ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ ເພື່ອຂະຫຍາຍກຳລັງການຜະລິດໃນ ສປປ ລາວ ແລະ ສະໜັບສະໜູນການເຕີບໂຕຂອງຕະຫຼາດໃນພາກພື້ນ
ວັນທີ 11 ມິຖຸນາ 2025 ທີ່ແຂວງສະຫວັນນະເຂດ, ເອັສຊີລໍລຸກໂຊຕຕິກ້າ ໄດ້ເປີດໂຕໂຮງງານຜະລິດແຫ່ງທີສອງຢູ່ທີ່ເອັສຊີລໍລາວ ຈໍາກັດ Essilor Lao Company Ltd. (ELCL), ໃຫ້ກຽດເຂົ້າຮ່ວມງານນີ້ໂດຍ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ປອ ແສນ ສັກ ສຸລິສັກ, ຮອງເຈົ້າແຂວງໆສະຫວັນນະເຂດ, ທ່ານນາງ ຊີບ ແລັງ ຊຸຍອອກ (Siv Leng CHHUOR), ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສ ຝຣັ່ງ ປະຈຳ ສປປ ລາວ, ພ້ອມທັງແຂກຜູ້ມີກຽດຈາກພາກສ່ວນກ່ຽວຂ້ອງ ເພື່ອຮ່ວມເປັນສັກຄີພະຍານ ແລະ ຮ່ວມຍິນດີໃນງານຄັ້ງນີ້. ການເປີດໂຮງງານແຫ່ງທີ 2 ນີ້ເພື່ອເສີມສ້າງຍຸດທະສາດຂອງກຸ່ມໃນການຂະຫຍາຍການດຳເນີນງານທົ່ວພາກພື້ນ ອາຊີ-ປາຊີຟິກ ແລະ ຕອບສະໜອງຄວາມຕ້ອງການທາງດ້ານສາຍຕາທີ່ເພີ່ມຂຶ້ນຂອງປະຊາຊົນທົ່ວໂລກ.
ການເປີດໂຮງງານແຫ່ງທີສອງທີ່ເອັສຊີລໍລຸກໂຊຕຕິກ້າ EssilorLuxottica, ເຊິ່ງເປັນສູນຄຸນນະພາບຂອງກຸ່ມ ແລະ ເປັນສູນກາງຫຼັກສຳລັບການຜະລິດເລັນຕາທີ່ມີຄຸນນະພາບສູງ, ພ້ອມທັງເປັນການສ້າງວຽກເຮັດງານທຳຈຳນວນກວ່າ 400 ຕໍາແໜ່ງໃນດ້ານວິສະວະກຳ, ການບໍລິຫານຄຸນນະພາບ, ລະບົບຕ່ອງໂສ້ການສະໜອງ, ສິ່ງແວດລ້ອມ, ຄວາມປອດໄພ ແລະ ການຂົນສົ່ງ ເພື່ອສະໜັບສະໜູນການຂະຫຍາຍຕົວແຮງງານທີ່ມີທັກສະໃນລາວ ແລະ ໂຮງງານໃໝ່ຈະໄດ້ຮັບການຮອງຮັບມາດຕະຖານ LEED Gold, ສະແດງໃຫ້ເຫັນວ່າ ເອັສຊີລໍລຸກໂຊຕຕິກ້າ ເປັນຜູ້ນຳດ້ານການພັດທະນາອຸດສາຫະກຳທີ່ຍືນຍົງ.ເອັສຊີລໍລຸກໂຊຕຕິກ້າ ມີການດຳເນີນງານຢ່າງເຂັ້ມແຂງໃນ ລາວ ນັບຕັ້ງແຕ່ປີ 2013, ເມື່ອໂຮງງານຜະລິດແຫ່ງທຳອິດຂອງ ເອັສຊີລໍລາວ (ELCL) ໄດ້ຖືກສ້າງຕັ້ງຂຶ້ນຢູ່ ແຂວງສະຫວັນນະເຂດ, ສປປ ລາວ. ຕະຫຼອດໄລຍະເວລາເກືອບ 10 ປີ, ທີ່ ເອັສຊີລໍລາວ ໄດ້ສະແດງໃຫ້ເຫັນຄວາມສາມາດໃນການຜະລິດເລັນຕາ ໂພລີຄາໂບເນດ (polycarbonate) ທີ່ມີຄຸນນະພາບສູງໃນພາກພື້ນ. ການຂະຫຍາຍໂຮງງານຄັ້ງນີ້ຈະສະແດງໃຫ້ເຫັນວ່າ ເອັສຊີລໍລາວ ເປັນສູນຄຸນນະພາບຂອງກຸ່ມສຳລັບການຜະລິດເລັນຕາ ໂພລີຄາໂບເນດ (polycarbonate) ທີ່ຜະລິດແບບສຳເລັດຮູບ ແລະ ຍັງບໍ່ສຳເລັດຮູບ, ສອດຄ່ອງກັບບົດບາດທີ່ເພີ່ມຂຶ້ນຂອງ ລາວໃນຖານະເປັນສູນກາງຍຸດທະສາດດ້ານການຜະລິດໃນອາຊີຕາເວັນອອກສຽງໃຕ້.
