spot_img
Homeຂ່າວຕ່າງປະເທດຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

Published on

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ ຍຸນຊ໋ອກຍອນ ເຊິ່ງຖືກຖອດອອກຈາກຕຳແໜ່ງຫຼັງປະກາດກົດໄອຍະການສຶກເມື່ອທ້າຍປີ 2024.

ຄະນະກຳມະການການເລືອກຕັ້ງຂອງ ສ.ເກົາຫຼີ ປະກາດຜົນຄະແນນຢ່າງເປັນທາງການວ່າ: ທ່ານ ອີ ແຈມະຢອງ ຜູ້ນຳພັກຝ່າຍຄ້ານ ຈາກພັກປະຊາທິປະໄຕ (Democratic Party: DP) ໄດ້ຮັບຄະແນນສຽງ  49.42% ສາມາດເອົາຊະນະ ທ່ານ ຄິມມຸຊູ ຜູ້ສະມັກຈາກພັກພະລັງປະຊາຊົນ  (People Power Party: PPP) ເຊິ່ງໄດ້ຄະແນນສຽງ 41.15% ໂດຍມີປະຊາຊົນເກືອບ 35 ລ້ານຄົນອອກມາໃຊ້ສິດ ຖືເປັນອັດຕາສູງນັບຕັ້ງແຕ່ປີ 1977.

ສຳລັບທ່ານອີແຈມະຢອງ ເຄີຍເປັນທະນາຍຄວາມດ້ານສິດທິມະນຸດ, ເຄີຍລົງສະມັກຊິງຕຳແໜ່ງປະທານາທິບໍດີມາແລ້ວສອງຄັ້ງ ແຕ່ບໍ່ສຳເລັດ, ຈົນມາຮອດຄັ້ງຫຼ້າສຸດໂດຍໄດ້ຮັບການສະໜັບສະໜູນຈາກກະແສຄວາມບໍ່ພຶງພໍໃຈຕໍ່ລັດທະບານ ຍຸນຊ໋ອກຍອນ ໂດຍສະເພາະກໍລະນີການປະກາດກົດໄອຍະການສຶກທີ່ເປັນສະນວນກໍ່ໃຫ້ເກີດວິກິດທາງການເມືອງຮຸນແຮງທີ່ສຸດໃນຮອບຫຼາຍສິບປີຂອງ ສ.ເກົາຫຼີ.

ຢ່າງໃດກໍຕາມ ບາດແຜທາງການເມືອງທີ່ທ່ານ ຍຸນຊ໋ອກຍອນ ຖິ້ມໄວ້ຍັງຄົງສົ່ງຜົນຕໍ່ບັນຍາກາດພາຍໃນປະເທດ ເຊິ່ງ ທ່ານ ອີແຈມະຢອງ ຈະຕ້ອງເລີ່ມປະຕິບັດໜ້າທີ່ທັນທີຫຼັງຈາກໄດ້ຮັບຕຳແໜ່ງປະທານາທິບໍດີ ໂດຍບໍມີເວລາຊ່ວງປ່ຽນຜ່ານ 2 ເດືອນຕາມທຳນຽມ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...