spot_img
Homeຂ່າວຕ່າງປະເທດປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ ກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25

ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ ກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25

Published on

ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 (The 25th SCO Summit)

ໃນລະຫວ່າງວັນທີ 31ສິງຫາ – 1 ກັນຍາ2025, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ ກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 (The 25thShanghai Cooperation Organization Summit) ທີ່ ນະຄອນທ່ຽນຈິ່ນ, ສປ ຈີນ. ເຊິ່ງໃນພາກພິທີເປີດ, ທ່ານ ສີ ຈິ້ນຜິງ, ປະທານປະເທດ ແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນຈີນ ໄດ້ໃຫ້ກຽດກ່າວສູນທອນພົດ ພາຍໃຕ້ຄໍາຂວັນ “ການສົ່ງເສີມການຮ່ວມມືຫຼາຍຝ່າຍ,ຮັບປະກັນຄວາມໝັ້ນຄົງໃນພາກພື້ນ ແລະ ສົ່ງເສີມການພັດທະນາແບບຍືນຍົງ (Implementing multilateralism, ensuring regional security and promoting sustainable development)”ໂດຍໄດ້ສະແດງຄວາມຍິນດີຕ້ອນຮັບການນໍາສູງສຸດ ຈາກບັນດາປະເທດສະມາຊິກຂອງອົງການ, ປະເທດຄູ່ຮ່ວມເຈລະຈາ, ປະເທດສັງເກດການ, ແຂກຂອງປະທານ ແລະ ອົງການການຈັດຕັ້ງສາກົນ. ໂດຍໄດ້ຢໍ້າຄືນຄວາມໝາຍຄວາມສໍາຄັນ ຂອງອົງການຮ່ວມມືຊຽງໄຮ້ ທີ່ມີບົດບາດເປັນເວທີສໍາລັບການຮ່ວມມືດ້ານຄວາມໝັ້ນຄົງ, ການພັດທະນາເສດຖະກິດ ແລະ ການແລກປ່ຽນທາງດ້ານວັດທະນະທໍາພາຍໃນພາກພື້ນ. ທ່ານຍັງໄດ້ກ່າວວ່າ “ໃນທ່າມກາງສະພາບທີ່ໂລກກຳລັງປະເຊີນໜ້າກັບສິ່ງທ້າທາຍຕ່າງໆ ເປັນຕົ້ນແມ່ນຄວາມບໍ່ມີສະຖຽນລະພາບ, ຄວາມບໍ່ແນ່ນອນ ແລະ ບໍ່ສາມາດຄາດເດົາໄດ້, ອົງການຮ່ວມມືຊຽງໄຮ້ ຈະຕ້ອງແບກຮັບຄວາມຮັບຜິດຊອບທີ່ຫຼາຍຂຶ້ນກວ່າເກົ່າ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ, ສົ່ງເສີມການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງສໍາລັບທຸກໆປະເທດໃນໂລກ”. ທ່ານຍັງໄດ້ຮຽກຮ້ອງໃຫ້ປະເທດສະມາຊິກ ແລະ ຄູ່ຮ່ວມພັດທະນາ ເພີ້ມທະວີຄວາມສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ພ້ອມທັງ, ຍຶດໝັ້ນໃນຫຼັກການຂອງການຮ່ວມມືຫຼາຍຝ່າຍ ແລະ ການມີສ່ວນຮ່ວມເພື່ອຜົນປະໂຫຍດຮ່ວມກັນທ່າມກາງສະພາບການທີ່ຄາດຄະເນໄດ້ຍາກນີ້.

ໃນໄລຍະກອງປະຊຸມ ພິເສດ ໃນພາກກອງປະຊຸມບັນດາປະເທດສະມາຊິກບວກ ຫລື“SCO Plus” ສປປ ລາວ ໄດ້ຖືກຮັບຮອງຢ່າງເອກະສັນໃຫ້ເປັນປະເທດຄູ່ຮ່ວມເຈລະຈາ (Dialogue Partner)ປະເທດທີ່ 15 ຢ່າງເປັນທາງການ. ເຊິ່ງໃນໂອກາດທີ່ມີຄວາມໝາຍນີ້ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ກ່າວບົດປາໄສໂດຍໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດສະມາຊິກຂອງອົງການ ທີ່ໃຫ້ການສະໜັບສະໜູນ ແລະ ໄວ້ເນື້ອເຊື່ອໃຈຕໍ່ ສປປ ລາວ.

