spot_img
Homeຂ່າວຕ່າງປະເທດສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

Published on

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025, ສານຫວຽດນາມໄດ້ເປີດການພິຈາລະນາຄະດີການສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ 1.16 ລ້ານໆດົງ ຫຼື ປະມານ 45 ລ້ານໂດລາ ເຊິ່ງຜູ້ຕ້ອງຫາມີທັງໝົດ 41 ຄົນ ລວມເຖິງເຈົ້າໜ້າທີ່ລັດ ເຊິ່ງເປັນສ່ວນໜຶ່ງໃນການພະຍາຍາມປາບປາມການທຸຈະລິດຂອງລັດທະບານ.

ການປຸກລະດົມນີ້ມີຊື່ວ່າ: ເຕົາເຜົາ ເພື່ອເປັນການຕໍ່ຕ້ານການສຸຈະລິດ ເຊິ່ງເຄີຍກວດລ້າງບຸກຄົນລະດັບສູງຂອງລັດຖະບານຂອງຫວຽດນາມຫຼາຍສິບຄົນ ລວມເຖິງເຈົ້າໜ້າທີ່ລັດຖະບານລະດັບສູງ 2 ຄົນ ແລະ ຜູ້ນຳທຸລະກິດຫຼາຍຄົນ ໂດຍໃນຄະດີຫຼ້າສຸດ ສານໃນນະຄອນຮ່າໂນຍໄດ້ເລີ່ມດຳເນີນຄະດີກັບອະດີດເຈົ້າໜ້າທີ່ 30 ຄົນ ຈາກແຂວງ ຫວິນຟຸກ, ຟູ້ເທາະ ແລະ ກວ໋າງຫງາຍ.

ໂດຍນັກທຸລະກິດ ແລະ ພະນັກງານບໍລິສັດອີກ 11 ຄົນ ຍັງຖືກກ່າວຫາວ່າມີສ່ວນກ່ຽວຂ້ອງກັບການທຸຈະລິດ ທີ່ສ້າງຄວາມເສຍຫາຍໃຫ້ກັບລັດເປັນມູນຄ່າ 1.16 ລ້ານໆດົງ ໂດຍໄດ້ຖືກກ່າວຫາວ່າມີການສໍ້ລາດບັງຫຼວງ ໃຊ້ອຳນາດໃນທາາງທີ່ຜິດ ແລະ ລະເມີດກົດໝາຍການປະມູນ ແລະ ການບັນຊີ.

ຕາມການລາຍງານໄອຍະການກ່າວວ່າ: ລະຫວ່າງປີ 2010-2024, ທ້າວ ຫງຽນ ວັນເຮົາ ປະທານກຸ່ມ​ Phuc Son ໄດ້ໃຊ້ເງິນຫຼາຍກວ່າ 163 ລ້ານບາດ ເພື່ອຕິດສິນບົນເຈົ້າໜ້າທີ່ເພື່ອໃຫ້ໄດ້ໂຄງການກໍ່ສ້າງພຶ້ນຖານມູນຄ່າຫຼາຍໝື່ນລ້ານບາດຈຳນວນ 14 ໂຄງການໃນ 3 ແຂວງ ຂອງຫວຽດນາມ.

ຢ່າງໃດກໍຕາມໃນເດືອນເມສາ 2025 ຜ່ານມາ, ຫວຽດນາມກໍໄດ້ຈຳຄຸກ ອະດີດວ່າການລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນເວລາ 6 ປີ ຫຼັງພົບວ່າເຂົາມີຄວາມຜິດໃນຂໍ້ຫາ ໃຊ້ອຳນາດໃນທາງທີ່ຜິດ ໃນແຜນພັດທະນາພະລັງງານແສງອາທິດ.

ແຫຼ່ງຂ່າວ: ໄທລັດ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...