ດ້ວຍຂະໜາດ 8,000 ຕາລາງແມັດ, ການຂະຫຍາຍໂຮງງານຄັ້ງນີ້ຈະເພີ່ມກຳລັງຜະລິດປັດຈຸບັນຂອງ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica Laos Luxottica ເປັນສອງເທົ່າ, ເຮັດໃຫ້ສາມາດຜະລິດເລັນແວ່ນຕາໄດ້ຫຼາຍກວ່າ 56 ລ້ານເລັນຕໍ່ປີ, ສະເລ່ຍ 140,000 ເລັນຕໍ່ມື້ ເມື່ອດຳເນີນການເຕັມຄວາມສາມາດ. ໂດຍໂຮງງານໄດ້ຮັບຜົນປະໂຫຍດຈາກການຮ່ວມມືກັນກັບໂຮງງານຜະລິດຂອງ ເອັສຊີລໍ ລຸກໂຊຕຕິກ້າ ໃນ ບາງກອກ ປະເທດໄທ, ເຊິ່ງເປັນສູນກາງຂອງກຸ່ມສຳລັບການຜະລິດຂອບແວ່ນຕາ ແລະ ເລັນຕາຈຳນວນຫຼາຍ ນັບຕັ້ງແຕ່ປີ 2000, ເຊິ່ງເປັນບ່ອນດຽວກັບບຸກຄະລາກອນຈາກ ເອັສຊີລໍລາວ ໄດ້ເຂົ້າຮ່ວມຮັບການເຝີກອົບຮົມ. ເຂດເສດຖະກິດພິເສດ ສະຫວັນນະເຂດ, ມີຂໍ້ໄດ້ປຽບດ້ານການຂົນສົ່ງທີ່ມີປະສິດທິພາບສູງ ເນື່ອງຈາກມີລະບົບການຂົນສົ່ງທາງບົກ ແລະ ການຂົນສົ່ງທາງອາກາດທີ່ດີ, ຈື່ງເປັນປັດໄຈສຳຄັນສຳລັບການຂະຫຍາຍຕົວໃນລະຍະຍາວຂອງກຸ່ມທຸລະກິດ.
ທ່ານ Davide Schinetti ຫົວໜ້າຝ່າຍດໍາເນີນງານ ຂອງ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ໃຫ້ຮູ້ວ່າ: “ເຄືອຂ່າຍການດຳເນີນງານທົ່ວໂລກຂອງພວກເຮົາເປັນສິ່ງສຳຄັນໃນການສະໜັບສະໜູນການພັດທະນາຂອງກຸ່ມ” “ການລົງທຶນຢ່າງຕໍ່ເນື່ອງຂອງພວກເຮົາໃນລາວ ສອດຄ່ອງກັບຍຸດທະສາດໂດຍລວມຂອງບໍສິສັດ, ໃນການເສີມສ້າງການດຳເນີນງານທີ່ມີຄວາມຫຼາກຫຼາຍ ເພື່ອເສີມສ້າງຄວາມວ່ອງໄວໃນການສະໜອງຄວາມຕ້ອງການຂອງຕະຫຼາດທີ່ເພີ່ມຂຶ້ນ. ໂດຍການເພີ່ມປະລີມານ ພ້ອມດຽວກັນກັບການຮັກສາຄຸນນະພາບໄວ້ ແລະ ສືບຕໍ່ຂັບເຄື່ອນນະວັດຕະກຳເພື່ອບໍລິການຜູ້ຊ່ຽວຊານດ້ານສາຍຕາ ແລະ ຜູ້ບໍລິໂພກໃຫ້ດີຂຶ້ນ.”
