spot_img
Homeຂ່າວຕ່າງປະເທດຝົນມໍລະສຸມ! ປາກີສະຖານປະເຊີນ ນ້ຳປ່າໄຫຼຊຸ ແລະ ດິນເຈື່ອນຖະຫຼົ່ມ ຫຼ້າສຸດມີປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ.

ຝົນມໍລະສຸມ! ປາກີສະຖານປະເຊີນ ນ້ຳປ່າໄຫຼຊຸ ແລະ ດິນເຈື່ອນຖະຫຼົ່ມ ຫຼ້າສຸດມີປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ.

Published on

ປາກີສະຖານປະເຊີນນ້ຳປ່າຖ້ວມຊຸ ແລະ ດິນຖະຫຼົ່ມ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ສິງຫາ 2025 ຜ່ານມານີ້ວ່າ: ປາກີສະຖານປະເຊີນກັບສະພາບຝົນຕົກໜັກຕໍ່ເນື່ອງເຮັດໃຫ້ເກີດນ້ຳປ່າໄຫຼຊຸ  ແລະ ດິນຖະຫຼົ່ມ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ ໂດຍສ່ວນໃຫຍ່ເສຍຊີວິດໃນພື້ນທີ່ທີ່ມີພູເຂົາສູງໂດຍສະເພາະ ແຂວງໄຄເບີປັກຕຸນຄວາ (Khyber Pakhtunkhwa).

ຕາມການລາຍງານຂອງສຳນັກງານຈັດການໄພພິບັດແຫ່ງຊາດ (NDMA) ເປີດເຜີຍວ່າ: ຍອດຜູ້ເສຍຊີວິດ 324 ຄົນຢູ່ທີ່ແຂວງຄເບີປັກຕຸນຄວາ, 11 ຄົນ ໃນແຄັສເມຍຝັ່ງປາກີສະຖານ, 9 ຄົນໃນກິວກິສ-ບັນຕິສະຖານ ແລະ ອີກ 5 ຄົນຈາກອຸບັດຕິເຫດເຮລິຄອບເຕີລັດຖະບານຕົກລະຫວ່າງປະຕິບັດການຊ່ວຍເຫຼືອ ສ່ວນຜູ້ບາດເຈັບມີທັງມົດຢ່າງນ້ອຍ 137 ຄົນ.

ທາງດ້ານເຈົ້າໜ້າທີ່ກູ້ໄພປະມານ 2,000 ຄົນ ກຳລັງປະຕິບັດການພາລະກິດການຄົ້ນຫາຮ່າງຜູ້ສູນຫາຍ ແລະ ຊ່ວຍເຫຼືອຜູ້ປະສົບໄພໃນ 9 ເຂດທີ່ໄດ້ຮັບຜົນກະທົບ ທ່າມກາງສະຖານະການຝົນຕົກໜັກຕໍ່ເນື່ອງ.

ສຳລັບປາກີສະຖານຖືກຈັດໃຫ້ເປັນໜຶ່ງໃນປະເທດທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພຫຼາຍທີ່ສຸດ ໂດຍເມື່ອປີ 2022 ເກີດເຫດນ້ຳຖ້ວມຄັ້ງໃຫຍ່ເຮັດໃຫ້ເນື້ອໜຶ່ງໃນສາມຂອງປະເທດຕ້ອງປະເຊິນກັບນ້ຳຖ້ວມໜັກ ເຮັດໃຫ້ມີຜູ້ເສຍຊີວິດທັງມົດ 1,700 ຄົນ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...