spot_img
Homeຂ່າວການສຶກສາຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

Published on

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ.

ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ພ້ອມນັ້ນ, ຍັງມີການສອບເສັງເອົານັກສຶກສາເຂົ້າຮຽນຫລັກສູດນານາຊາດ, ຫລັກສູດຕໍ່ເນື່ອງ ປະລິນຍາຕີ ແລະ ຫລັກສູດຫລາຍທາງເລືອກ (ຈັດການສອນໃນວັນເສົາ, ວັນອາທິດ ແລະ ພາກຄໍ່າ) ໂດຍໄດ້ຈັດສອບເສັງຕ່າງຫາກ ຊຶ່ງຕົວເລກກຳນົດຄວາມສາມາດຮອງຮັບໄດ້ເຖິງ 8.000 ກວ່າຄົນ.

ທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ສຳພາດໃນວັນທີ 28 ກໍລະກົດ 2025 ກ່ຽວກັບການກະກຽມສອບເສັງຄັດເລືອກເອົານັກສຶກສາໃໝ່ເຂົ້າຮຽນໃນສົກຮຽນ 2025-2026 ນີ້ວ່າ: ມຊ ໄດ້ແຕ່ງຕັ້ງຄະນະຊີ້ນໍາລວມ ຊຶ່ງມີອະທິການບໍດີ ແລະ ຮອງອະທິການບໍດີເປັນປະທານ ແລະ ຮອງປະທານ, ມີຄະນະບໍດີ, ຜູ້ອໍານວຍການສະຖາບັນ, ສູນ ແລະ ຫົວໜ້າຫ້ອງການຕ່າງໆ ທີ່ກ່ຽວຂ້ອງເປັນຄະນະຮັບຜິດຊອບ ແລະ ກອງເລຂາ. ນອກຈາກນັ້ນ, ຄະນະຮັບຜິດຊອບຊີ້ນໍາລວມ ຍັງໄດ້ແຕ່ງຕັ້ງຄະນະອະນຸກຳມະການຮັບຜິດຊອບວຽກໃນແຕ່ລະດ້ານ ໂດຍນໍາໃຊ້ລະບົບລົງທະບຽນອອນລາຍໄລຍະ 1 ເດືອນ ນັບແຕ່ວັນທີ 7 ກໍລະກົດ ຫາ ວັນທີ 6 ສິງຫາ 2025, ມາຮອດວັນທີ 25 ກໍລະກົດນີ້ ມີຜູ້ມາລົງທະບຽນ 5.045 ຄົນ ຊຶ່ງຂັ້ນຕອນການສະໝັກສອບເສັງມີ 2 ຂັ້ນຕອນຫລັກ ຄື: 1 ສະໝັກສອບເສັງແບບອອນລາຍ ແລະ ຈ່າຍຄ່າທໍານຽມສອບເສັງຜ່ານທະນາຄານການຄ້າຕ່າງປະເທດລາວ BCLE One; 2 ມາຮັບເອົາບັດເຂົ້າຫ້ອງສອບເສັງຢູ່ສະໂມສອນ ມຊ (ວິທະຍາເຂດດົງໂດກ), ຄາດວ່າຈະມີຜູ້ສະໝັກສອບເສັງຫລາຍກວ່າປີຜ່ານມາ, ການສອບເສັງຈະໄດ້ຈັດໃນຮູບແບບສອບເສັງເຊິ່ງໜ້າ, ສອບເສັງແບບປາລະໄນ ເສັງພາຍໃນວັນດຽວຄື ວັນທີ 9 ສິງຫາ 2025 ໂດຍການສອບເສັງໄດ້ແບ່ງອອກເປັນ 2 ກຸ່ມຄື: ກຸ່ມ A ສາຍທຳມະຊາດ ແລະ ກຸ່ມ B ສາຍສັງຄົມ. ຄາດວ່າຈະປະກາດຜົນການສອບເສັງໃນວັນທີ 11 ກັນຍາ 2025 ແລະ ລົງທະບຽນເຂົ້າຮຽນ ເລີ່ມແຕ່ວັນທີ 15 ກັນຍາ 2025 ເປັນຕົ້ນໄປ

ສຳລັບຜູ້ສະໝັກສອບເສັງຈະຕ້ອງກະກຽມຄວາມພ້ອມໃນການສະໝັກຄື: ຜູ້ສະໝັກຕ້ອງມີບັດເຂົ້າຫ້ອງ ສອບເສັງຈົບ ມ7 ຫລື ໃບປະກາດຈົບ ມ7 ຫລື ບັດປະຈຳຕົວ ຫລື ສຳມະໂນຄົວ ເພື່ອມາຢັ້ງຢືນຕົວຕົນໃນເວລາສະໝັກ, ພ້ອມທັງດໍາເນີນການສະໝັກຜ່ານລະບົບອອນລາຍ ແລ້ວມາເອົາບັດເຂົ້າຫ້ອງສອບເສັງຢູ່ ມຊ ກ່ອນວັນສອບເສັງ ແລະ ຕ້ອງຮູ້ຫ້ອງ, ຮູ້ຕຶກອາຄານທີ່ຕົນເອງຈະສອບເສັງ ໂດຍສະແກນຜ່ານຄິວອາ ຢູ່ໃນບັດເຂົ້າຫ້ອງສອບເສັງຂອງຕົນ. ໃນກໍລະນີນັກສອບເສັງບໍ່ຮູ້ ສະແກນຄິວອາ ແນະນໍາໃຫ້ມາເບິ່ງຫ້ອງສອບເສັງຂອງຕົນກ່ອນການສອບເສັງຕົວຈິງ 1 ວັນ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...