spot_img
Homeກອງປະຊຸມສະໄໝສາມັນສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

Published on

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນສິງຫາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກັນຍາ 2025.

ຕໍ່ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນສິງຫາ 2025 ກອງປະຊຸມໄດ້ຕີລາຄາ ເຖິງການແກ້ໄຂບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ສາມາດຄວບຄຸມອັດຕາເງິນເຟີ້ ຫຼຸດລົງເປັນກ້າວໆ ຢູ່ໃນລະດັບ 5%, ຄັງສໍາຮອງເງິນຕາຕ່າງປະເທດ ສາມາດກຸ້ມການນໍາເຂົ້າ 4.94 ເດືອນ, ສາມາດຊໍາລະໜີ້ສິນ ທັງພາຍໃນ ແລະ ຕ່າງປະເທດໄດ້ຕາມແຜນ, ການເກັບລາຍຮັບເຂົ້າງົບປະມານ ໄດ້ເກືອບ 47 ພັນຕື້ກີບ ເທົ່າກັບ 69% ຂອງແຜນການ; ການປູກເຂົ້ານາປີ ໄດ້ 740,000 ກວ່າເຮັກຕາ ເທົ່າກັບ 97% ຂອງແຜນການ, ການຜະລິດພືດສະບຽງອາຫານ ໃນລະດູຝົນ ໄດ້ 107,000 ກວ່າເຮັກຕາ ເທົ່າກັບ 70% ຂອງແຜນການ, ການຜະລິດຊີ້ນ-ໄຂ່-ປາ ໄດ້ເກືອບ 386,000 ໂຕນ ເທົ່າກັບ 67% ຂອງແຜນການ, ການປູກພືດ-ຜັກເປັນສິນຄ້າ ໄດ້ 478,000 ກວ່າເຮັກຕາ ເທົ່າກັບ 68% ຂອງແຜນການ, ສາມາດສົ່ງອອກພືດ-ຜັກເປັນສິນຄ້າ ໄດ້ເກືອບ 325.000 ໂຕນ ມີມູນຄ່າ 88 ລ້ານກວ່າໂດລາ, ການລ້ຽງສັດ ກໍ່ມີການຂະຫຍາຍຕົວເພີ່ມຂຶ້ນ ໂດຍສາມາດສົ່ງອອກສັດ ແລະ ຜະລິດຕະພັນສັດ ມູນຄ່າ 1.16 ລ້ານໂດລາ.

