spot_img
Homeຂ່າວພາຍ​ໃນສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

Published on

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ

ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ອົງການຮ່ວມມືສາກົນ ສ ເກົາຫຼີ (KOICA) ປະຈຳ ສປປ ລາວ ຈັດຂຶ້ນວັນທີ 8 ສິງຫາ 2025 ທີ່ ນະຄອນຫຼວງວຽງຈັນ ຕາງໜ້າເຊັນໂດຍທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ຊັງຊູ ໂອ ປະທານ KOICA ປະຈຳລາວ ໂດຍເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ເຫຼັກໄຫຼ ສີວິ ໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ຈອງ ຢອງ ຊູ ເອກອັກຄະລັດຖະທູດ ສ ເກົາຫຼີປະຈຳລາວ ພ້ອມດວຍ ຕາງໜ້າກົມອ້ອມຂ້າງກະຊວງ ຍທຂ ກະ ຊວງການເງິນ ຕາງໜ້າແຂວງ ແລະ ລັດວິສາຫະກິດນໍ້າປະປາແຂວງບໍລິຄຳໄຊເຂົ້າ ຮ່ວມ.

ໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊຈັດຕັ້ງປະຕິບັດຂຶ້ນເພື່ອຂະຫຍາຍ ແລະ ປັບປຸງລະບົບໂຄງລ່າງນໍ້າປະປາພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ແລະ ຊຸມຊົນ ໃຫ້ທຶນໂດຍລັດຖະບານ ສ ເກົາ ຫຼີ ໂດຍຜ່ານອົງການ KOICA ປະຈຳລາວ ທຶນຊ່ວຍເຫຼືອມູນຄ່າ 6 ລ້ານໂດລາສະຫະ ລັດ ກຳນົດຈັດຕັ້ງປະຕິບັດ 2025-2029 ຈັດຕັ້ງປະຕິບັດໂດຍ ກົມນໍ້າປະປາ ກະຊວງ ຍທຂ ຮ່ວມກັບ ແຂວງບໍລິຄຳໄຊໂດຍແມ່ນ ພະແນກ ຍທຂ ແຂວງ ແລະ ລັດວິສາຫະ ກິດນໍ້າປະປາແຂວງ.

ໂຄງການດັ່ງກ່າວປະກອບມີ 3 ໜ້າວຽກຫຼັກຄື: ຂະຫຍາຍ ແລະ ປັບປຸງລະບົບໂຄງລ່າງນໍ້າປະປາ ອອກແບບ ແລະ ກໍ່ສ້າງສິ່ງອຳນວຍຄວາມສະດວກນໍ້າປະປາໃໝ່ ແລະ ປັບປຸງລະບົບທີ່ມີຢູ່ ດຳເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແລະ ການເກັບກູ້ລະເບີດບໍ່ທັນແຕກ ເພື່ອຮັບປະກັນການຈັດຕັ້ງປະຕິບັດໂຄງການຢ່າງປອດໄພ ພັດທະນາຄວາມອາດສາມາດໃຫ້ແກ່ພະນັກງານລັດຖະບານລາວໃນການດຳເນີນການຄຸ້ມຄອງ ແລະ ການດຳເນີນງານ ເຝິກອົບຮົມໃຫ້ແກ່ພະນັກງານຄຸ້ມຄອງຂັ້ນສູນກາງ ແລະ ທ້ອງຖິ່ນ ເຝິກອົບຮົມໃຫ້ພະນັກງານຄຸ້ມຄອງຂັ້ນສູນກາງ ແລະ ທ້ອງຖິ່ນ ເຝິກອົບຮົມໃຫ້ພະນັກງານຜູ້ດຳເນີນງານ ແລະ ຄຸ້ມຄອງດ້ານວິຊາ ການຂອງລະບົບນໍ້າປະປາ ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ເຜີຍແຜ່ການສຶກສາໃຫ້ແກ່ຊຸມຊົນກ່ຽວກັບວຽກນໍ້າ ແລະ ສຸຂາອະນາໄມ ປະມີນຄວາມປອດໄພແຫຼ່ງນໍ້າໃນພື້ນທີ່ ແລະ ສະໜອງຂໍ້ມູນຄຸນນະພາບນໍ້າປະປາ ແລະ ນໍ້າໃຕ້ດິນ.

ໂຄງການດັ່ງກ່າວນີ້ຈະສາມາດສະໜອງນໍ້າປະປາໃຫ້ປະຊາຊົນໄດ້ຢ່າງພຽງພໍ ຈາກ 12.734 ຄົນ ເພີ່ມເປັນ 24.119 ຄົນ ຮອດປີ 2040 ແລະ ປັບປຸງຊີວິດການເປັນຢູ່ ໃຫ້ແມ່ຍິງ ແລະ ເດັກນ້ອຍ ຫຼຸດຜ່ອນແຮງງານຈັດຫານໍ້າໃຊ້ເອງ ເພື່ອມີເວລາເບີ່ງແຍງ ແລະ ສ້າງເສດຖະກິດຄອບຄົວ.

ນອກຈາກນັ້ນໂຄງການດັ່ງກ່າວນີ້ ຈະໄດ້ອອກແບບເພື່ອແນໃສ່ໃຫ້ເປັນລະບົບນໍ້າປະປາ ແບບທັນສະໄໝ ທີ່ສາມາດບັນລຸໄດ້ 3S ຄື: ຄວາມປອດໄພ ສະຖຽນລະພາບ ແລະ ຄວາມຍືນຍົງ ຈຸດປະສົງດັ່ງກ່າວ ແມ່ນການປະກອບສ່ວນບັນລຸເປົ້າໝາຍລວມຂອງຍຸດທະສາດການພັດທະນາຂະແໜງນໍ້າປະປາ ໄລຍະແຕ່ນີ້ຮອດປີ 2030 ໂດຍສູ້ຊົນຮັບປະກັນໃຫ້ ປະຊາກອນ 90% ທີ່ອາໄສໃນເທສະບານແຂວງ ແລະ ເມືອງ ໄດ້ຊົມໃຊ້ນໍ້າປະປາທີ່ມີການຄຸ້ມຄອງຢ່າງປອດໄພ.

ແຫຼ່ງຂ່າວ: ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...