Homeຄລິບ-ວິດີໂອໂລກອະນາຄົດເກີດແລ້ວ ເມື່ອສາມາດປ່ຽນແຂນໃຫ້ເປັນສະມາດໂຟນ

ໂລກອະນາຄົດເກີດແລ້ວ ເມື່ອສາມາດປ່ຽນແຂນໃຫ້ເປັນສະມາດໂຟນ

Published on

ເບິ່ງ​ຄື​ວ່າ​ອຸປະກອນ ປະ​ເພດ​ສາຍ​ແຂນ​ຈະ​ເລີ່​ມ​ແປກ​ຂຶ້ນ​ໄປ​ອີກໜ້ອຍໜຶ່ງ​ແລ້ວ ບໍລິສັດ​ເຕັກ​ໂນ​ໂລ​ຊີ​ຂະໜາດນ້ອຍ​ແຫ່ງໜຶ່ງທີ່​ປະ​ເທດ​ຝຣັ່ງຫາ​ກໍ່​ເປີດ​ຕົວ Cicret Bracelet ​ໄປ​ບໍ່ດົນ​ພໍເທົ່າ​ໃດນີ້ ​ເຊິ່ງ​ເປັນ​ສາຍ​ແຂນ​ອັດ​ສະ​ລິ​ຍະ​ທີ່​ສາມາດ​ສາຍໜ້າຈໍ​ສຳ​ພັດ​ໄປ​ທີ່​ແຂນ​ຂອງ​ທ່ານ. ວີ​ດີ​ໂອ​ຂອງ​ຕົວ​ອຸປະກອນ​ດັ່ງກ່າວ​ໄດ້​ກາຍ​ເປັນ Viral ​ແລະ ​ເຜີຍ​ແຜ່​ສູ່​ອິນ​ເຕີ​ເນັດ ​ເມື່ອ​ບໍ່ພໍ​ເທົ່າ​ໃດ​ມື້ມານີ້ ​ໃນ​ລະຫວ່າງ​ຜູ້​ທີ່​ຕ້ອງການ​ໃນ​ເຕັກ​ໂນ​ໂລ​ຊີ​ທັງຫຼາຍຕ່າງ​ຕ້ອງ​ການກ່ຽວກັບ​ແນວ​ຄວາມຄິດ​ໃໝ່ຂອງ​ສະມາດ​ໂຟນ ທີ່​ປາສະຈາກ​ໂທສະລະ​ສັບ​ມື​ຖື.

bracelet01

ອຸປະກອນ​ດັ່ງກ່າວ​ນັ້ນ ​ເຮັດ​ວຽກດ້ວຍ​ເຄື່ອງ​ໂປ​ເຈັກ​ເຕີ​ຂະໜາດນ້ອຍ ​ເຊິ່ງຕິດຕັ້ງຢູ່​ພາຍ​ໃນ ລວມ​ເຖິງ​ເຊັນ​ເຊີກ​ວດຈັບຄວາມ​ເຄື່ອນ​ໄຫວ​ຕ່າງໆ ​ເຊິ່ງວ່າ​ລະບົບ​ຂອງ​ຕົວ​ເຄື່ອງ Cicret ນີ້ກວດ​ສອບ​ຕຳ​ແໜ່ງ ​ແລະ ຄວາມ​ເຄື່ອນ​ໄຫວ​ຂອງ​ນິ້ວມື ​ແລະ ປ່ຽນພື້ນຜິວ​ຂອງໜັງ​ໃຫ້​ກາຍ​ເປັນໜ້າຈໍ​ສຳ​ພັດ ຄ້າຍຄື​ກັບ​ເຕັກ​ໂນ​ໂລ​ຊີ​ທີ່​ເຮົາ​ເຄີຍ​ເຫັ​ນມາ​ແລ້ວ​ຂອງ​ຄີບ​ອດ​ໂປ​ເຈັກ​ເຕີ ​ເຊິ່ງ​ເຮົາ​ຈະ​ສາມາດ​ກົດ, ລາກ ຫຼື ຊູ​ມ​ເຂົ້າ-ອອກ​ຄື​ກັບ​ທີ່​ທ່ານ​ໃຊ້​ງານ​ໂທລະສັບ​ຕາມ​ປົກກະຕິ.

