spot_img
Homeຂ່າວພາຍ​ໃນທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

Published on

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ.

ໃນວັນທີ 9 ສິງຫາ 2025 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ ໂຄງການປັບປຸງ ແລະ ສ້ອມແປງ ທາງ 2W ເລີ່ມແຕ່ເມືອງໄຊ ຫາ ເມືອງປາກແບ່ງ ແຂວງອຸດົມໄຊ ມີຄວາມຍາວທັງໝົດ 136 ກີໂລແມັດ ໃຫ້ໄດ້ສໍາເລັດຕາມແຜນການ ເພື່ອອໍານວນຄວາມສະດວກໃນການຄົມມະນາຄົມຂົນສົ່ງ ແລະ ກາຍເປັນທ່າແຮງສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ.

ໃນໂອກາດການລົງຕິດຕາມຄັ້ງນີ້ ໂດຍໄດ້ຮັບການຕ້ອນຮັບຈາກຄະນະນໍາພະແນກ ຍທຂ ແຂວງອຸດົມໄຊ ພ້ອມຄະນະ ເຊິ່ງທ່ານ ພູວິໃສ ວົງໄຊ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງ ທາງ 2W ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ຮູ້ວ່າ: ໂຄງການ ປັບປຸງ ແລະ ສ້ອມແປງ ທາງ 2W ເລີ່ມແຕ່ເມືອງໄຊ ຫາເມືອງປາກແບ່ງແຂວງອຸດົມໄຊ ມີຄວາມຍາວທັງໝົດ 136 ກີໂລແມັດ ໄດ້ແບ່ງອອກເປັນ 3 ສັນຍາ.

ສຳລັບສັນຍາທີ 1 ແມ່ນມີລວງຍາວ 68.4 ກີໂລແມັດ, ຈຸດເລີ່ມຕົ້ນກີໂລແມັດ 0 ເມືອງໄຊ ແຂວງອຸດົມໄຊ ຫາເມືອງແບ່ງແຂວງອຸດົມໄຊ ເຊິ່ງຜູ້ຮັບເໝົາແມ່ນບໍລິສັດ ໄຊນາຢຽງຊີ ມີມູນຄ່າ ສັນຍາ 30 ລ້ານໂດລາສະຫະລັດ ໄດ້ເລີ່ມການກໍ່ສ້າງ ວັນທີ 1 ຕຸລາ 2024 ຜູ້ຮັບເໝົາຈະຕ້ອງກໍ່ສ້າງໄລຍະເວລາ 3 ປີ ແລະ ສືບຕໍ່ບູລະນະຮັກສາອີກ 7 ປີ ລວມທັງໝົດສັນຍາ 10 ປີ, ປັດຈຸບັນຄວາມຄືບໜ້າ ສັນຍາທີ 1 ແມ່ນປະຕິບັດໄດ້ 4.8% ທຽບໃສ່ແຜນຊ້າຢູ່ 3.5% ເຫດຜົນທີ່ລ້າຊ້າ ຍ້ອນສະພາບອາກາດ ເປັນຕົ້ນແມ່ນສະພາບຝົນຕົກມາໄວ ນັບແຕ່ຕົ້ນເດືອນພຶດສະພາ 2025 ເປັນຕົ້ນມາ ມີຝົນຕົກເປັນໄລຍະເຮັດໃຫ້ວຽກ ການຕັດດິນ ການຖົມຊັ້ນເຊື້ອທາງປະຕິບັດບໍ່ໄດ້ ເຮັດໃຫ້ຫຼ້າຊ້າ.

ສັນຍາທີ 2 ນັບແຕ່ກີໂລ 68+400 ຈົນຮອດ 121+000 ຄວາມຍາວທັງໝົດແມ່ນ 52.6 ກມ ຜູ້ຮັບເໝົາແມ່ນບໍລິສັດກວາງຕຸ້ງເລກ 3 ເຊິ່ງໄດ້ເລີມວຽກແຕ່ວັນທີ 6 ກຸມພາ 2025 ປັດຈຸບັນເລີ່ມກໍ່ສ້າງ ແລະ ຜະລິດທໍ່, ປັບຊັ້ນເຊື້ອທາງ ຈົນຮອດຊັ້ນພື້ນທາງ ຄວາມຄືບໜ້າ ປັດຈຸບັນ 2.05% ມີຄວາມລ້າຊ້າກວ່າແຜນ 0.5%.

ສັນຍາທີ 3 ເລີ່ມແຕ່ 121 ຫາ 136 ກີໂລແມັດ ປັດຈຸບັນ ກໍາລັງຢູ່ໃນຂັ້ນຕອນປະມູນ.

ທ່ານກ່າວວ່າ: ສໍາລັບນັກຂັບຂີ່ໃນໄລຍະນີ້ ເອົາໃຈໃສ່ໃນການວາງແຜນການເດີນທາງເນື່ອງຈາກວ່າໃນໄລຍະກໍ່ສ້າງ ແນ່ນອນກໍ່ມີການເຮັດທາງເວັ້ນ, ປິດແລວທາງ ການສັນຈອນ ອາດຈະເຫຼືອ 1 ຊ່ອງໃນບາງເຂດ. ສະນັ້ນ, ໃນການເດີນທາງຈາກເມືອງໄຊ ຈະໄປເມືອງປາກແບງ, ເມືອງຮຸນ ຫຼື ໄປແຂວງໄຊຍະບູລີໄປເມືອງເງິນ ແມ່ນຢາກໃຫ້ເພື່ອເວລາໃນການເດີນທາງ ແລະ ຕິດຕາມຂ່າວຈາກພະແນກ ຍທຂ ແຂວງ, ພ້ອມນັ້ນ, ໃຫ້ປະຕິບັດຕາມປ້າຍເຕືອນຕ່າງໆໃນເຂດກໍ່ສ້າງ ປ້າຍຫຼຸດຜ່ອນຄວາມໄວ, ປ້າຍທາງເວັ້ນເຫຼົ່ານີ້ເປັນຕົ້ນ.

ແຫຼ່ງຂ່າວ: ເສດຖະກິດ-ການຄ້າ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...