ໂຮງງານໃໝ່ຈະຈ້າງງານເພີ່ມອີກ 400 ຕຳແໜ່ງ, ລວມເປັນ 750 ຕຳແໜ່ງ ໃນທັງສອງໂຮງງານ. ດ້ວຍຕຳແໜ່ງໃໝ່ໃນດ້ານວິສະວະກຳ, ການຄຸ້ມຄອງຄຸນນະພາບ, ລະບົບຕ່ອງໂສ້ການສະໜອງ, ສິ່ງແວດລ້ອມ, ຄວາມປອດໄພ ແລະ ການຂົນສົ່ງ, ຕຳແໜ່ງເຫຼົ່ານີ້ຈະສະໜັບສະໜູນການຂະຫຍາຍຕົວຂອງກຳລັງແຮງງານທີ່ມີທັກສະໃນລາວ, ພ້ອມທັງຍົກສູງຄວາມຊ່ຽວຊານດ້ານວິຊາການ ແລະ ເສດຖະກິດທ້ອງຖິ່ນຜ່ານການສ້າງວຽກເຮັດງານທຳ ແລະ ການໂອນຖ່າຍທອດເຕັກໂນໂລຊີ. ນັບຕັ້ງແຕ່ປີ 2014, ເອັສຊີລໍລາວ ຍັງໄດ້ສ້າງຕັ້ງສູນຝຶກອົບຮົມວິຊາຊີບໃນ ແຂວງສະຫວັນນະເຂດ ເຊິ່ງມີຈຸດປະສົງເພື່ອຊ່ວຍໃຫ້ພະນັກງານທ້ອງຖິ່ນພັດທະນາທັກສະທີ່ເໝາະສົມກັບຄວາມຕ້ອງການດ້ານອຸດສາຫະກຳໃໝ່.
ພ້ອມນັ້ນ, ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸສາຫະກໍາແລະການຄ້າ ໄດ້ຂຶ້ນກ່າວວ່າ:
” ໃນຖານະປະເທດທີ່ກຳລັງຂະຫຍາຍຕົວໃນສູນກາງຂອງອາຊີຕາເວັນອອກສຽງໃຕ້, ສປປ ລາວ ມີການຮ່ວມມືຂ້າມຊາຍແດນທີ່ເຂັ້ມແຂງ, ການເຊື່ອມຕໍ່ທີ່ເພີ່ມຂຶ້ນ ແລະ ໂຄງລ່າງພື້ນຖານທີ່ເໝາະສົມ ເຮັດໃຫ້ເປັນເສັ້ນທາງຂົນສົ່ງທີ່ສຳຄັນສຳລັບ ອາຊຽນ ແລະ ສປ ຈີນ. ການຂະຫຍາຍໂຮງງານຂອງ ເອັສຊີລໍ ລຸກໂຊຕຕິກ້າ ຄັ້ງນີ້ຊ່ວຍເສີມສ້າງບົດ ບາດຂອງປະເທດລາວ ໃນຖານະແຫຼ່ງການລົງທຶນຈາກຕ່າງປະເທດທີ່ມີຄຸນນະພາບສູງ, ລວມເຖິງການສ້າງໂອກາດທີມີ ຄ່າສຳລັບປະຊາຊົນໃນທ້ອງຖິ່ນ. ພວກເຮົາຫວັງວ່າຈະໄດ້ເຫັນການຂະຫຍາຍຕົວຢ່າງຕໍ່ເນື່ອງຂອງ ເອັສຊີລໍ ລຸກໂຊຕຕິກ້າ ແລະ ຊ່ວຍເສີມສ້າງສັກກາຍະພາບດ້ານອຸດສາຫະກຳການຜະລິດ ຕະຫຼອດຮອດການສ້າງໂອກາດໃນດ້ານການຈ້າງງານທີ່ມີຄ່າສຳລັບປະຊາຊົນ ລາວ.” ທ່ານ ກິດຕິພົງ ທົງຕະທົບ ຫົວໜ້າຝ່າຍປະຕິບັດການ ບໍລິສັດ ເອັສຊີລໍ ລາວ ໃຫ້ຮູ້ຕື່ມວ່າ ເລນທຸກຊະນິດທີ່ສົ່ງອອກໄປຈະມີຄຳວ່າ ຜະລິດຈາກລາວ ຫຼື Make in Laos, ແລະ ທາງບໍລິສັດກໍມີຄວາມພ້ອມ ແລະ ຄວາມສາມາດໃນການສົ່ງສິນຄ້າທີ່ຜະລິດຢູ່ລາວ ດ້ວຍພະນັກງານຄົນລາວ ສົ່ງອອກໄປທົ່ວໂລກ.
