Homeຂໍ້ມູນກ່ຽວກັບປະເທດລາວອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

Published on

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024 ໂດຍມີອັດຕາການຂະຫຍາຍຕົວຢູ່ທີ່ 25.29% ເມື່ອທຽບກັບປີ 2023.

ການຈັດອັນດັບດັ່ງກ່າວ, ສະແດງໃຫ້ເຫັນເຖິງຂີດຄວາມສາມາດ ໃນການຟື້ນຟູອຸດສາຫະກຳການທ່ອງທ່ຽວໃນລາວພາຍຫຼັງທີ່ໄດ້ຮັບຜົນກະທົບ ຈາກການແຜ່ລະບາດຂອງພະຍາດໂຄດວິດ 19 ເຊິ່ງລາວສາມາດແຊງໜ້າຫຼາຍໆປະເທດ ທີ່ຢູ່ໃນພາກພື້ນດຽວກັນ ແລະ ຢູ່ໃນລຳດັບທີ່ໃກ້ຄຽງກັບປະເທດໄທ ໂດຍຢູ່ອັນດັບທີ 12.

ລາວເຮົາ ມີເອກະລັກອັນສະເພາະ ດ້ານວັດທະນະທຳ, ທຳມະຊາດ ແລະ ວິຖີຊີວິດທ້ອງຖິ່ນ ທີ່ສາມາດດຶງດູດຄວາມສົນໃຈຈາກນັກທ່ອງທ່ຽວຕ່າງປະເທດໄດ້ເປັນຢ່າງດີ.

ແຫຼ່ງຂໍ້ມູນ: Vnexpress, Lao Youth Radio

 

ບົດຄວາມຫຼ້າສຸດ

ສສຊ ສະເໜີໃຫ້ລັດຖະບານ ພັດທະນາບໍ່ແຮ່ ເນັ້ນໃຫ້ລັດ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດສູງສຸດ

ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ...

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳລາວ

ໃນຕອນແລງຂອງວັນທີ 05 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ,...

ໄລຍະ 9 ເດືອນ ປີ 2026 ເສດຖະກິດຂອງລາວ ຂະຫຍາຍຕົວ ໃນລະດັບ 4,8

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນໄລຍະ 9 ເດືອນ ປີ 2026 ໄດ້ດໍາເນີນໃນສະພາບການພາກພື້ນ ແລະ ສາກົນ ທີ່ຍັງສືບຕໍ່ເຄັ່ງຮ້ອນ, ຜັນແປຢ່າງສັບສົນ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ,...