spot_img
Homeຂ່າວພາຍ​ໃນຫຼາຍເພຈໃນລາວຖືກແອບອ້າງ!

ຫຼາຍເພຈໃນລາວຖືກແອບອ້າງ!

Published on

ເຕືອນໄພ! ທາງສື່ສັງຄົມອອນລາຍ ປັດຈຸບັນໄດ້ມີກຸ່ມຄົນບໍ່ດີ ຫຼື ມິດສາຊີບ ພະຍາຍາມສ້າງເພຈປອມຂອງສຳນັກຂ່າວຕ່າງໆຂຶ້ນຫຼາຍ.

ເມື່ອ 2 ອາທິດທີ່ຜ່ານມານີ້, ຜູ້ນຳໃຊ້ສື່ສັງຄົມອອນລາຍພົບເຫັນເພຈປອມທີ່ແອບອ້າງເປັນເພຈຂອງສຳນັກຂ່າວເພື່ອຍິງໂຄສະນາຂາຍສິນຄ້າຕ່າງໆ ໂດຍໄດ້ນຳໃຊ້ໂລໂກ້, ພາບໜ້າປົກ, ຂໍ້ມູນຂ່າວລົງໃນເພຈປອມເພື່ອໃຫ້ຜູ້ອ່ານເຊື່ອຖື ຫຼັງຈາກນັ້ນແມ່ນຍິງໂຄສະນາ ແລະ ໂພສຂາຍສິນຄ້າລາຄາຖືກ ເພື່ອເປັນການຕົວະຍົວະຕົ້ມຕຸ໋ນ ແລະ ແຮັກຂໍ້ມູນຂອງປະຊາຊົນທີ່ຕົກເປັນເຫຍື່ອ.

ຈາກການກວດສອບຂອງທີມງານລາວໂພສຫຼ້າສຸດ ໃນວັນທີ 28 ເມສາ 2025, ສຳລັບເພຈປອມທີ່ທາງກຸ່ມຄົນໄດ້ສັ້າງຂຶ້ນມີຈຳນວນດັ່ງນີ້: ເພຈລາວໂພສ ຈຳນວນ 5 ບັນຊີ , ເພຈໜັງສືພິມລາວພັດທະນາ 12 ບັນຊີ, ເພຈໂທລະໂຄ່ງ ຈຳນວນ 6 ບັນຊີ ແລະ ເພຈປະກາດ ຈຳນວນ 4 ເພຈ. ເຊິ່ງປັດຈຸບັນໄດ້ມີການກົດລາຍງານ (Report) ເພຈດັ່ງກ່າວ ຈົນຈຳນວນເພຈປອມຫຼຸດໜ້ອຍລົງ, ແຕ່ກໍຍັງມີບາງເພຈທີ່ຍັງຄົງຢູ່.ຄວາມແຕກຕ່າງລະຫວ່າງເພຈປອມ ແລະ ເພຈແທ້ ມີດັ່ງນີ້:

ວີທີການກົດງາຍງານ  (Report) ເພຈປອມມີຂັ້ນຕອນຄື:

  • ໜ້າທີ 1: ເປີດໜ້າເພຈທີ່ຈະກົດລາຍງານແລ້ວ ກົດເຂົ້າໄປ 3 ຈ້ຳ ຢູ່ມຸມດ້ານຂົວລຸ່ມ
  • ໜ້າທີ 2: ເມື່ອກົດເຂົ້າໄປແລ້ວໃຫ້ກົດໄປທີ່ ລາຍງານເພຈ
  • ໜ້າທີ 3: ໃຫ້ກົດຄຳວ່າບາງຢ່າງກ່ຽວກັບເພຈນີ້
  • ໜ້າທີ 4: ໃຫ້ກົດທີ່ຄຳວ່າ ການຫຼອກລວງ ການສໍ້ໂກງ ຂໍ້ມູນເທັດ
  • ໜ້າທີ 5 ໃຫ້ກົດຄຳວ່າ ການຫຼອກລວງຕົ້ມຕຸ໋ນ
  • ໜ້າທີ 6: ໃຫ້ຕິກຖືກໃນຊ່ອງຫວ່າງ ຢູ່ດ້ານລຸ່ມຂວາມື ແລ້ວກົດສົ່ງເົທ່ານີ້ກໍສາມາດກົດລາຍງານເພຈປອມໄດ້ແລ້ວ.

ທ້າຍນີ້ຝາກເຕືອນພໍ່ແມ່ປະຊາຊົນຜູ້ທີ່ໃຊ້ສື່ສັງຄົມອອນລາຍໃຫ້ມີສະຕິລະມັດລະວັງ ແລະ ໃຫ້ສັງເກດເບິ່ງຢ່າງລະອຽດ ເພື່ອຈະບໍ່ໄດ້ຕົກເປັນເຫຍື່ອມິດສາຊີບ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...