ນອກຈາກນີ້, ຍັງໃຫ້ຮູ້ຕື່ມວ່າກ່ຽວກັບຄຳໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ, ການອອກແບບ ແລະ ການດຳເນີນງານທີ່ເປັນມິດກັບສິ່ງແວດລ້ອມຂອງໂຮງງານເປັນສ່ວນຫນຶ່ງຂອງ ໂຄງການ “Eyes on the Planet” ດ້ານຄວາມຍືນຍົງ ຂອງບໍລິສັດ ເອັສຊີລໍ ລຸກໂຊຕຕິກ້າ, ເຊິ່ງສະແດງໃຫ້ເຫັນວ່າພາລະກິດ, ເປົ້າໝາຍດ້ານຄວາມຍືນຍົງ ແລະ ຍຸດທະສາດທຸລະກິດຂອງກຸ່ມເຊື່ອມໂຍງກັນຢ່າງໃກ້ຊິດ. ຜ່ານວິທີການທີ່ລວມສູນນີ້, ເອັສຊີລໍ ລຸກໂຊຕຕິກ້າ ສືບຕໍ່ນຳພາອຸດສາຫະກຳໄປສູ່ອະນາຄົດທີ່ຍືນຍົງຂຶ້ນ ໃນຂະນະທີ່ສະໜອງຄຸນຄ່າທີ່ດີເລີດໃຫ້ກັບລູກຄ້າ ແລະ ຜູ້ຖືຫຸ້ນ.
ໂຮງງານໃໝ່ແຫ່ງນີ້ຈະໄດ້ຮັບການຮອງຮັບມາດຕະຖານ LEED Gold (Leadership in Energy and Environmental Design), ສະແດງໃຫ້ເຫັນວ່າເອັສຊີລໍ ລຸກໂຊຕຕິກ້າ ຢູ່ແຖວໜ້າຂອງການພັດທະນາອຸດສາຫະກຳທີ່ຍືນຍົງ. ເຊິ່ງໂຮງງານຖືກອອກແບບມາເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ, ໂດຍມີລະບົບປະຫຍັດພະລັງງານ, ການນຳໃຊ້ແຫຼ່ງພະລັງງານທົດແທນ ແລະ ມາດຕະການອະນຸລັກນ້ຳ, ເພື່ອຫຼຸດຜ່ອນການປ່ອຍອາຍຄາບອນ. ການປະສົມປະສານສະຫວ່າງການນຳໃຊ້ພະລັງງານສະອາດເຫຼົ່ານີ້, ຊ່ວຍໃຫ້ ELCL ມີໂອກາດຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ໃນຂະນະທີ່ຍັງຮັກສາການດຳເນີນງານທີ່ມີປະສິດທິພາບດ້ານຕົ້ນທຶນ.
