Homeຂ່າວຕ່າງປະເທດປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

Published on

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ, ທ່ານ ລໍເຣນ ຫວ່ອງ ນາຍົກລັດຖະມົນຕີຂອງປະເທດສິງກະໂປ ກ່າວວ່າ: ຄົນທຸກຍຸກ ທຸກສະໄໝຕ່າງກັງວົນ ກ່ຽວກັບອິດທິພົນເຊິງລົບ ທີ່ສົ່ງຜົນກະທົບຕໍ່ຄົນລຸ້ນເຍົາວະຊົນຂອງຕົນ ແລະ ຄວາມສ່ຽງໃໝ່ໆທີ່ຈະເກີດຂຶ້ນ ແລະ ການສູບຢາສູບໄຟຟ້າ ຖືວ່າເປັນທີ່ໜ້າກັງວົນຢ່າງຍິ່ງ ເຊິ່ງຂະນະນີ້ລັດຖະບານສິງກະໂປ ກຳລັງຈະດຳເນີນການທີ່ເຂັ້ມງວດຍິ່ງຂຶ້ນ ໃນການຕໍ່ຕ້ານການສູບຢາສູບໄຟຟ້າ ແລະ ຈະຖືວ່າການສູບຢາສູບໄຟຟ້າເປັນບັນຫາຢາເສບຕິດ ພ້ອມທັງຈະຂຶ້ນບັນຊີວ່າຢາສູບໄຟຟ້າເປັນຢາເສບຕິດດ້ວຍ ພ້ອມທັງຈະມີບົດລົງໂທດທີ່ຮຸນແຮງຂຶ້ນ.

ຜູ້ນຳສິງກະໂອກ່າວຕື່ມອີກວ່າ: ຢາສູບໄຟຟ້າຫຼາຍຍີ່ຫໍ້ ມີສານເສບຕິດ ແລະ ອັນຕະລາຍປະສົມຢູ່ເຊັ່ນ: ເອໂທມິເດດ (Etomidate) ດັ່ງນັ້ນ, ຢາສູບໄຟຟ້າຈຶ່ງເປັນພຽງອຸປະກອນນຳສົ່ງ ເຊິ່ງສິ່ງທີ່ອັນຕະລາຍທີ່ແທ້ຈິງຄືສິ່ງຢູ່ຂ້າງໃນ ເຊິ່ງພາຍໃນອະນາຄົດມັນອາດຈະກາຍເປັນຢາທີ່ອັນຕະລາຍກວ່າເກົ່າກໍເປັນໄດ້.

ຢ່າງໃດກໍຕາມການສູບຢາສູບໄຟຟ້າຖືກຫ້າມໃນສິງກະໂປ ຕັ້ງແຕ່ປີ 2018 ແລະ ພາຍໃຕ້ກົດໝາຍປັດຈຸບັນການຄອບຄອງ ການໃຊ້ ຫຼື ການຊື້ຢາສູບໄຟຟ້າຈະມີໂທດປັບສູງສຸດ 2,000 ໂດລາ ຫຼື ປະມານ 45,000,000 ກີບ ແຕ່ທາງນາຍົກລັດຖະມົນຕີສິງກະໂປ ກ່າວເສີມວ່າ: ຄ່າປັບຈຳນວນມັນຍັງນ້ອຍ ເຊິ່ງເຮັດໃຫ້ຄົນບໍ່ຢ້ານ ແລະ ການທີ່ຈັດໃຫ້ຢາສູບໄຟຟ້າຢູ່ໃນໝວດຢາເສບຕິດ ຈະເຮັດໃຫ້ຄົນຢ້ານຂຶ້ນແນ່ນອນ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...