spot_img
Homeຂ່າວຄວາມສະຫງົບຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

Published on

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ

ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ VI ຕໍ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ທີ່ໄດ້ຮັບກຽດເຂົ້າຮ່ວມໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີບັນດາສະຫາຍແຂກຖືກເຊີນ, ຜູ້ແທນສົມບູນ, ພະນັກງານປະຕິວັດອາວຸໂສບຳນານ ເຂົ້າຮ່ວມ.

ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໃຫ້ຮູ້ວ່າ: ອີງຕາມຜົນການປ່ອນບັດເລືອກຕັ້ງຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ VI ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກ ໃນວັນທີ 5 ສິງຫາ 2025 ມີດັ່ງນີ້: ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ, ບັນດາສະຫາຍທີ່ໄດ້ຮັບການເລືອກຕັ້ງຄັ້ງນີ້ ລ້ວນແຕ່ໄດ້ຮັບການທົດສອບ, ຝຶກຝົນຫຼໍ່ຫຼອມຈາກຂະບວນການວຽກງານຕົວຈິງ, ມີຄວາມບໍລິສຸດຜຸດຜ່ອງຕໍ່ພັກ, ເປັນຜູ້ທີ່ມີຄວາມຕັ້ງໜ້າ, ເປັນແບບຢ່າງທີ່ດີເດັ່ນໃຫ້ແກ່ຖັນແຖວສະມາຊິກພັກ, ນາຍ ແລະ ພົນ ຕຳຫຼວດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຄະນະບໍລິຫານງານພັກຊຸດນີ້ ສ່ວນໃຫຍ່ແມ່ນໄດ້ຮັບການສຶກສາຮໍ່າຮຽນທິດສະດີມາກ-ເລນິນທັງລະບົບບຳລຸງ-ກໍ່ສ້າງ, ລະດັບການສຶກສາວິຊາສະເພາະ ແລະ ເຕັກນິກວິທະຍາສາດ ແມ່ນຈົບຊັ້ນສູງຂື້ນໄປ.

ກອງປະຊຸມໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກຕັ້ງເອົາຄະນະປະຈຳພັກກະຊວງ 9 ສະຫາຍ, ຍິງ 1 ສະຫາຍ ເຊິ່ງມີລາຍຊື່ດັ່ງນີ້:
1) ສະຫາຍ ພົອ ວິໄລ ຫຼ້າຄຳຟອງ, 2) ສະຫາຍ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ, 3) ສະຫາຍ ພົຕ ສຸລິນະ ແກ້ວປະເສີດ, 4) ສະຫາຍ ພົຈວ ນາງ ລີວົງ ລາວລີ, 5) ສະຫາຍ ພົຈວ ໜູຈອນ ກ້ອນທອງດໍາ, 6) ສະຫາຍ ພົຈວ ຄອນສະຫວັນ ສົມພາໄຊ, 7) ສະຫາຍ ພົຈວ ແອນ ອຸ່ນອານົງນຸດ, 8.) ສະຫາຍ ພົຈວ ກອງສະຫວັດ ບຸນລ້ຽງ, 9) ສະຫາຍ ພົຈວ ປອ ສີສົມໄຊ ແກ້ວບຸນພັນ.
ກອງປະຊຸມ ໄດ້ເປັນເອກະສັນຢ່າງສົມບູນ ເລືອກເອົາ: 1) ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ເປັນເລຂາຄະນະພັກ, 2) ສະຫາຍ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ເປັນຮອງເລຂາຄະນະພັກ, 3) ສະຫາຍ ພົຕ ສຸລິນະ ແກ້ວປະເສີດ ເປັນຮອງເລຂາຄະນະພັກ.
ກອງປະຊຸມ ໄດ້ເປັນເອກະສັນຢ່າງສົມບູນ ເລືອກເອົາ: 1) ສະຫາຍ ພົຈວ ນາງ ລີວົງ ລາວລີ ເປັນປະທານກວດກາພັກ, 2) ສະຫາຍ ພົຈວ ຊາຍຄອງ ເພັດຊະວົງ ເປັນຮອງປະທານ, 3) ສະຫາຍ ພັອ ສຸພັນທອງ ໄຄ້ຍະວົງ ເປັນຮອງປະທານ, 4) ສະຫາຍ ພັອ ສຸວັນ ທອງຈະເລີນ ເປັນຮອງປະທານ.
ການເລືອກເອົາອົງການນໍາສູງສຸດຂອງພັກ ເຊິ່ງເປັນຕົວແທນສະມາຊິກພັກທົ່ວ ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບໃນເທື່ອນີ້ ໄດ້ດໍາເນີນໄປຢ່າງມີປະຊາທິປະໄຕ, ສະແດງເຖິງສະຕິປັນຍາ ແລະ ຄວາມສາມັກຄີເປັນເອກະພາບ ທີ່ເປັນມູນເຊື້ອອັນດີງາມຂອງພັກ, ຮັບປະກັນໄດ້ລັກ ສະນະສືບທອດຕໍ່ເນື່ອງ ແລະ ຫັນເປັນໜຸ່ມ ຕາມການນໍາພາ-ຊີ້ນໍາອັນໜັກແໜ້ນຂອງພັກ.
ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...