spot_img
Homeຂ່າວເສດຖະກິດການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

Published on

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ

ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ ໄດ້ຈັດຂຶ້ນໃນວັນທີ 9 ກັນຍາ 2025 ຜ່ານມາ, ທີ່ພະແນກໂຍທາທິການ ແລະ ຂົນສົ່ງ ຕາງໜ້າລົງນາມໂດຍ ທ່ານ ບລົ່ງວ່າງ ຫວ່າງເຈຍຊາ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ສາຍສຳພັນ ຈັນມະວົງ ປະທານບໍລິສັດລາວສຳພັນພັດທະນາ ຈຳກັດຜູ້ດຽວ, ມີ ທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງພາກລັດ ແລະ ບໍລິສັດຮັບເໝົາເຂົ້າຮ່ວມ.

ໂຄງການ ສໍາຫຼວດ-ອອກແບບ ກໍ່ສ້າງເສັ້ນທາງວົງແຫວນອ້ອມຮອບ ນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ, ຍາວ 80 ກິໂລແມັດ, ເປັນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຫຼວງພະບາງ ເຮັດໃຫ້ການຄົມມະນາຄົມຂົນສົ່ງ ມີຄວາມສະດວກຍິ່ງຂຶ້ນ, ໃນໄລຍະຜ່ານມາ ຄະນະນຳພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ຄົ້ນຄວ້າທາງດ້ານວິຊາການ ເຫັນວ່າ: ນະຄອນ ຫຼວງພະບາງ ມີລະບົບຕາໜ່າງເສັ້ນທາງຄັບແຄບຫຼາຍ, ແຕ່ບໍ່ມີທາງວົງແຫວນ ມີແຕ່ທາງຜ່ານ, ເມື່ອມີລົດຕິດ ບໍ່ສາມາດລະບາຍໄປສູ່ອີກຈຸດອື່ນໄດ້, ຖ້າບໍ່ວາງແຜນ ແລະກໍ່ສ້າງຂະຫຍາຍເສັ້ນທາງວົງແຫວນໃນໄລຍະນີ້, ໃນອະນາຄົດ 20-50 ປີ, ຕົວເມືອງຫຼວງພະບາງຈະກາຍເປັນເມືອງແອອັດ-ທາງຕັນ ເຖິງຂັ້ນອຳມະພາດດ້ານການຂົນສົ່ງ; ດ້ານວິຊາການເຫັນວ່າ ຄວນຈະໄດ້ກໍ່ສ້າງເສັ້ນທາງວົງແຫວນ ແລະ ມີຄວາມຈຳເປັນແທ້ໆໃນອານະຄົດ.

ສໍາລັບແລວທາງ ຂອງທາງວົງແຫວນໄດ້ສຶກສາແລ້ວ ເຫັນວ່າມີຄວາມເປັນໄປໄດ້ ເນື່ອງຈາກຫຼາຍຈຸດກໍ່ມີທາງເກົ່າແລ້ວ ຍັງແຕ່ບາງຈຸດ ໂດຍສະເພາະ ຈາກເສັ້ນທາງ 2501 ຫຼວງພະບາງ ຫາຕາດກວາງຊີ ເພື່ອເຊື່ອມຕໍ່ກັບທາງ 13 ເໜືອ ແລະ ຂົວຂ້າມນໍ້າຂອງອີກ 01 ແຫ່ງ, ລວມລວງຍາວຂອງເສັ້ນທາງວົງແຫວນ ນັບທັງເສັ້ນທາງທີ່ມີແລ້ວ ແລະ ຕ້ອງຕັດໃໝ່ ມີ 80 ກິໂລແມັດ ມີໄລຍະການສຳຫຼວດ-ອອກແບບ ແລະ ສຶກສາຄວາມເປັນໄປໄດ້ 1 ປີ ໂດຍມອບໃຫ້ບໍລິສັດລາວສຳພັນພັດທະນາ ຈຳກັດຜູ້ດຽວ ເປັນຜູ້ລົງທຶນໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບ ນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ, ສ່ວນຂົວຂ້າມນໍ້າຂອງ ພາຍຫຼັງສຳເລັດການກໍ່ສ້າງເສັ້ນທາງແລ້ວ ອາດຈະນໍາໃຊ້ເຮືອບັກກ່ອນ. ພາຍຫຼັງຂໍການຊ່ວຍເຫຼືອທຶນກູ້ຢືມຈາກແຫຼ່ງທຶນອື່ນໆ ຫຼື ອາດໃຫ້ບໍລິສັດເຮັດການລົງທຶນຮູບແບບ ກໍ່ສ້າງ, ດຳເນີນງານ ແລະ ມອບໂອນ (BOT) ເພື່ອຄວາມຍືນຍົງ.
ໂອກາດນີ້, ທ່ານ ນາງ ສິລິພອນ ສຸພັນທອງ ໄດ້ເນັ້ນໃຫ້ບໍລິສັດຮັບເໝົາ ປະສານສົມທົບກັບທຸກພາກສ່ວນ ເພື່ອໃຫ້ການສຳຫຼວດບັນລຸຜົນສຳເລັດຕາມແຜນການ.
ແຫຼ່ງຂ່າວ: ຂ່າວສານຫຼວງພະບາງ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...