spot_img
Homeກອງປະຊຸມສະໄໝສາມັນທຫລ ຈະກໍານົດເພດານອັດຕາເງິນຝາກ-ເງິນກູ້ ທີ່ເປັນເງິນຕາຕ່າງປະເທດ ຍົກສູງການຖືຄອງເງິນກີບ

ທຫລ ຈະກໍານົດເພດານອັດຕາເງິນຝາກ-ເງິນກູ້ ທີ່ເປັນເງິນຕາຕ່າງປະເທດ ຍົກສູງການຖືຄອງເງິນກີບ

Published on

ທຫລ ຈະກໍານົດເພດານອັດຕາເງິນຝາກ-ເງິນກູ້ ທີ່ເປັນເງິນຕາຕ່າງປະເທດ ຍົກສູງການຖືຄອງເງິນກີບ

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 10 ມິຖຸນາ 2025 ນີ້, ທ່ານ ນາງ ວັດທະນາ ດາລາລອຍ ຮັກສາການຜູ້ວ່າການທະນາຄານ ແຫ່ງ ສປປ ລາວ (ທຫລ) ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງຄະນະປະຈຳສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ໃນຫລາຍບັນຫາສຳຄັນ ທີ່ຕິດພັນກັບວຽກງານຂອງ ທຫລ ໂດຍສະເພາະວຽກງານນະໂຍບາຍເງິນຕາ, ອັດຕາແລກປ່ຽນ, ວຽກງານຄຸ້ມຄອງເງິນຕາຕ່າງປະເທດ ແລະ ອື່ນໆ.

ຕໍ່ກັບບັນຫາດັ່ງກ່າວ, ທ່ານ ນາງ ວັດທະນາ ດາລາລອຍ ໄດ້ໃຫ້ຮູ້ວ່າ: ລັດຖະບານ ກໍຄື ທະນາ ຄານ ແຫ່ງ ສປປ ລາວ ຈະສຸມໃສ່ຄວບຄຸມປະລິມານເງິນ ໃຫ້ຢູ່ໃນລະດັບໃຫ້ແທດເໝາະກັບສະພາບເສດຖະກິດ, ຈະຄົ້ນຄວ້າກໍານົດເພດານອັດຕາເງິນຝາກ ແລະ ເງິນກູ້ ເປັນເງິນຕາຕ່າງປະເທດ ແນໃສ່ຍົກສູງການຖືຄອງເງິນກີບໃຫ້ຫລາຍຂຶ້ນ; ສືບຕໍ່ຄຸ້ມຄອງອັດຕາແລກປ່ຽນຕາມກົນໄກຕະຫລາດ, ຊຸກຍູ້ການແລກປ່ຽນເງິນຕາຕ່າງປະເທດ ຜ່ານຕະຫລາດແລກປ່ຽນເງິນຕາຕ່າງປະເທດ (LFX) ແລະ ຕີຖອຍການແລກປ່ຽນນອກລະບົບ ໃຫ້ໄດ້ເທື່ອລະກ້າວ, ພັດທະນາການເຄື່ອນໄຫວຂອງຕະຫລາດແລກປ່ຽນເງິນຕາຕ່າງປະເທດ ໃຫ້ແຂງແຮງ ແລະ ຫລາກຫລາຍຂຶ້ນຕື່ມ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ, ໄປຄຽງຄູ່ກັບການຄຸ້ມຄອງລາຍຮັບທີ່ເປັນເງິນຕາຕ່າງປະເທດ ເຂົ້າສູ່ລະບົບໃຫ້ຫລາຍຂຶ້ນ.

ສຳລັບ ວຽກງານຄຸ້ມຄອງເງິນຕາຕ່າງປະເທດ ທຫລ ໄດ້ຊຸກຍູ້ຫົວໜ່ວຍສົ່ງອອກ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ ໃຫ້ນໍາລາຍຮັບເຂົ້າມາ ສປປ ລາວ ແລະ ປະກອບສ່ວນການຂາຍເງິນ ຕາຕ່າງປະເທດເຂົ້າສູ່ລະບົບທະນາຄານ ຫລື ເພີ່ມຂຶ້ນກວ່າເກົ່າ; ຊຸກຍູ້ໃຫ້ເກັບພັນທະອາກອນທີ່ເປັນເງິນຕາຕ່າງປະເທດຈາກຫົວໜ່ວຍສົ່ງອອກ ແລະ ການລົງທຶນຈາກຕ່າງປະເທດໃຫ້ຫລຸດລົງ ແລະ ເພີ່ມຄວາມຕ້ອງການນໍາໃຊ້ເງິນກີບ ເຂົ້າໃນການຊຳລະພັນທະຢູ່ພາຍໃນໃຫ້ເພີ່ມຂຶ້ນ; ຄົ້ນຄວ້າປັບປຸງບາງເນື້ອໃນລະບຽບການທີ່ກ່ຽວຂ້ອງ ໃຫ້ສອດຄ່ອງກັບສະພາບຕົວຈິງ ແລະ ຊຸກຍູ້ໃຫ້ມີການເປີດ ຫລື ຫັນບັນ ຊີກ່ຽວກັບການນໍາເຂົ້າ-ສົ່ງອອກ ກັບທະນາຄານທຸລະກິດໃຫ້ຫລາຍຂຶ້ນ, ພ້ອມທັງ ຊຸກຍູ້ທະນາຄານທຸ ລະກິດ ທີ່ຕັ້ງຢູ່ສູນກາງ ແລະ ທ້ອງຖິ່ນ ຊ່ວຍເປັນເຈົ້າການຕິດຕາມ, ກວດກາ ບັນດາຫົວໜ່ວຍສົ່ງອອກ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ ໃຫ້ນໍາລາຍຮັບເຂົ້າມາຜ່ານລະບົບທະນາຄານ ໂດຍສະເພາະແມ່ນນໍາໃຊ້ບັນຊີເງິນຝາກ ກ່ຽວກັບຜູ້ນໍາເຂົ້າ-ສົ່ງອອກ ໃຫ້ຫລາຍຂຶ້ນ ແລະ ປະກອບສ່ວນຂາຍເງິນຕາຕ່າງປະເທດ ໃຫ້ແກ່ລະບົບທະນາຄານຕາມລະບຽບການ ໃຫ້ຫລາຍຂຶ້ນ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...