Homeຂ່າວກິລາສຕລ ປະກາດລາຍຊື່ 22 ນັກເຕະລາວ ລຸຍບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ

ສຕລ ປະກາດລາຍຊື່ 22 ນັກເຕະລາວ ລຸຍບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ

Published on

ປະກາດລາຍຊື່ 22 ນັກເຕະລາວ ເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ.

ທີມຊາດລາວຮຸ່ນອາຍຸບໍ່ເກີນ23 ປີ ຫຼື U23 ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ ຈູນ HA HYEOKJUN ສັນຊາດ ສ. ເກົາຫລີ ໄດ້ປະກາດລາຍຊື່ນັກກິລາ 22 ຄົນ ເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 AFC U23 ASIAN CUP SAUDI ARABIA 2026 QUALIFIERS ຢູ່ທີ່ປະເທດອິນໂດເນເຊຍ.

ລາຍຊື່ນັກກິລາ 22 ຄົນມີດັ່ງນີ້:

ຜູ້ຮັກສາປະຕູ: ກົບ ໂລກພະທິບ ຈາກ ສະໂມສອນ ເອສະຣາ, ພູນິນ ໄຊຍະສອນ ຈາກ ສະໂມສອນ ສາລະວັນ ຢູໄນເຕັດ, ສຸລິສັກ ສຸວັນຄຳ ຈາກ ສະໂມສອນ ນໍ້າທາ ຢູໄນເຕັດ.

ກອງຫຼັງ: ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ເອສະຣາ, ຄຳຫມັ້ນ ທາປະເສີດ ຈາກ ສະໂມສອນ ເອສະຣາ, ອຸ່ນ ເພັດວົງສາ ຈາກ ສະໂມສອນ ເອສະຣາ, ເພັດດາວັນ ສົມສະນິດ ຈາກ ສະໂມສອນ ເອສະຣາ, ພູຫຼວງ ວິນນະວົງ ຈາກ ສະໂມສອນ ຈຳປາສັກ ອາເວເນຍ, ໂອຄຳ ລາດຊະຈັກ ຈາກ ສະໂມສອນ ກອງທັບ, ພຸດທະວົງ ສັງວິໄລ ຈາກ ສະໂມສອນ ບີຈີ ປະທຸມ ຢູໄນເຕັດ ( ປະເທດໄທ ), ສອນວິໄລ ເພັດວຽງສີ ຈາກ ສະໂມສອນ ຈີບີ.

ກອງກາງ: ບິນລີ້ ໂດນສະຫນູພິດ ຈາກ ສະໂມສອນ ເອສະຣາ, ຄຳປານ ດວງວິໄລ ຈາກ ສະໂມສອນ ສາລະວັນ ຢູໄນເຕັດ, ຈັນສະຫມອນ ເພັດສົມພອນ ຈາກ ສະໂມສອນ ບີໄອເອັສ ມາດສເຕີ້, ບຸນແພງ ໄຊສົມບັດ ຈາກ ສະໂມສອນ ຫຼວງພະບາງ, ຄອນສະຫວັນ ແກ້ວຫນູຈັນ ຈາກ ສະໂມສອນ ຈີບີ.

ກອງຫນ້າ: ທະນູສັກ ນັນທະວົງດວງສີ ຈາກ ສະໂມສອນ ເອສະຣາ, ດາວພະຫັດ ກໍ່າກາຊົມພູ ຈາກ ສະໂມສອນ ເອສະຣາ, ປີເຕີ້ ພັນທະວົງ ຈາກ ສະໂມສອນ ເອສະຣາ, ສຸກສະຫວັນ ຮອບຈັກກະວານ ຈາກ ສະໂມສອນ ນໍ້າທາ ຢູໄນເຕັດ, ສົມຫວັງ ຈູມມະລີ ຈາກ ສະໂມສອນ ຈີບີ, ສາຍຝົນ ແກ້ວຫານາມ ຈາກ ສະໂມສອນ ສະຫມຸຍ ຢູໄນເຕັດ ( ປະເທດໄທ ).

ທີມຊາດລາວ ຖືກຈັດຢູ່ກຸ່ມ J ປະກອບມີ: ສ.ເກົາຫລີ, ອິນໂດເນເຊຍ ( ເຈົ້າພາບ ), ສປປ ລາວ ແລະ ເຂດປົກຄອງພິເສດ ມາເກົາ.

ການແຂ່ງຂັນລາຍການດັ່ງກ່າວ ແມ່ນ ຄັດເອົາອັນດັບ 1 ແຕ່ລະກຸ່ມ ຜ່ານເຂົ້າຮອບສຸດທ້າຍ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 4 ທີມ ເຂົ້າຮອບສຸດທ້າຍ ຮ່ວມກັບ ປະເທດຊາອຸດິ ອາຣັບເບຍ ທີ່ໄດ້ຮັບກຽດເປັນເຈົ້າພາບ.

ຕາຕະລາງການແຂ່ງຂັນຂອງທີມຊາດລາວ.
– ວັນທີ 03 ກັນຍາ 2025 ເວລາ 19:30 ທີມຊາດອິນໂດເນເຊຍ ພົບ ທີມຊາດລາວ
– ວັນທີ 06 ກັນຍາ 2025 ເວລາ 15:30 ທີມຊາດລາວ ພົບ ທີມຊາດສ.ເກົາຫຼີ
– ວັນທີ 09 ກັນຍາ 2025 ເວລາ 15:30 ທີມຊາດລາວ ພົບ ເຂດປົກຄອງພິເສດມາເກົາ
ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາ Gelora Delta Sidoarjo ປະເທດອິນໂດເນເຊຍ.
ແຫຼ່ງຂ່າວ: ສະຫະພັນບານເຕະແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...