ທ່ານ ປະທານປະເທດ ຍັງໄດ້ຢໍ້າຕື່ມວ່າ “ສປປ ລາວ ໃຫ້ຄວາມສໍາຄັນຕໍ່ຫຼັກການ ແລະ ເປົ້າໝາຍຂອງອົງການການຮ່ວມມືຊຽງໄຮ້ ທີ່ມີຄວາມສອດຄ່ອງກັບແນວທາງ ແລະ ນະໂຍບາຍການຕ່າງປະເທດຂອງ ສປປ ລາວ ທີ່ຍາມໃດກໍ່ຍຶດໝັ້ນຫຼັກການ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.ພ້ອມທັງ ຢໍ້າຕື່ມວ່າ ສປປ ລາວ ພ້ອມທີ່ຈະມີສ່ວນຮ່ວມໃນການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງພາຍໃນພາກພື້ນ ແລະ ການພັດທະນາແບບຍືນຍົງ”.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ພະນະທ່ານທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງ ຈິງ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມຄະນະ; ພົບປະສອງຝ່າຍກັບພະນະທ່ານພົນເອກ ອາວຸໂສ ມິນ ອອງ ລາຍ,ປະທານ ຄະນະກຳມາທິການ ຮັກສາຄວາມໝັ້ນຄົງແຫ່ງລັດ ແລະ ສັນຕິພາບ, ຮັກສາການປະທານາທິບໍດີ ແຫ່ງ ສສ ມຽນມາ;ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງພະນະທ່ານເຄ ພີ ຊາມາ ໂອລີ, ນາຍົກລັດຖະມົນຕີ ແຫ່ງ ເນປານ; ແລະຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສົມເດັດມະຫາບໍວໍ ທິບໍດີຮຸນມາແນດ,ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກ ກຳປູເຈຍ, ເພື່ອປຶກສາຫາລືແລະແລກປ່ຽນຄຳຄິດເຫັນໃນການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍລະຫວ່າງສປປລາວແລະບັນດາປະເທດເພື່ອນມິດດັ່ງກ່າວ.

ອົງການຮ່ວມມືຊຽງໄຮ້ (SCO) ແມ່ນອົງການຈັດຕັ້ງລະຫວ່າງລັດຖະບານ ສ້າງຕັ້ງຂຶ້ນໃນປີ 2001 ທີ່ ນະຄອນຊຽງໄຮ້ ໂດຍ 6 ປະເທດກໍ່ຕັ້ງຄື: ສປ ຈີນ, ລັດເຊຍ, ກາຊັກສະຖານ, ກຽກກິດສະຖານ, ຕັດຈິກິດສະຖານ ແລະ ອຸດສະເບກິດສະຖານ. ປະຈຸບັນ, ອົງການ SCO ມີປະເທດສະມາຊິກທັງໝົດ 10 ປະເທດ, ປະເທດສັງເກດການ 2 ປະເທດ ແລະ ປະເທດທີ່ເປັນຄູ່ຮ່ວມເຈລະຈາ 15 ປະເທດ (ລວມທັງ ສປປ ລາວ). ໂດຍມີຈຸດປະສົງເພື່ອສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບພາຍໃນພາກພື້ນ, ພ້ອມທັງ ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ການແລກປ່ຽນວັດທະນະທໍາ ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ.

ການເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຂອງການນໍາສູງສຸດຂອງ ສປປ ລາວ ໃນຄັ້ງນີ້ເປັນຄັ້ງປະຖົມມະເລິກ ສໍາລັບ ສປປ ລາວ ໃນເວທີດັ່ງກ່າວ ເຊິ່ງສາມາດສະຫຼຸບຕີລາຄາໄດ້ວ່າການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ແມ່ນມີຜົນສໍາເລັດອັນຈົບງາມ ແລະ ເປັນການເສີມຂະຫຍາຍການຮ່ວມມືທາງການທູດ ໃຫ້ເຂົ້າເຖິງຂົງເຂດ ຢູຣາເຊຍ ພ້ອມທັງ, ສ້າງຄວາມຮັບຮູ້ອັນເລິກເຊິ່ງ ລະຫວ່າງ ສປປ ລາວ ແລະ ປະເທດສະມາຊິກ ແລະ ຄູ່ຮ່ວມເຈລະຈາຂອງອົງການ ໃຫ້ຫລາຍຂຶ້ນຕື່ມ.

ພາບ-ຂ່າວ : ກົມການຂ່າວ, ກະຊວງການຕ່າງປະເທດ

 

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...