spot_img
Homeຂ່າວຕ່າງປະເທດອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງສູງເຖິງ 51.9 ອົງສາ

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງສູງເຖິງ 51.9 ອົງສາ

Published on

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ ຂະນະດຍວກັນຄຸນນະພາບອາກາດກໍຢູ່ໃນລະດັບ ບໍ່ດີ ດັດສະນີຄຸນນະພາບອາກາດຢູ່ທີ 245 ເຊິ່ງສູງເກີດເກນມາດຕະຖານ ສົ່ງຜົນກະທົບຕໍ່ສຸຂະພາບະຊາຊົນ.

ໃນວັນທີ 11 ມິຖຸນາ 2025 ສຳນັກຂ່າວ ເອພີ ລາຍງານວ່າ: ນະຄອນເດລີນິວ ເມືອງຫຼວງຂອງອິນເດຍ ກຳລັງປະເຊີນຄື່ນຄວາມຮ້ອນຮຸນແຮງ ໂດຍອຸນຫະພູມວັດແທກໄດ້ 40.9-45 ໃນຫຼາຍພຶ້ນທີ່, ໂດຍສະຖານີວັດແທກອຸນຫະພູມທີ່ຮ້ອນທີ່ສຸດໃນຊ່ວງບ່າຍ ທີ່ເຂດອານາຍາການ ວັດແທກໄດ້ 45 ອົງສາ ຂະນະທີ່ດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ ເຊິ່ງລວມຄວາມຮ້ອນ ແລະ ຄວາມຊຸ່ມເຂົ້ານຳກັນ.

ທາງດ້ານກົມອຸຕຸນິຍົມວິທະຍາອິນເດຍ ອອກມາປະກາດ ເຕືອນໄພ ລະດັບສີແດງ ເຊິ່ງເປັນລະດັບສູງສຸດ ແນະໃນໃຫ້ປະຊາຊົນຫຼີກລ່ຽງການເຮັດກິດຈະກຳກາງແຈ້ງ, ກິນນ້ຳໃຫ້ຫຼາຍ ແລະ ລະວັງສຸຂະພາບໃນຊ່ວງບ່າຍທີ່ມີອາກາດຮ້ອນອົບເອົ້າ ເຊິ່ງຄາດວ່າອາກາດຮ້ອນຈະຄ່ອຍໆລຸດຜ່ອນລົງລັງຈາກວັນທີ 13 ມິຖຸນາ ເປັນຕົ້ນໄປຫຼັງຈາກມີພາຍຸ ແລະ ຝົນຕົກ ຈາກນັ້ນລະຫວ່າງວັນທີ 14-17 ມິຖຸນາ ອຸນຫະພູມຈະຫຼຸດລົງຢູ່ປະມານ 37-42 ອົງສາ ພ້ອມັທງມີຝົນເລັກນ້ອຍ-ປານກາງ ແລະ ລົມແຮງທີ່ຊ່ວຍຫຼຸດຜ່ອນຄວາມຮ້ອນ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...