spot_img
Homeຂ່າວຕ່າງປະເທດຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

Published on

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ.

ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ 1,411 ຄົນ ແລະ ຜູ້ບາດເຈັບອີກ 3,124 ຄົນ ແລະ ສ້າງຄວາມເສຍຫາຍໃຫ້ບ້ານເຮືອນຫຼາຍກວ່າ 5,400 ຫຼັງຄາເຮືອນ, ຂະນະທີ່ເຈົ້າໜ້າທີ່ຍັງເລັ່ງໃຫ້ການຊ່ວຍເຫຼືອຜູ້ປະສົບໄພທ່າມກາງພູມສັນຖານຂອງປະເທດທີ່ເປັນອຸປະສັກໃນເຂດໝູ່ບ້ານຮ່າງໄກ.

ສຳລັບເຫດແຜ່ນດິນໄຫວຄວາມຮຸນແຮງລະດັບ 6.0 ຣິກເຕີ ໃນອັບການິສຖານຖານ ເກີດຂຶ້ນເມື່ອວັນທີ 1 ກັນຍາ 2025 ເຊິ່ງມີຄວາມເລິກ 10 ກິໂລແມັດ ໂດຍມີແຂວງຄຸນານ ແລະ ແຂວງ ນັນກາຮາ ໄດ້ຮັບຜົນກະທົບຫຼາຍທີ່ສຸດ.

ທາງດ້ານໂຂສົກຝ່າຍບໍລິຫານຕາລີບັນ ໄດ້ລາຍງານວ່າ: ສະມາຄົມກາຊາດ ເຊິ່ງເປັນອົງກອນມະນຸດສະທຳ ລົງພຶ້ນທີ່ທີ່ໄດ້ຮັບຜົນກະທົບ ແລະ ເປີດເຜີຍວ່າ: ຍັງມີຜູ້ຄົນອີກຈຳນວນຫຼາຍຍັງຕິດຢູ່ໃຕ້ຊາກອາຄານ ຂະນະທີ່ຜູ້ປະສານງານສະຫະປະຊາຊາດປະຈຳອັບການິສຖານເຕືອນວ່າ: ຍອດຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວອາດມີແນວໂນ້ມເພີ່ມຂຶ້ນ.

ແຫຼ່ງຂ່າວ: ຖານເສດຖະກິດ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...