spot_img
Homeຂ່າວພາຍ​ໃນລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

Published on

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ.

ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ, ທ່ານ ຄຳມອນ ສີສອນສັກ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງວຽງຈັນ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ແຂວງວຽງຈັນ ຊຸດທີ II ໃນວັນທີ 30 ກໍລະກົດ 2025 ນີ້ວ່າ: ເຫດຜົນ ແລະ ຄວາມຈໍາເປັນທີ່ພາໃຫ້ມີການປັບຂຶ້ນລາຄານໍ້າປະປາ ຢູ່ແຂວງວຽງຈັນ ແມ່ນຍ້ອນໄລຍະຜ່ານມາ ສະພາບເສດຖະກິດໂລກມີການຜັນຜວນ, ອັດຕາການແລກປ່ຽນເງິນຕາ ບໍ່ມີຄວາມສະຖຽນລະພາບ ເຮັດໃຫ້ເງິນກີບອ່ອນຄ່າລົງ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ລາຄາສິນຄ້າຕ່າງໆ ໂດຍສະເພາະ ລາຄາສານເຄມີ, ວັດຖຸອຸປະກອນທໍ່ນໍ້າຕ່າງໆ ທີ່ນຳໃຊ້ເຂົ້າໃນຂະບວນການຜະລິດ ແລະ ບໍລິການນໍ້າປະປາ ແມ່ນນຳເຂົ້າຈາກຕ່າງປະເທດ ເຮັດໃຫ້ມີລາຄາ ເພີ່ມຂຶ້ນສູງຫລາຍເທົ່າຕົວ ບວກກັບລາຄາໄຟຟ້າທີ່ປັບຕົວຂຶ້ນໃນປັດຈຸບັນ ຈຶ່ງເປັນສາເຫດເຮັດໃຫ້ລາຄານ້ຳປະປາ ມີການປັບລາຄາຂຶ້ນ.

ທ່ານ ຄຳມອນ ສີສອນສັກ ກ່າວຕື່ມວ່າ: ຜ່ານມາໄດ້ສະເໜີຕໍ່ຂັ້ນເທິງ ໃນກັນປັບຂຶ້ນລາຄາຫລາຍຄັ້ງແລ້ວ ແຕ່ບໍ່ໄດ້ຮັບການປັບປຸງ. ແຕ່ຢ່າງໃດກໍ່ຕາມ ໃນການປັບຂຶ້ນລາຄານ້ຳປະປາ ຢູ່ແຂວງວຽງຈັນໃນຄັ້ງນີ້ ເປັນຄັ້ງທຳອິດນັບຕັ້ງແຕ່ ລັດວິສາຫະກິດນ້ຳປະປາ ແຂວງວຽງຈັນ ໄດ້ຮັບການສ້າງຕັ້ງຂຶ້ນ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...