Homeຂ່າວອຸບັດຕິເຫດຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

Published on

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາປະມານ 04 ໂມງ 17 ນາທີ ຂອງວັນທີ 16 ກັນຍາ 2025 ສິດປະຈຳການຄອຍເຫດຂອງຈຸງານສືບສວນ-ສອບສວນ ແກ້ໄຂຄະດີອຸບັດຕິເຫດ ເມືອງໄຊທານີ ໄດ້ຮັບແຈ້ງທາງໂທລະສັບ ວ່າ: ໄດ້ມີອຸບັດຕິເຫດລົດກະບະ ຕຳລົດໂດຍສານສອງແຖວ ຕຳລົດລົດຈິບ ແລະ ເຮືອນປະຊາຊົນ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ.

ເຈົ້າໜ້າທີ່ໄດ້ລົງກວດກາສະຖານທີ່ເກີດເຫດ ພົບເຫັນລົດທັງ 3 ຄັນແມ່ນຍັງຢູ່ສະຖານທີ່ເກີດເຫດ ຈຶ່ງໄດ້ວັດແທກສະຖານທີ່ເກີດເຫດພ້ອມທັງເກັບກຳວັດຖຸຮ່ອງຮອຍ ຫຼັກຖານຕ່າງໆທີ່ພົວພັນເຖິງຄະດີ.

ຜ່ານການສອບສວນ, ເກັບກຳຂໍ້ມູນຫຼັກຖານໃນເບື້ອງຕົ້ນພົບວ່າ: ກ່ອນເກີດອຸບັດຕິເຫດ, ທ້າວ ມັງກອນເພັດ ອາຍຸ 39 ປີ ສັນຊາດລາວ ອາຊີບຄ້າຂາຍ ປະຈຸບັນຢູ່ ບ້ານ ດອນຕິ້ວ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໄດ້ຂັບຂີ່ລົດກະບະລີໂວ້ ໝາຍເລກທະບຽນ ກພ 8566 ມາແຕ່ທາງບ້ານ ໂນນສະອາດ ມຸ້ງໜ້າໄປບ້ານດອນຕິ້ວ ພໍຂັບຂີ່ຮອດຈຸດເກີດເຫດເຂດບ້ານ ດ່ານຊ້າງ ຜູ້ກ່ຽວໄດ້ຫຼັບໃນ ແລ້ວເຮັດໃຫ້ລົດເສຍຫຼັກເຈີດເຂົ້າແຄມທາງເບື້ອງຂວາ ຕຳໃສ່ທ້າຍລົດໂດຍສານສອງແຖວ ໝາຍເລກທະບຽນ ກນ 1011 ຂັບຂີ່ ໂດຍທ້າວ ຫວັດ ອາຍຸ 63 ປີ, ຢູ່ບ້ານ ໂນນບໍ່ແກ້ວ ເມືອງໄຊທານີ ເຊິ່ງຜູ້ກ່ຽວແມ່ນຂັບຂີ່ລົດມາແຕ່ທາງບ້ານ ໂນນສະອາດ ຈຸດປະສົງຈະມຸ້ງໜ້າໄປທາງວົງວຽນໄຊສະຫວ່າງ ມາພ້ອມ ຜູ້ໂດຍສານທັງໝົດ 17 ຄົນ. ຈາກນັ້ນ, ລົດທັງສອງຄັນໄດ້ເສຍຫຼັກໄປຕຳໃສ່ລົດຈິບ ເລກທະບຽນ ດທ 6565 ທີ່ ຈອດໄວ້ໜ້າເຮືອນແຄມທາງເບື້ອງຂວາ ເຊິ່ງເປັນລົດຂອງທ້າວ ຄຳປະສົງ ເພັດ ອາຍຸ 44 ປີ ສັນຊາດລາວ ອາຊີບຄ້າຂາຍ ແລ້ວຕຳໃສ່ເຮືອນ.

ອຸບັດຕິເຫດຄັ້ງນີ້ມີ ພາຫະນະເປ່ເພສົມຄວນ 3 ຄັນ, ເຮືອນເປ່ເພສົມຄວນ 1 ຫຼັງ, ມີຄົນໄດ້ຮັບບາດເຈັບເລັກໜ້ອຍ 15 ຄົນ ບາດເຈັບສົມຄວນ 3 ຄົນ ເຊິ່ງຄົນທີ່ໄດ້ຮັບບາດເຈັບສົມຄວນແມ່ນ ເປັນຜູ້ໂດຍສານຂອງລົດໂດຍສານສອງແຖວ ຖືກນຳສົ່ງໂຮງໝໍທັງໝົດ, ສຳລັບຜູ້ທີ່ໄດ້ຮັບບາດເຈັບເລັກໜ້ອຍຈໍາ ນວນ 15 ຄົນ ແພດໝໍໄດ້ອະນຸຍາດໃຫ້ກັບບ້ານພັກຜ່ອນຢູ່ເຮືອນໄດ້.

ສຳລັບການແກ້ໄຂຄູ່ກໍລະນີທັງສາມຝ່າຍ ພ້ອມຜູ້ໄດ້ຮັບບາດເຈັບທັງໝົດ ແມ່ນ ສາມາດຕົກລົງກັນໄດ້ໃນ ບາງສ່ວນແລ້ວ. ສ່ວນການດໍາເນີນຄະດີເຈົ້າໜ້າທີ່ພວກເຮົາພວມເກັບກຳຂໍ້ມູນຫຼັກຖານເພີ່ມເຕີມເພື່ອດໍາເນີນຕາມຂັ້ນຕອນຂອງກົດໝາຍ.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...