ສຳລັບວຽກງານຊ່ວຍເຫຼືອສັງຄົມ, ມູນນິທິ ວັນໄຊ໋ ເອັສຊີລໍລຸກໂຊຕຕິກ້າ ຟາວເດເຊິ້ນ (OneSight EssilorLuxottica Foundation )ໃນລາວ ໄດ້ສ້າງຄຸນຄ່າຕໍ່ສັງຄົມ ໂດຍໃຫ້ບໍລິການ ການວັດແທກສາຍຕາ ແລະ ແຈກແວ່ນຕາຟຣີ ໃຫ້ແກ່ຊຸມຊົນທ້ອງຖິ່ນທີ່ຂາດໂອກາດ ໃນ ບັນດາແຂວງ ສະຫວັນນະເຂດ, ຄຳມ່ວນ, ປາກເຊ, ຫຼວງພະບາງ, ອຸດົມໄຊ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ, ຕະຫຼອດເຖິງບັນດາພະນັກງານຂອງ ເອັສຊີລໍ ລຸກໂຊຕຕິກ້າ ແລະ ຄອບຄົວ ໃຫ້ມີຄູນນະພາບຊີວິດທີ່ດີຂຶ້ນດ້ວຍການແນມເຫັນທີ່ດີກວ່າ ເຊັ່ນດຽວກັນ. ໂດຍມີປະຊາຊົນຫຼາຍກວ່າ 70,000 ຄົນ ໃນຊຸມຊົນ ສປປ ລາວ ໄດ້ຮັບການຊ່ວຍເຫຼືອດ້ານສາຍຕາໂດຍບໍ່ເສຍຄ່າໃຊ້ຈ່າຍ
ເພີ່ມເຕີມກ່ຽວກັບ EssilorLuxottica
ບໍລິສັດ ເອັສຊີລໍ ລຸກໂຊຕຕິກ້າ ເປັນຜູ້ນຳລະດັບໂລກໃນການອອກແບບ, ການຜະລິດ ແລະ ການຈັດຈໍາໜ່າຍຜະລິດຕະພັນດ້ານການດູແລສາຍຕາ, ແວ່ນຕາ ແລະ ການແກ້ໄຂທາງການແພດທີ່ທັນສະໄໝ. ພາລະກິດຂອງກຸ່ມບໍລິສັດ ແມ່ນຊ່ວຍໃຫ້ປະຊາຊົນທົ່ວໂລກສາມາດເບີ່ງເຫັນໄດ້ດີຂຶ້ນ ແລະ ໃຊ້ຊີວິດໄດ້ຢ່າງເຕັມທີ່ ໂດຍການແກ້ໄຂຄວາມຕ້ອງການດ້ານສາຍຕາທີ່ມີການພັດທະນາ, ທັງຄວາມປາດຖະໜາສ່ວນຕົວດ້ານລົດສະນິຍົມ ແລະ ຄວາມຕ້ອງການໃນການເຊື່ອມຕໍ່ກັບໂລກອ້ອມຂ້າງ.
ເອັສຊີລໍ ລຸກໂຊຕຕິກ້າ ເປັນເຈົ້າຂອງເຕັກໂນໂລຊີເລັນທີ່ທັນສະໄໝທີ່ສຸດ, ລວມມີ Varilux, Stellest ແລະ Transitions, ຍີ່ຫໍ້ທີ່ເປັນສັນຍາລັກເຊັ່ນ: Ray-Ban, Oakley ແລະ Supreme, ລວມເຖິງແບຣນຫຼູລະດັບໂລກ ແລະ ຮ້ານຂາຍຍ່ອຍຊັ້ນນຳເຊັ່ນ: Sunglass Hut, LensCrafters, Vision Express ແລະ Apollo. ດ້ວຍການລົງທຶນ R&D ທີ່ເຂັ້ມແຂງ, ຄວາມສາມາດທີ່ເປັນເອກະລັກ ແລະ ຊັບສິນທີ່ມີຄຸນນະພາບສູງ, ບໍລິສັດໄດ້ຂັບເຄື່ອນນະວັດຕະກຳໃນຫຼາຍປະເພດ, ຈາກເຄື່ອງມືການແພດທີ່ທັນສະໄໝ ແລະ ການແກ້ໄຂສຳລັບສຸຂະພາບດ້ານສາຍຕາ ໄປຈົນເຖິງແວ່ນຕາອັດສະລິຍະ, ທັງໝົດນີ້ພັກດັນຂອບເຂດຂອງອຸດສາຫະກຳ ແລະ ຈິນຕະນາການໃໝ່ກ່ຽວກັບດວງຕາເປັນປະຕູສູ່ໂອກາດໃໝ່.