cicret-bracelet

ສາຍ​ແຂນ Cicret ນັ້ນ​ໄດ້​ຮັບ​ການ​ອອກ​ແບບ​ມາ​ໃຫ້​ໃຊ້​ລະບົບ​ປະ​ຕີ​ບັດ​ການ​ຂອງ ​ແອນ​ດອນ “Android” ຫຼືວ່າ​ຈະ​ເຊື່ອມ​ຕໍ່ອຸປະກອນ​ດັ່ງກ່າວ​ເຂົ້າກັບ​ສະມາດ​ໂຟນຜ່ານ Bluetooth ກໍ​ໄດ້ ​ເຊິ່ງຕົວ​ເຊື່ອມ​ຕໍ່ Wi-Fi ທີ່​ຖືກ​ຕິດຕັ້ງ​ໄວ້​ພາຍ​ໃນ​ນັ້ນຈະ​ມອບ​ການ​ເຊື່ອມ​ຕໍ່​ໃຫ້​ກັບ​ຕົວ​ເຄື່ອງ ​ແລະ ນອກ​ຈາກ​ນັ້ນຍັງ​ມີ​ຊ່ອງ Micro USB ​ໃຫ້​ໃຊ້​ອີກ​ດ້ວຍ. ທາງ​ບໍ​ລິ​ສັດ​ເອງ​ກໍຈະ​ອອກ Application   ອອກ​ມາ​ຕ່າງ​ຫາກ ​ເຊິ່ງ​ເປັນ​ໂປ​ແກຼມຄສາມ​ປອດ​ໄພ​ທີ່​ຈະ​ມອບ​ຕົວ​ເລືອກ​ໃນ​ການ​ເຂົ້າລະຫັດ​ຂໍ້​ມູນ ​ແລະ ການ​ປົກ​ປິດ​ຕົວ​ຕົນ​ໃຫ້​ກັບ​ຜູ້​ໃຊ້​ງານ.

cicret-smart-bracelet-620x401

​ເຖິງ​ຢ່າງ​ໃດ​ກໍ​ຕາມ ສາຍ​​ແຂນ Cicret ນີ້ຍັງ​ບໍ່ພ້ອມ​ສຳລັບ​ການ​ເປີດ​ຕົວ ​ເຊິ່ງ​ໃນ​ຕອນ​ນີ້ອຸປະກອນ​ດັ່ງກ່າວ​ຍັງ​ເປັນ​ຕົວ​ຕົນ​ແບບ​ຢູ່ ​ແລະ ທີ​ມງານທີ່​ອອກ​ແບບ​​ເອງ​ກໍ​ຍັງ​ພະຍາຍາມຊອກ​ທຶນ​ເພີ່ມ​ເຕີມ​ເພື່ອ​ທີ່​ຈະ​ມາ​ພັດທະນາ​ອຸປະກອນ​​​ເຄື່ອງນີ້ຕໍ່​ໄປ​ອີກ​ດ້ວຍ ​ແຕ່​ວີ​ດີ​ໂອ​ ​ແລະ ສື່​ຕ່າງໆຢູ່​ໃນ​ທາງ​ອິນ​ເຕີ​ເນັດ ກໍ​ໄດ້​ຊີ້​ໃຫ້​ເຫັນ​ວ່າ​ເຕັກ​ໂນ​ໂລ​ຊີ​ດັ່ງກ່າວ​ນັ້ນ ​​ແມ່ນ​ເຂົ້າທີ່​ເຂົ້າທາງ​ແລ້ວ ​ເຊິ່ງ Guillaume Pommier ຜູ້ກໍ່ຕັ້ງບໍລິສັດ Cicret Bracelet ​ໄດ້​ເວົ້າ​ວ່າ: ທາງ​ບໍລິສັດ​ຄາດ​ຫວັງ​ວ່າ​ຈະ​ປ່ອຍ​ສາຍ​ແຂນ Cicret ນີ້​ເຂົ້າສູ່​ຕະຫຼາດ​ໃນ​ເວລາໜຶ່ງປີ​ເຄິ່ງ ດ້ວຍ​ລາຄາ​ປະມານ 400 ຫຼຽນສະຫະລັດ.

The-Cicret-Bracelet

 

ຖ້າ​ຫາກ​ວ່າ​ເຕັກ​ໂນ​ໂລ​ຊີ​ນີ້​ສາມາດ​ພິສູດ​ໄດ້​ວ່າ ສາມາດ​ໃຊ້​ງານ​ໄດ້​ແທ້​ແລ້ວນັ້ນ. ຄວາມ​ຄິດ​ດັ່ງກ່າວກໍ​ນັບ​ເປັນໜຶ່ງ​ໃນ​ແນວ​ຄວາມ​ຄິດ​ທີ່ ບໍລິສັດ​ຕ່າງໆອີກຫຼາກຫຼາຍຈະ​ໃຫ້​ຄວາມ​ສົນ​ໃຈ​ດ້ວຍ​ເຊັ່ນ​ກັນ ​ເຊິ່ງກໍ​ຄົງ​ຈະ​ເປັນ​ການ​ແຂ່ງຂັນ​ການ​ໃຊ້​ພື້ນທີ່​ແຂນ​ທີ່​ພວກ​ເຮົາ​ຈະ​ຕ້ອງ​ຈັບ​ຕາ​ເບິ່ງ​ໄວ້​ໃຫ້​ດີ ​ເພາະ​ນີ້ຄື​ນະ​ວັດຕະ​ກຳ​ໃໝ່ທີ່​ເຮົາ​ຈະ​ຕ້ອງ​ໄດ້ນຳ​ໃຊ້​ມັນ.

cicret-smart-bracelet-2-620x348

 ກົດເບິ່ງວິດີໂອ

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...