Homeຂ່າວທົ່ວໄປຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

Published on

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ (ເດືອນ10).

ສ່ວນຂໍ້ມູນທີ່ຈະນຳມາຂຽນປະກອບໃສ່ແບບຟອມມີຄື:

  • ຊື່ ແລະ ນາມສະກຸນ (ພາສາລາວ ແລະ ອັງກິດ)
  • ເລກບັດປະຈໍາຕົວເກົ່າ
  • ວັນທີ/ເດືອນ/ປີເກີດ
  • ສະຖານທີ່ຈົດທະບຽນການເກີດ (ເຮືອນເລກທີ, ໜ່ວຍ, ຮ່ອມ, ຖະໜົນ, ບ້ານ, ເມືອງ, ແຂວງ)
  • ທີ່ເກີດ (ເຮືອນເລກທີ, ໜ່ວຍ, ຮ່ອມ, ຖະໜົນ, ບ້ານ, ເມືອງ, ແຂວງ)
  • ຊົນເຜົ່າ ແລະ ສາສະໜາ
  • ໝວດເລືອດ
  • ເຊື້ອຊາດ ແລະ ສັນຊາດ
  • ເບີໂທຕິດຕໍ່ ແລະ ອີເມວ
  • ລະດັບວັດທະນະທຳ ແລະ ລະດັບການສຶກສາ
  • ອາຊີບ ແລະ ສະຖານທີ່ເຮັດວຽກ
  • ຂໍ້ມູນຂອງຄົນໃນຄອບຄົວ ( ຊື່, ສາຍພົວພັນ, ສັນຊາດ, ເລກບັດປະຈໍາຕົວ )
  • ທີ່ຢູ່ບັດຈຸບັນ (ເຮືອນເລກທີ, ໜ່ວຍ, ຮ່ອມ, ຖະໜົນ, ບ້ານ, ເມືອງ, ແຂວງ)
  • ທີ່ພັກເຊົາຊົ່ວຄາວ (ເຮືອນເລກທີ, ໜ່ວຍ, ຮ່ອມ, ຖະໜົນ, ບ້ານ, ເມືອງ, ແຂວງ)ຊື່,
  • ນາມສະກຸນ ແລະ ເລກບັດປະຈໍາຕົວ ຂອງຫົວໜ້າຄອບຄົວ

ໝາາຍເຫດ: ສຳລັບໃຜທີ່ບັດປະຈໍາຕົວບໍ່ທັນໝົດອາຍຸ ແລະ ບໍ່ມີວຽກຈຳເປັນທີ່ຕ້ອງໃຊ້ບັດປະຈໍາຕົວ ແມ່ນສາມາດລໍຖ້າເຮັດໃນຕົ້ນເດືອນຕຸລາໄດ້ ໂດຍແຕ່ລະເມືອງຈະເປີດໃຫ້ບໍລິການເຮັດບັດປະຈຳຕົວດິຈິຕອນ ພາຍໃນຕົ້ນເດືອນຕຸລາ 2025.

ມີຂໍ້ສົງໃສ ຫຼື ຄຳຖາມເພີ່ມເຕີມສາມາດໂທຕິດຕໍ່ເບີສາຍດ່ວນ 1529

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...