spot_img
Homeຂ່າວພາຍ​ໃນຕຳຫຼວດໄລ່ຈັບຄົນ ແລ້ວມອບເງິນໃຫ້

ຕຳຫຼວດໄລ່ຈັບຄົນ ແລ້ວມອບເງິນໃຫ້

Published on

 

ໃນເມືອງ Kansas USA ຕຳຫຼວດຂັບລົດແລ່ນເປີດໄຟ ສັນຍານຕ້ອງການທີ່ຈະໃຫ້ຄົນຂັບລົດ ໄດ້ຮັບຄວາມສຸກໃນເດືອນແຫ່ງການສະເຫຼີມສະຫຼອງນີ້ ຫຼັງຈາກທີ່ມີຜູ້ໃຈບຸນໄດ້ຈ້າງໃຫ້ຕຳຫຼວດ ໃນເມືອງລັດລົດໃຫ້ຈອດຂ້າງທາງ ແລະມອບເງິນຈຳນວນ 100 ໂດລາ ໃຫ້ ແທນທີ່ຈະເປັນໃບສັ່ງ.

secret-santa

ຜູ້ໃຈບຸນຜູ້ນີ້ໄດ້ມອບເງິນຈຳນວນທັງໝົດ 100,000 ໂດລາ ເຂົາເປັນນັກທຸລະກິດຜູ້ລ່ຳລວຍຈາກ Missouri ຮູ້ຈັກກັນໃນນາມວ່າ ຊານຕາຄລອສເລິກລັບ (Secret Santa) ຜູ້ທີ່ເຄີຍບໍລິຈາກເງິນຈຳນວນເທົ່າກັນນີ້ ໃນທຸກຊ່ວງວັນຢຸດສະຫຼອງຕ່າງໆ ໃນປີນີ້ເຂົາໄດ້ໃຫ້ເຈົ້າໜ້າທີ່ຕຳຫຼວດ ຊ່ວຍຫາຜູ້ຂັບຂີ່ທີ່ຍຸກຍາກ ໂດຍເບິ່ງຈາກສະພາບຂອງລົດ ທີ່ຜູ້ຂັບຂີ່ຜູ້ນັ້ນຂັບ ຫຼັງຈາກນັ້ນກໍໂບກລົດເຂົ້າຂ້າງທາງ ແລະຍື່ນເງິນຈຳນວນ 100 ໂດລາໃຫ້.

police2

ການກະທຳດັ່ງກ່າວສົ່ງຜົນໃຫ້ຜູ້ຂັບຂີ່ບາງຄົນ ເຖິງຂັ້ນກັ້ນນ້ຳຕາບໍ່ຢູ່ແລ້ວຮ້ອງໄຫ້ອອກມາ ດ້ວຍຄວາມຊາບຊື້ງ ເຊິ່ງບໍ່ພຽງແຕ່ທີ່ຈະໃຫ້ຜູ້ຂັບຂີ່ ໄດ້ຮັບຄວາມສຸກເຫຼົ່ານີ້ ຊານຕາຄລອສເລິກລັບເອງກໍຢາກໃຫ້ຕຳຫຼວດ ໄດ້ຮັບຄວາມສຸກຈາກການໄດ້ມອບສິ່ງດີໆ ເຫຼົ່ານີ້ໃຫ້ຜູ້ທຸກຍາກດັ່ງກ່າວເຊັ່ນກັນ.

hug

ທ່ານຢາກຈະເປັນຄືຊານຕາຄລອສ ເລິກລັບເພື່ອຊ່ວຍເຫຼືອຜູ້ທຸກຍາກ ໃນໄລຍະສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ບໍ? ສົ່ງເລື່ອງລາວດີໆ ຈັ່ງຊີ້ໃຫ້ໝູ່ເພື່ອນແລະຄົນທີ່ທ່ານຮັກ ບາງເທື່ອເຂົາເຫຼົ່ານັ້ນອາດຈະເຮັດອິງຫຍັງດີໆ ຄືຊານຕາຄລອສເລິກລັບຜູ້ນີ້ເຮັດ ກໍເປັນໄດ້.

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...