spot_img
Homeຂ່າວພາຍ​ໃນຖວທ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ

ຖວທ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ

Published on

ຖວທ ສະຫຼຸບການປະຕິບັດວຽກງານ ແລະ ເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ – ບຸກຄະລາກອນ

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ພ້ອມທັງເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ ແລະ ບຸກຄະລາກອນ ໃນວັນທີ 16 ມິຖຸນາ ນີ້ ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຄະນະພັກ, ຄະນະນຳບັນດາກົມ, ຫົວໜ້າພະແນກ-ຮອງພະແນກ ແລະ ພະນັກງານ-ລັດຖະກອນຂົງເຂດຖະແຫຼງຂ່າວ ເຂົ້າຮ່ວມ.

ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນໄລຍະຜ່ານມາ, ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ເປັນຕົ້ນວຽກງານຖະແຫຼງຂ່າວ-ສື່ມວນຊົນ ໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເນັ້ນໃສ່ການພັດທະນາຊັບພະຍາກອນມະນຸດ ດ້ານສື່ມວນຊົນ ແລະ ຫັນສູ່ລະບົບດີຈີຕອນ, ປັດຈຸບັນສາມາດຂະຫຍາຍຕາໜ່າງຂ່າວສານ ຜ່ານລະບົບອິນເຕີເນັດໄດ້ຢ່າງທັນສະໄໝ, ພ້ອມທັງໄດ້ເອົາໃຈໃສ່ຕ້ານປະກົດການຫຍໍ້ທໍ້ ໃນສັງຄົມໄດ້ດີສົມຄວນ, ເອົາໃຈໃສ່ຕໍ່ການໂຄສະນາການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ວຽກດີຄົນເດັ່ນ, ຄອບຄົວຕົວແບບການປູກຝັງ-ລ້ຽງສັດ ຊຶ່ງສາມາດສ້າງຄວາມເຂົ້າໃຈ ແລະ ຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນລາວບັນດາເຜົ່າ ລວມທັງຄົນເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດຕໍ່ການນຳພາຂອງພັກ ແລະ ລັດ.

ໃນໂອກາດດຽວກັນນີ້, ທ່ານ ຄຳເຜີຍ ພິລາພາ ຫົວໜ້າກົມຈັກຕັ້ງ-ພະນັກງານ ກະຊວງ ຖວທ ໄດ້ເຜີຍແຜ່ແຈ້ງການກ່ຽວກັບ ການໂອນວຽກສື່ມວນຊົນ (ວຽກຖະແຫຼງຂ່າວ) ພ້ອມທັງຍົກຍ້າຍບຸກຄະລາກອນໄປຂຶ້ນກັບ ຄະນະໂຄສະນາອົບຮົມສູນກາງພັກ ໂດຍມີເນື້ອວ່າ: ກອງປະຊຸມຄະນະເລຂາທິການສູນກາງພັກ ໄດ້ຮັບຮອງການຍົກຍ້າຍບຸກຄະລາກອນ ແລະ ການໂອນວຽກສື່ມວນຊົນ ຈຳນວນ 5 ກົມ ແລະ ທຽບເທົ່າ ພ້ອມດ້ວຍບຸກຄະລາກອນທີ່ສັງກັດໃນກົງຈັກການຈັດຕັ້ງດັ່ງກ່າວ ໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກຄື: ກົມສື່ມວນຊົນ, ສຳນັກຂ່າວສານປະເທດລາວ, ໂທລະພາບແຫ່ງຊາດລາວ, ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ໜັງສືພິມ ພາສາຕ່າງປະເທດ.

ໂອກາດດຽວກັນ, ກໍໄດ້ມີພິທີໄດ້ປະກາດພະນັກງານອອກພັກການ-ຮັບອຸດໜູນບຳນານ ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເມື່ອເຖິງອາຍຸກະສຽນອອກພັກຜ່ອນ-ຮັບອຸດໜູນບໍານານ ຄະນະບໍລິຫານງານພັກ, ຄະນະພັກ – ຄະນະນໍາຂອງກະຊວງ ຖວທ ໄດ້ຄົ້ນຄວ້າພິຈາລະນາຕົກລົງອະນຸມັດໃຫ້ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງ ຖວທ, ທ່ານ ນາງ ມະນີພັນ ຫຼວງສີສົງຄາມ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ, ທ່ານ ວໍລະສັກ ປຣະວົງວຽງຄໍາ ຮອງຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດ, ທ່ານ ພູປະສົງ ພຸດທະວົງ ຮອງຜູ້ອຳນວຍການໃຫຍ່ ໂທລະພາບແຫ່ງຊາດລາວ ອອກພັກການ-ຮັບອຸດໜູນບຳນານ.

ແຫຼ່ງຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...