Homeວັນນະກຳບົດກະວີບົດກະວີ "ຄ່າຂອງຊີວິດ"

ບົດກະວີ “ຄ່າຂອງຊີວິດ”

Published on

circle-of-life-midValue of life

  •       ຊີວິດເໝືອນດັ່ງວັງແມ່ນ້ຳ …………. ນະທີໃຫຍ່ວາລີໃສ

ໄຫຼຈາກຈອມພູຜາ…………………………… ປ່າພະນອມແນວໄມ້

ພັດຜ່ານເຫວດອນແກ້ງ……………………… ລໍາທານຫ້ວຍໃຫຍ່

ລົງສູ່ພາຍພາກພື້ນ…………………………… ສະໝຸດກວ້າງລ່ວງກະແສ.

  •     ຊີວິດຄົນກໍ່ປຸນປານປຽບໄດ້…………. ທຽມທຽບທະເລຫຼວງ

ມີສາຂາລຳທານ……………………………… ລ່ອງໄຫຼໂຮມເຕົ້າ

ຈິ່ງໄດ້ໂຮມກັນເຂົ້າ……………………………. ເປັນວັງເວີນກວ້າງໃຫຍ່

ໃຫ້ປະຊາຮ່ວມໃຊ້…………………………….. ສົງລ້າງອາບສະບາຍ.

  •     ຊີວິດຄົນຈະມີຄ່າໄດ້………………… ສະເໝີດັ່ງທາລາບໍ່ນໍ ?

ຫາກບໍ່ພັດທະນາຕົນ…………………………. ສູ້ທົນງານໄດ້

ໃຈເຂັ້ມແຂງອາສາສູ້………………………….. ບຸກບືນຍາມຍາກ

ແສນລ້ຳບາກອ່ອນລ້າ………………………… ເດີນໜ້າບໍ່ຖອຍ.

  •     ວຽກງານໃຫຍ່ແລະນ້ອຍ……………. ບໍ່ເຄີຍລ່ອຍລະອາໃຈ

ແນວໃດດີເຝິກຝົນ…………………………….. ຮ່ຳຮຽນເອົາຈົນໄດ້

ຍາມເມື່ອມານຳໃຊ້……………………………. ວິຊາການທຸກຢ່າງ

ປະກອບສ່ວນກໍ່ສ້າງ………………………….. ພຽງພ້ອມເພື່ອນສະຫາຍ.

  •     ໃຜຜູ້ເຮັດດັ່ງນີ້ໄດ້……………………. ຊິເສີມຄ່າຂອງຊີວິດ ເຮົາໄດ໋ !

ເຮັດໃຫ້ເຖິງຫຼັກໄຊ……………………………. ທີ່ຕົນວາງໄວ້

ທັງຈະເປັນບັນໄດໃຫ້…………………………. ອະນຸຊົນທຽວໄຕ່

ໄຝ່ສຶກສາຮ່ຳຮູ້………………………………… ດູໄວ້ດັ່ງແວ່ນໃຈ.

  •     ດັ່ງນັ້ນ ຈິງຈະປຸນປຽບໄດ້…………… ແມ່ນ້ຳໃຫຍ່ສົມຈິງ

ແຕ່ຕ້ອງລົງມືທຳ……………………………… ຈິ່ງຈະສົມມະໂນເຈົ້າ

ມີແຕ່ວາຈາເວົ້າ……………………………….. ຊິເອົາຫຍັງມາອ້າງເອກ

ຫຼື ຈະເສກແຕ່ງປັ້ນ…………………………… ປະສິດໄດ້ດັ່ງໃຈ ຊັ້ນບໍ ?.

  •     ຢາກໃຫ້ຊີວິດມີຄ່າລ້ຳ………………. ຕ້ອງຮີບເລັ່ງເສີມຂະຫຍາຍ

ສ້າງຜົນງານປະຈັກຕາ………………………. ສູ່ປະຊາຊາວເຊື້ອ

ຢ່າມີໃຈຊຳເຮື້ອ……………………………….. ແນວນາມມັກງ່າຍ

ພາຍລຸນມາຊິອ່າວໂອ້………………………… ຄະນິງເບື້ອງບ່ອນຫຼັງ ແທ້ໄດ໋ !

 

ຂອບໃຈບົດຄວາມດີໆ ຈາກ: ໃຕ້ຟ້າສີຄາມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...