Homeຂ່າວພາຍ​ໃນປະສານສຽງແຕກຍິງທົດລອງ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ "ລາໂຣສ-2025"

ປະສານສຽງແຕກຍິງທົດລອງ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

Published on

ປະສານສຽງແຕກ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

ໜັງສືພິມກອງທັບລາຍງານວ່າ: ​ວັນທີ 20 ກັນຍາ 2025, ທີ່ ສະໜາມຫັດແອບວິທະຍາຄານ ນາຍທະຫານບົກ ກົມມະດໍາ ໄດ້ມີການປະສານສຽງແຕກຍິງທົດລອງ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ພາຍໃຕ້ຄໍາຂວັນ: “ຄຽງບ່າຄຽງໄຫຼ່ ຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ” ໂດຍມີສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາລວມການຊ້ອມຮົບຮ່ວມ ລາວ-ຣັດເຊຍ”ລາໂຣສ-2025″, ມີສະຫາຍ ພັນເອກ ອີວານ ຕາຣາເຢັບ ຮັກສາການຮອງຜູ້ບັນຊາການທະຫານເຂດຕາເວັນອອກ ສ ຣັດເຊຍ, ຫົວໜ້າຄະນະຊີ້ນໍາການຊ້ອມຮົບຮ່ວມລາວ-ຣັດເຊຍ”ລາໂຣສ- 2025″, ມີຄະນະຊີ້ນໍາຝ່າຍ ລາວ-ຣັດເຊຍ, ແຂກຖືກເຊີນພ້ອມດ້ວຍນາຍ ແລະ ພົນທະຫານທັງຝ່າຍ ລາວ-ຣັດເຊຍ ເຂົ້າຮ່ວມ.

ພາຍຫຼັງທີ່ໄດ້ປະສານງານ ວາງແຜນຮ່ວມກັນ ແລະ ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ ພາກປະຕິບັດຕົວຈິງ ການປະສານກັນຢ່າງກົມກຽວ ເຊິ່ງກັນ ແລະ ກັນ, ນໍ້າໃຈມິດຕະພາບ ແລະ ສາມັກຄີຖານເພື່ອນສະຫາຍທີ່ດີ, ສອງກໍາລັງ ລາວ-ຣັດເຊຍ ໄດ້ເນີນໄປຕາມແຜນການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”, ໃນຫົວຂໍ້: “ຈັດຕັ້ງກະກຽມ ແລະ ປະຕິບັດຊ້ອມຮົບຮ່ວມຕີດັບສູນກຸ່ມຕິດອາວຸດຜິດກົດໝາຍ ໂດຍນໍາໃຊ້ບົດຮຽນທີ່ໄດ້ມາຈາກການປະຕິບັດການຕໍ່ຕ້ານການກໍ່ການຮ້າຍສະໄໝໃໝ່ ພາຍໃຕ້ຄໍາຂວັນ: “ຄຽງບ່າຄຽງໄຫຼ່ ຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ”

ການຈັດການປະສານສຽງແຕກ ຄັ້ງທີ I ເປັນການປະສານຍິງທົດລອງ ເຊິ່ງມີຈຸດປະສົງເພື່ອເພີ່ມທະວີຄວາມສາມາດໃນການຊີ້ນໍາບັນຊາ ແລະ ການປະສານສູ້ຮົບຮ່ວມພະນັກງານ-ນັກຮົບ ຂອງບັນດາເຫຼົ່າຮົບທີ່ເຂົ້າຮ່ວມຊ້ອມຮົບລາວ-ຣັດເຊຍ “ລາໂຣສ-2025” ທີ່ກອງທັບປະຊາຊົນລາວ ເປັນເຈົ້າພາບ ແນໃສ່ຮັບປະກັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນສະພາບຫັດແອບຕົວຈິງ, ບົນພື້ນຖານແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດຕາມແຜນການຊ້ອມຮົບຮ່ວມ ລາວ-ຣັດເຊຍ ສໍາເລັດຕາມແຜນການທີ່ກໍານົດໄວ້.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...