜົນງານ ແລະ ໝາກຜົນປະຕິບັດໄດ້ດັ່ງກ່າວ ໃນຊຸມປີຕໍ່ໜ້າຄວນເອົາໃຈ ໃສ່ຕໍ່ວຽກຈຸດສຸມຄື: ເອົາໃຈໃສຄົ້ນຄວ້າວິທະຍາສາດ, ການຄົ້ນຄວ້າທີ່ຕິດພັນກັບຂະແໜງການ, ການແກ້ໄຂບັນຫາ, ການພັດທະນາຊຸມຊົນ ແລະ ຮັບໃຊ້ໃຫ້ສັງຄົມຕົວຈິງ; ຍົກສູງຄຸນນະພາບການສຶກສາ-ກີລາ ເພື່ອພັດທະນາຊັບພະຍາກອນມະນຸດ ທັງດ້ານປະສິດທິພາບ-ປະສິດທິຜົນ, ຫລີກລ່ຽງດ້ານປະລິມານ ທັງຮັບປະກັນສ້າງໃຫ້ນັກສຶກສາຮຽນວິຊາໃດ ກໍຕ້ອງຮັບປະກັນຄວາມຮູ້ດ້ານວິຊານັ້ນແທ້ໆ ບໍ່ແມ່ນຈະຮຽນໃຫ້ໃດ້ແຕ່ໃບປະກາສະນີຍະບັດເທົ່ານັ້ນ; ສຶກສາອົບຮົມຄົນຮຸ່ນໜຸ່ມຜູ້ສືບທອດພາລະກິດຂອງພັກຕັ້ງໜ້າຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດ ຈາກຄູ ຈາກຜູ້ອາວຸໂສບຳນານ, ສ້າງຕົນໃຫ້ກາຍເປັນຜູ້ທີ່ມີຄຸນທາດດ້ານການ ເມືອງໜັກແໜ້ນ ຄຽງຄູ່ກັບດ້ານວິຊາການເກັ່ງ; ຍົກລະດັບຄູສອນໃຫ້ເກັ່ງຮອບດ້ານ ໂດຍສະເພາະພາສາອັງກິດ ແນ ໃສ່ຮັບໃຊ້ການສິດສອນພາສາອັງກິດ ກາຍເປັນພາສາທີສອງຈຶ່ງສາມາດຮັບປະກັນທຽບເທົ່າສາກົນ; ເອົາໃຈໃສ່ສ້າງຄ່ານິຍົມໃໝ່ຕໍ່ນັກສຶກສາເມື່ອສໍາເລັດການສຶກສາແລ້ວ ກໍໄປປະກອບການຕາມສາຂາອາຊີບທີ່ຮຽນມາ ບໍ່ແມ່ນວ່າລໍຖ້າແຕ່ເປັນພະນັກງານສັງກັດລັດເທົ່ານັ້ນ.

ພ້ອມນີ້, ທ່ານຍັງໄດ້ເຊື່ອໝັ້ນວ່າ ຄະນະຜູ້ບໍລິຫານ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາທີ່ສໍາເລັດການສຶກສາ ທຸກໆຄົນ ຈະຕັ້ງໜ້າກໍ່ສ້າງຕົນເອງໃຫ້ກາຍເປັນພະນັກງານສືບທອດທີ່ດີຂອງພັກ ແລະ ລັດ, ເປັນລັດຖະກອນ, ເປັນນັກພັດທະນາ ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ເຄົາລົບ ແລະ ປະຕິບັດກົດໝາຍ-ລະບຽບວິໄນ ມີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ໃນຂົງເຂດວຽກງານທີ່ໄດ້ຮັບມອບໝາຍ ໃຫ້ມີຜົນສໍາເລັດເປັນຢ່າງດີ.\

ແຫຼ່ງຂ່າວ: ກະດານຂ່າວ ມຊ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...