spot_img
Homeຂ່າວນໍ້າຖ້ວມເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

Published on

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ

ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ 25 ກໍລະກົດ ຜ່ານມາ ຢູ່ກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການ ຄຸ້ມຄອງໄພພິບັດຂັ້ນສູງກາງ, ມີລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງ ຈາກບັນດາກະຊວງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ວົງຄຳ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ ທັງເປັນຫົວໜ້າກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາຍງານ ໃຫ້ຮູ້ວ່າ: ຜົນກະທົບເບື້ອງຕົ້ນຈາກສະພາບລົມພາຍຸໝູນເຂດຮ້ອນ ວິພາ ມີເມືອງທີ່ໄດ້ຮັບຜົນກະທົບທັງໝົດ 34 ເມືອງ, 262 ບ້ານ, ເກືອບ 15 ພັນຄອບຄົວ, ເຮືອນເສຍຫາຍ 2.249 ຫຼັງ. ໃນນັ້ນ, ເສຍຫາຍ 100% ຈໍານວນ 183 ຫຼັງ, ມີຄົນເສຍຊີວິດ 4 ຄົນ. ໃນນີ້, ແຂວງຊຽງຂວາງ 1 ຄົນ ແລະ ແຂວງຫຼວງພະບາງ 3 ຄົນ, ສູນຫາຍ 4 ຄົນ ຢູ່ແຂວງຫົວພັນ, ບາດເຈັບ 6 ຄົນ ນອກຈາກນີ້ຍັງມີເສັ້ນທາງເສຍຫາຍ 47 ແຫ່ງ, ຂົວ 5 ແຫ່ງ ລວມໄປເຖິງຮ້ານຄ້າ, ພາຫະນະ ແລະ ອື່ນໆ.

ປັດຈຸບັນ ກໍາລັງເກັບກຳຂໍ້ມູນຜົນເສຍຫາຍລະອຽດນຳບັນດາແຂວງ ທີ່ໄດ້ຮັບຜົນກະທົບ ເນື່ອງຈາກນໍ້າຍັງບໍ່ທັນຫຼຸດລົງ ແລະ ຄະນະກຳມະການຄຸ້ມຄອງໄພພິບັດແຂວງ ກຳລັງລົງສົມທົບກັບຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ລົງເກັບກໍາຂໍ້ມູນ ແລະ ປະເມີນມູນຄ່າເສຍຫາຍ.

ພ້ອມນີ້, ຍັງໄດ້ຊີ້ນຳຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ສົມທົບກັບອຳນາດການປົກຄອງບ້ານ ສຸມໃສ່ແກ້ໄຂສຸກເສີນໃນການຊ່ວຍເຫຼືອຄອບຄົວທີ່ໄດ້ຮັບຜົນກະທົບ ແລະ ເສຍຫາຍໃນເບື້ອງຕົ້ນ ພ້ອມທັງລົງຕິດຕາມ, ຢ້ຽມຢາມໃຫ້ກຳລັງໃຈ, ມອບເງິນຊ່ວຍເຫຼືອເບື້ອງຕົ້ນ ໃຫ້ບັນດາເມືອງຢູ່ແຂວງຊຽງຂວາງ ຈຳນວນ 140 ລ້ານກີບ, ມອບເງິນໃຫ້ຄະນະກຳມະການຂັ້ນເມືອງ ເພື່ອຕິດຕາມເຝົ້າລະວັງ 2 ເມືອງ ຄື: ເມືອງຊຽງເງິນ ແລະ ເມືອງນານ ຈຳນວນ 80 ລ້ານກີບ, ພ້ອມທັງເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງ ໃຫ້ບັນດາເມືອງທີ່ໄດ້ຮັບຜົນກະທົບ.

ຕາມການລາຍງານປັດຈຸບັນ, ບັນດາແຂວງທີ່ໄດ້ຮັບຜົນກະທົບແມ່ນສະເໜີຂໍງົບປະມານ, ພາຫະນະ, ອຸປະກອນ ເພື່ອຮັບໃຊ້ແກ້ໄຂສຸກເສີນ, ຂໍເຄື່ອງຊ່ວຍເຫຼືອອຸປະໂພກ-ບໍລິໂພກ, ຢາປົວພະຍາດ ເພື່ອມາແກ້ໄຂ້ສຸກເສີນ ແລະ ຟື້ນຟູຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນເສຍຫາຍ ຈາກໄພພິບັດໃຫ້ກັບຄືນສູ່ສະພາບປົກກະຕິ.

ແຫຼ່ງຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...