spot_img
Homeຂ່າວພາຍ​ໃນສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

Published on

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ)

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດແຫ່ງ ສປປ ລາວ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຕາງໜ້າຄະນະພັກ, ບັນດາກະຊວງ, ສະຖາບັນພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຮອງເອົາເນື້ອໃນບົດລາຍງານການເມືອງ, ແຜນພັດທະນາລະບົບສານປະຊາຊົນ 5 ປີ ຄັ້ງທີ V ແລະ ບົດສໍາຫຼວດການນໍາພາລວມຂອງອົງຄະນະພັກ ສປສສ. ພ້ອມນີ້, ກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາເຫັນຈາກຜູ້ຕາງໜ້າບັນດາໜ່ວຍພັກກົມ, ຄະນະສານ ແລະ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນເພື່ອໃຫ້ມີເນື້ອໃນຄົບຖ້ວນ. ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ສປສສ ຊຸດໃໝ່ ຊຶ່ງມີຜູ້ສະໝັກເລືອກຕັ້ງ 20 ສະຫາຍ ຍິງ 5 ສະຫາຍ, ເລືອກເອົາ 17 ສະຫາຍ ຍິງ 3 ສະຫາຍ; ກອງປະຊຸມຄັ້ງປະຖົມມະລືກໄດ້ເຫັນດີເລືອກຕັ້ງເອົາສະຫາຍນາງ ວຽງທອງ ສີພັນດອນ ເປັນເລຂາຄະນະບໍລິຫານງານພັກ; ສະຫາຍ ບຸນຂວາງ ທະວີສັກ ເປັນຮອງເລຂາ; ສະຫາຍ ພົມມະຫາ ປັນຍານຸເດດ ເປັນປະທານຄະນະກວດກາພັກ; ສະຫາຍ ນາງ ທັນສະໄໝ ຊາມຸນຕີ ແລະ ສະຫາຍ ພອນສະຫວັນ ພວງພິດົກ ເປັນຮອງປະທານຄະນະກວດກາພັກ. ກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຈໍານວນ 5 ສະຫາຍ.

ໂອກາດນີ້, ສະຫາຍ ສິນລະວົງ ຄຸດໄພທູນ ໄດ້ໃຫ້ກຽດໂອ້ລົມ ພ້ອມທັງເນັ້ນໜັກໃຫ້ຄະນະພັກຊຸດໃໝ່ ເອົາໃຈໃສ່ 7 ບັນຫາສຳຄັນດັ່ງນີ້:

