spot_img
Homeຂ່າວຕ່າງປະເທດຜູ້ເຊົ່າແກ້ເຜັດ! ຂ້າງຫ້ອງລັກລ້ຽງໝາ ສົ່ງສຽງດັງ ມີກິ່ນ ເຈີປ່ອຍງູໃຫຍ່ກາງຫ້ອງເຊົ່າເພື່ອເອົາຄືນ

ຜູ້ເຊົ່າແກ້ເຜັດ! ຂ້າງຫ້ອງລັກລ້ຽງໝາ ສົ່ງສຽງດັງ ມີກິ່ນ ເຈີປ່ອຍງູໃຫຍ່ກາງຫ້ອງເຊົ່າເພື່ອເອົາຄືນ

Published on

ມິຕິໃໝ່ຂອງການເອົາຄືນ! ຖ້າເຈົ້າລ້ຽງໝາ ຂ້ອຍຈະລ້ຽງງູ.

ເປັນອີກໜຶ່ງເລື່ອງລາວທີ່ເປັນກະແສຢູ່ທີ່ປະເທດໄທໃນຕອນນີ້ ເມື່ອມີຜູ້ໃຊ້ບັນຊີເຟສບຸກລາຍໜຶ່ງ ອອກມາໂພສໃນວັນທີ 19 ພຶດສະພາ 2025 ຜ່ານມາ, ພ້ອມພາບ ຄົນມາປ່ອຍງູໃຫຍ່ 2 ໂຕຢູ່ທາງຍ່າງຂອງຫ້ອງເຊົ່າແຫ່ງໜຶ່ງ ເຂດຣັດຊະດາ, ກຸງເທບມະຫານະຄອນ ເພື່ອເປັນການເອົາຄືນຂ້າງຫ້ອງທີ່ລັກລ້ຽງໝາ ເຫົ່າສົ່ງສຽງລົບກວນ ລວມໄປເຖິງມີກິ່ນເໝັນ ແລະ ມີເຫັບມັດ ສ້າງຄວາມເດືອດຮ້ອນໃຫ້ກັບຄົນທີ່ຢູ່ຂ້າງຫ້ອງ.

ຕາມການລາຍງານກ່ອນໜ້ານີ້, ທັງ 2 ຫ້ອງເຄີຍຜິດຖຽງກັນ ເນື່ອງຈາກທາງຫ້ອງເຊົ່າກໍໄດ້ມີກົດບໍ່ອະນຸຍາດໃຫ້ນຳສັດລ້ຽງຂຶ້ນມາລ້ຽງຢ່າງເດັດຂາດ, ແຕ່ກໍບໍ່ໄດ້ຮັບການແກ້ໄຂຫຍັງ ຈຶ່ງໄດ້ທຳການເອົາຄືນ (ແກ້ເຜັດ) ໂດຍການ “ເຈົ້າລ້ຽງໝາ ຂ້ອຍກະລ້ຽງງູ” ເຮັດໃຫ້ຜູ້ເຊົ່າຄົນອື່ນທີ່ອາໃສຢູ່ຫ້ອງເຊົ່າບໍລິເວນດັ່ງກ່າວເຖິງກັບຕົກໃຈ ແລະ ຢ້ານກົວ.

ເມື່ອເກີດເຫດການດັ່ງກ່າວທາງເຈົ້າໜ້າທີ່ຮັບຜິດຊອບຫ້ອງເຊົ່າໄດ້ທຳການໄກ່ເກ່ຍ ແລະ ແຈ້ງເຈົ້າຂອງທີ່ລ້ຽງໝາ ໃຫ້ນຳໝາໄປລ້ຽຽຢູ່ບ່ອນອື່ນ ແລະ ໄດ້ປັບໄໝເງິນຈຳນວນ 10,000 ບາດ ຫຼື ປະມານ 6,500,000 ກີບ, ສ່ວນເຈົ້າຂອງງູແມ່ນໄດ້ຮັບໃບຕັກເຕືອນ ແລະ ໄດ້ຍ້າຍງູອອກຈາກພຶ້ນທີ່ຫ້ອງເຊົ່າດັ່ງກ່າວ.

ຢ່າງໃດກໍຕາມ ໃນເຂດທີ່ເປັນທີ່ພັກອາໄສ ໂດຍສະເພາະມີຫຼາຍໆຄົນຢູ່ຮ່ວມກັນ ຕ່າງກໍມີຂໍ້ກຳນົດ ຫຼື ກົດລະບຽບຂອງສະຖານທີ່ນັ້ນໆ ເພື່ອເປັນການໃຫ້ກຽດ ແລະ ບໍ່ລົບກວນກັນແລະກັນ. ຖ້າຫາກມີການລະເມີດກໍຕ້ອງໄດ້ຮັບການຕັກເຕືອນ ແລະ ປັບໄໝ ເພື່ອບໍ່ໃຫ້ປະຕິບັດອີກ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...