ສຳລັບທິດທາງແຜນວຽກຈຸດສຸມປະຈຳເດືອນກັນຍາ 2025 ກອງປະຊຸມ ໄດ້ຊີ້ນໍາຂະໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສໍາຄັນ ດັ່ງນີ້:
ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ສຸມໃສ່ລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ, ແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ ຕິດພັນວຽກງານ 3 ສ້າງ ໃຫ້ແຂງແຮງກວ່າເກົ່າ; ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທາງສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ; ເອົາໃຈໃສ່ຕິດຕາມສະພາບການເຂົ້າ-ອອກເມືອງ ຜ່ານບັນດາດ່ານ; ສະກັດກັ້ນ ແລະ ແກ້ໄຂບັນຫາຕ່າງໆ ຢູ່ບໍລິເວນຊາຍແດນ ໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ສືບຕໍ່ສ້າງແຜນປ້ອງກັນຮັກສາຄວາມສະຫງົບ ແລະ ປອດໄພ ໃຫ້ແກ່ການຈັດງານສໍາຄັນຕ່າງໆ.
ສຸມໃສ່ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ອົງຄະນະພັກກະຊວງ-ອົງການ ຂັ້ນສູນກາງ ແລະ ອົງຄະນະພັກແຂວງ ໃຫ້ສຳເລັດຕາມຄາດໝາຍດ້ານເວລາກຳນົດໄວ້. ພ້ອມກັນນັ້ນ ກໍສືບຕໍ່ປັບປຸງຮ່າງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາກະຊວງ-ອົງການ ຂັ້ນສູນກາງ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນ ໄຫວ ຂອງບັນດາພະແນກການ-ຫ້ອງການ ຂອງທ້ອງຖິ່ນ ທີ່ມີການປັບປຸງຊັບຊ້ອນ, ພ້ອມທັງ ສືບຕໍ່ສັບຊ້ອນຈັດວາງພະນັກງານ ຢູ່ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ໃຫ້ສຳເລັດ.
ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ 6 ມາດຕະການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕາມແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຕາມທີ່່ໄດ້ລາຍງານຕໍ່ກົມການເມືອງສູນກາງພັກ ໂດຍສະເພາະ ເອົາໃຈໃສ່ມາດຕະການແກ້ໄຂບັນຫາເງິນເຟີ້, ຄຸ້ມຄອງອັດຕາແລກປ່ຽນເງິນຕາ ແລະ ຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ບັນລຸຄາດໝາຍ ທີ່ສະພາແຫ່ງຊາດຮັບຮອງ. ​ສຳລັບມາດຕະການດ້ານການຄ້າ ແມ່ນໃຫ້ສຸມໃສ່ແກ້ໄຂຫຼຸດຜ່ອນຕົ້ນທຶນການຜະລິດສິນຄ້າ (ເຂົ້າ, ໄຂ່, ຊີ້ນໝູ ແລະ ປານິນ) ດຸນດ່ຽງການສະໜອງ ແລະ ຄວາມຕ້ອງການຊົມໃຊ້ຂອງສັງຄົມໃຫ້ພຽງພໍ, ຄຸ້ມຄອງການນຳເຂົ້າ ໂດຍດັດສົມບໍລິສັດນຳເຂົ້າໃຫ້ຫຼຸດລົງ, ແກ້ໄຂໂຮງງານປຸງແຕ່ງຫົວອາຫານສັດ ໃຫ້ໄດ້ດຳເນີນການຜະລິດປົກກະຕິ, ຈຳກັດການນຳເຂົ້າສິນຄ້າຟູມເຟືອຍ, ປະຕິບັດມາດຕະການແກ້ໄຂໜີ້ສິນ ແລະ ມາດຕະການອື່ນໆ.
ກະກຽມຮັບມືກັບຜົນກະທົບຈາກພາຍຸຄາຈິກິ ເຊິ່ງອາດເຮັດໃຫ້ເກີດມີດິນເຊາະເຈື່ອນ, ນ້ຳຖ້ວມ-ນໍ້າໄຫຼຊຸ ແລະ ນ້ຳຖ້ວມອັ່ງໃນເຂດຕົວເມືອງ; ເອົາໃຈໃສ່ບໍລິຫານຈັດການນ້ຳ ຢູ່ບັນດາອ່າງເກັບນ້ຳ ແລະ ເຂື່ອນໄຟຟ້າໃຫ້ດີ, ທັງແຈ້ງເຕືອນປະຊາຊົນ ຢ່າງທັນການ, ເປັນປົກກະຕິ ແລະ ຕໍ່ເນື່ອງ.
ສຸມໃສ່ຊຸກຍູ້ບັນດາໂຄງການກໍ່ສ້າງເສັ້ນທາງ ທີ່ເປັນບູລິມະສິດ, ປັບປຸງສ້ອມແປງເສັ້ນທາງທີ່ເປ່ເພຈາກໄພພິບັດຜ່ານມາ ແລະ ອາດຈະເປ່ເພ ໃນຕໍ່ໜ້າ ໃຫ້ນຳໃຊ້ໄດ້ຢ່າງເປັນປົກກະຕິ; ສຸມໃສ່ຈັດຕັ້ງຜັນຂະຫຍາຍ ມະຕິຂອງສະພາແຫ່ງຊາດ ວ່າດ້ວຍນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່ (ມະຕິ 165/ສພຊ).
ສຸມໃສ່ກະກຽມການເປີດສົກຮຽນໃໝ່ຊັ້ນຕ່າງໆ, ແກ້ໄຂບັນຫາການຂາດແຄນຄູສອນ ໂດຍສະເພາະ ສືບຕໍ່ແກ້ໄຂຄູອາສາສະໝັກເຂົ້າເປັນລັດຖະກອນ ຕາມໂຄຕ້າທີ່ກຳນົດໄວ້ ໃຫ້ສໍາເລັດ, ເອົາໃຈໃສ່ເກັບກຳ ແລະ ຄຸ້ມຄອງຈຳນວນແຮງງານ ທີ່ປະເທດໃກ້ຄຽງສົ່ງກັບມາ ໂດຍຖືເອົາໂອກາດນີ້ ອົບຮົມສີມືແຮງງານ ແລະ ຈັດສັນອາຊີບໃຫ້ເຂົາເຈົ້າ ສືບຕໍ່ພັດທະນາສີມືແຮງງານ ແລະ ຈັດສັນອາຊີບໃຫ້ຫຼາຍຂຶ້ນ.
ສືບຕໍ່ຜັນຂະຫຍາຍ ຜົນການໄປຢ້ຽມຢາມຕ່າງປະເທດ ຂອງການນຳຂັ້ນສູງຂອງພັກ-ລັດ; ກະກຽມໃຫ້ແກ່ການນຳຂັ້ນສູງຂອງພັກ-ລັດ ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຕ່າງປະເທດ ໃຫ້ມີຄວາມຮັບປະກັນຮອບດ້ານ.
ກອງປະຊຸມພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງນິຕິກໍາ ຈໍານວນ 6 ສະບັບ ຄື:
(1) ຮ່າງແຜນແມ່ບົດພັດທະນາເຂດນາກະສັງ, ດອນເດດ, ດອນຄອນ ແລະ ບໍລິເວນອ້ອມຮອບ ສຳລັບປີ 2025-2035;
(2) ຮ່າງດໍາລັດ ວ່າດ້ວຍການປັບໄໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຕ້ານການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທຳລາຍລ້າງຜານ;
(3) ຮ່າງດໍາລັດ ວ່າດ້ວຍການກັກ, ຍຶດ ແລະ ອາຍັດທຶນ ຂອງຜູ້ຢູ່ໃນບັນຊີລາຍຊື່ ທີ່ພົວພັນກັບການກໍ່ການຮ້າຍ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ;
(4) ຮ່າງດໍາລັດ ວ່າດ້ວຍການຕ້ານການສະໜອງທຶນ ໃຫ້ແກ່ການແຜ່ຜາຍອາວຸດທໍາລາຍລ້າງຜານ;
(5) ຮ່າງດໍາລັດ ວ່າດ້ວຍການປະເມີນຜົນກະທົບຕໍ່ສຸຂະພາບ;
(6) ຮ່າງດໍາລັດ ວ່າດ້ວຍການປັບໄໝ ແລະ ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການລົດໄຟ.
ທີ່ມາຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

ບົດຄວາມຫຼ້າສຸດ

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...