spot_img
Homeຂ່າວຕ່າງປະເທດລະທຶກ! ຍົນສ່ວນຕົວຕົກ​ ​ຢູ່ທີ່ເມືອງຊານດິເອໂກ ສະຫະລັດ​ອາ​ເມ​ລິ​ກາ ​

ລະທຶກ! ຍົນສ່ວນຕົວຕົກ​ ​ຢູ່ທີ່ເມືອງຊານດິເອໂກ ສະຫະລັດ​ອາ​ເມ​ລິ​ກາ ​

Published on

ຍົນສ່ວນຕົວຕົກ​ ​ຢູ່ທີ່ເມືອງຊານດິເອໂກ ສະຫະລັດ​ອາ​ເມ​ລິ​ກາ ​ບ້ານເຮືອນ​​ຫຼາຍ​ຫຼັງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ແລະ ມີ​ຜູ້​ເສຍ​ຊີວິດ 3 ຄົນ.

ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ພຶດສະພາ 2025 ເກີດເຫດເຮືອບິນສ່ວນຕົວ Cessna 550 ປະສົບອຸບັດຕິເຫດຕົກ ທີ່ເມືອງຊານດິເອໂກ ໃນລັດຄາລິຟໍເນຍ ໃນເວລາປະມານ 4 ໂມງເຊົ້າຕາມເວລາທ້ອງຖິ່ນ, ທາງດ້ານເຈົ້າໜ້າທີ່ຕຳຫຼວດ ພ້ອມເຈົ້າໜ້າທີ່ກູ້ໄພຈຶ່ງໄດ້ນຳກຳລັງລົງພຶ້ນທີ່.

ຕາມການລາຍງານເບື້ອງຕົ້ນເຈົ້າໜ້າທີ່ລະບຸວ່າ: ເຮືອບິນລຳດັ່ງກ່າວ, ມີຜູ້ໂດຍສານທັງໝົດ 6 ຄົນໄດ້ຕົກມາໃສ່ເຮືອນປະຊາຊົນ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງ​ໜ້ອຍ 3 ຄົນ​ ​ເຊື່ອ​ກັນ​ວ່າ​ເປັນຜູ້ທີ່ໂດຍສານເຮືອບິນ ແລະ ຍັງມີຜູ້ທີ່ໄດ້ຮັບບາດເຈັບເລັກ​ນ້ອຍອີກ 8 ຄົນ​ ພ້ອມທັງສ້າງຄວາມເສຍຫາຍ​ໃຫ້ເຮືອນ ​ແລະ ​ລົດ​ຫຼາຍ​ຄັນ ບໍລິເວນທີ່ຍົນໄດ້ຕົກແມ່ນເປັນບ່ອນທີ່ມີຄອບຄົວຂອງກອງທັບທະຫານອາໄສຢູ່ປະມານ 2.300 ຄົວເຮືອນ ເຊິ່ງປະຈໍາການຢູ່ທີ່ກອງທັບຫຼາຍແຫ່ງທີ່ຢູ່ໃນເມືອງຊານດິເອໂກ.

​ປະຈຸ​ບັນ, ​ ​ສາ​ເຫດ​ຂອງ​ອຸປະຕິ​ເຫດແມ່ນຍັງບໍ່ມີລາຍລະອຽດຢ່າງເປັນທາງການ. ໂດຍຄະ​ນະ​ກຳ​ມະ​ການ​ຄວາມ​ປອດ​ໄພ​ດ້ານ​ການ​ຂົນ​ສົ່ງ​ແຫ່ງ​ຊາດ (NTSB) ແລະ FAA ກຳ​ລັງ​ກວດ​ສອບ​ບໍລິເວນເກີດເຫດ ແລະ ປັດໄຈທີ່ເຮັດໃຫ້ເກີດເຫດດັ່ງກ່າວ.

ແຫຼ່ງທີ່ມາ: pptvhd36

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...