  1. ປັນເຈົ້າການນໍາພາ-ຊີ້ນໍາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ເປັນແຜນການ, ໂຄງການ ແລະ ສ້າງເປັນນິຕິກໍາລະອຽດຢ່າງຕັ້ງໜ້າ ໂດຍເລີ່ມຈາກການຈັດຕັ້ງເຜີຍແຜ່, ເຊື່ອມ ຊຶມໃນຄະນະບໍລິຫານງານພັກ ສປສສ ລົງໄປເຖິງຄະນະພັກສານປະຊາຊົນແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ, ຜູ້ພິພາກສາຢູ່ບັນດາກົມກອງ, ຄະນະສານທັງສູນກາງ ແລະ ທ້ອງຖິ່ນໃຫ້ເລິກເຊິ່ງ ແລະ ທົ່ວເຖິງ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ, ເປັນເອກະພາບທາງດ້ານທັດສະນະ ແລະ ການກະທໍາຕົວຈິງ, ມີຄວາມເປັນເຈົ້າການເຂົ້າຮ່ວມການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ເປັນຂະບວນຢ່າງແຂງແຮງ, ຕໍ່ເນື່ອງ ແລະ ມີປະສິດທິພາບ, ປະສິດທິຜົນສູງຕາມຄາດໝາຍ;
  2. ໃຫ້ຮີບຮ້ອນແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະປະຈໍາພັກ, ຄະນະບໍລິຫານງານພັກຊຸດໃໝ່ໃຫ້ລະອຽດຈະແຈ້ງ, ເຊີດຊູຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງ, ທຸ່ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ຄວາມສາມາດ, ມີຄວາມເສຍສະຫຼະເພື່ອເຮັດສໍາເລັດໜ້າທີ່ ທີ່ຖືກມອບໝາຍ;
  3. ຕ້ອງຢືດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດບັນດາຫຼັກການ, ລະບອບແບບແຜນວິທີນໍາພາຂອງພັກ ແລະ ມີຄວາມຮັບຜິດຊອບໂດຍກົງຕໍ່ຜົນໄດ້ຜົນເສຍຂອງວຽກງານທີ່ຖືກມອບໝາຍ, ເດັດຂາດແກ້ໄຂຕໍ່ການປະພືດແບບອາດຍາສິດ, ສໍ້ລາດບັງຫຼວງ, ເສື່ອມທາດຂາດຄຸນ; ສ້າງຄວາມເຊື່ອໝັ້ນຈາກມະຫາຊົນ, ຕ້ອງຮູ້ອີງໃສ່ກໍາລັງແຮງຂອງປະຊາຊົນ ແລະ ເຮັດທຸກສິ່ງທຸກຢ່າງເພື່ອສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ແລະ ຂອງປະເທດຊາດ;
  4. ສືບຕໍ່ຝຶກຝົນຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດ-ສິນທໍາປະຕິວັດ, ຈັນຍາບັນ-ຈັນຍາທໍາຕໍ່ໜ້າທີ່, ຄວາມເປັນແບບຢ່າງນໍາໜ້າດ້ານຄວາມຈົງຮັກພັກດີ ແລະ ຄວາມຊື່ສັດບໍລິສຸດຕໍ່ອຸດົມການຂອງພັກ, ຕໍ່ຜົນປະໂຫຍດຂອງປະ ຊາຊົນ ແລະ ປະເທດຊາດ, ມີຄວາມສາມັກຄີພາຍໃນ ຈິງໃຈຕໍ່ໝູ່ຄະນະ ແລະ ຊ່ວຍເຫຼືອກໍ່ສ້າງໝູ່ຄະນະໃຫ້ມີຄວາມຕັ້ງໜ້າເຂັ້ມແຂງ;
  5. ຫ້າ. ເອົາໃຈໃສ່ນໍາພາປະຕິບັດໜ້າທີ່ການເມືອງຂອງສານປະຊາຊົນໃນການຕັດສິນ, ພິພາກສາຄະດີໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ທັງຮັບປະກັນຄຸນນະພາບໃນການຕັດສິນຄະດີ ໃຫ້ມີຄວາມຖືກຕ້ອງ ແລະ ເປັນທໍາ ລວມທັງການຕິດຕາມ ແລະ ຄຸ້ມຄອງຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ເພື່ອຮັບປະກັນການຈັດຕັ້ງປະຕິບັດຄໍາຕັດສິນໃຫ້ຄົບຖ້ວນຕາມທີ່ລັດຖະທໍາມະນູນ ແລະ ກົດໝາຍກໍານົດ;
  6. ຕ້ອງໄດ້ພ້ອມກັນກໍາແໜ້ນ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ 04 ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ໃຫ້ເຂົ້າສູ່ລວງເລິກ;
  7. ສືບຕໍ່ນໍາພາສ້າງຄວາມສາ ມັກຄີກັບສານປະຊາຊົນຂອງປະເທດເພື່ອນມິດ ແລະ ສາກົນ ຕາມແນວທາງນະໂຍບາຍຂອງພັກ-ລັດ ເພື່ອພັດ ທະນາຂະແໜງການສານໃຫ້ໄດ້ດີ, ເອົາໃຈໃສ່ຍາດແຍ່ງ ແລະ ດຶງດູດການຊ່ວຍເຫຼືອທາງດ້ານເຕັກນິກວິຊາການທາງກົດໝາຍ ແລະ ບົດຮຽນໃນການດໍາເນີນຄະດີໃຫ້ຫຼາຍ, ການເຂົ້າຮ່ວມຂອງອົງການຈັດຕັ້ງສາກົນ ແລະ ພາກພື້ນຕ້ອງໄດ້ເຮັດວຽກ ແລະ ປະຕິບັດໜ້າທີ່ຮ່ວມກັບເຂົາໃຫ້ລະອຽດ, ຊັດເຈນ ແລະ ມີສະຕິຕໍ່ທັດສະນະຕ່າງໆ ທີ່ສໍາຄັນຕ້ອງໄດ້ຮຽນຮູ້ ແລະ ນໍາເອົາບົດຮຽນທີ່ເປັນປະໂຫຍດມາໝູນໃຊ້ໃນວຽກງານວິຊາສະເພາະຂອງຕົນ.

ແຫຼ່ງຂ່າວ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...