spot_img
Homeຂ່າວພາຍ​ໃນສົມເດັດພະເທບ ຢ້ຽມຢາມໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ທີ່ແຂວງວຽງຈັນ.

ສົມເດັດພະເທບ ຢ້ຽມຢາມໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ທີ່ແຂວງວຽງຈັນ.

Published on

ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງຣາຊະອານາຈັກໄທ ຢ້ຽມຢາມໂຮງຮຽນວັດທະນະທໍາ ປກສ

ຕອນບ່າຍວັນທີ 23 ເມສາ 2025 , ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ໄດ້ເຄື່ອນຢ້ຽມຢາມໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເຂົ້າຮ່ວມພິທີເປີດນໍາໃຊ້ອາຄານຫຼັງໃໝ່ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 21-24 ເມສາ 2025, ໃຫ້ກຽດຕ້ອນຮັບໂດຍ ພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ, ພ້ອມດ້ວຍຄະນະ, ມີອໍານວຍການ, ຄູ-ອາຈານ, ນັກຮຽນໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ການຕ້ອນຮັບຢ່າງສົມກຽດ.

ໂອກາດນີ້, ພົນໂທ ກົງທອງ ພົງວິຈິດ ຕາງໜ້າ ຄູ-ອາຈານ ແລະ ນັກຮຽນ ໄດ້ລາຍງານກ່ຽວກັບການເຄື່ອນໄຫວຕ່າງໆ ແລະ ແຜນການພັດທະນາ ຂອງໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ພາຍໃຕ້ການສະໜັບສະໜູນ ຊ່ວຍເຫຼືອໃນໂຄງການພະຣາດຊະດໍາຣິ ຂອງສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ໃຫ້ຮູ້ວ່າ: ໃນຕະຫຼອດໄລຍະ 33 ປີຜ່ານມາ ນັບແຕ່ປີ 1992 ເຖິງ ປັດຈຸບັນ, ໂຮງຮຽນແຫ່ງນີ້ໄດ້ຮັບທຶນການສະໜັບສະໜູນຊ່ວຍເຫຼືອພາຍໃຕ້ໂຄງການພະຣາດຊະດໍາຣິ ຂອງ ກົມສົມເດັດພະເທບ, ໂຮງຮຽນ ວັດທະນະທໍາປ້ອງກັນຄວາມສະຫງົບແຫ່ງນີ້ໄດ້ມີການພັດທະນາ ແລະ ມີໃບໜ້າອັນໃໝ່ໃນຫຼາຍໆດ້ານ ເປັນຕົ້ນແມ່ນ: ມີຫໍພັກສິຣິນທອນ 4 ຫຼັງ, ອາຄານຮຽນສີຣິນທອນ 1 ຫຼັງ, ເຮືອນຄົວນັກຮຽນ 1 ຫຼັງ, ອາຄານຮຽນຄອມພິວເຕີ 2 ຫຼັງ ຄື: ເຮືອນຮຽນຮູ້ສິຣິນທອນ, ເຮືອນຮຽນຮູ້ເລີດມິດ, ອາຄານທົດລອງ ດ້ານວິທະຍາສາດ ແລະ ອຸປະກອນທົດລອງ ຄົບຊຸດ ມີຊື່ວ່າ: ອາຄານໝັ້ນມິດ, ຕິດຕັ້ງເຄືອຄ່າຍສັນຍານອິນເຕີເນັດ, ວາຍຟາຍ, ມີໜອງປາ 8 ໜອງ ແລະ ອື່ນໆ.

ໃນໂອກາດທີ່ ກົມສົມເດັດພະເທບ ສະເດັດຢ້ຽມຢາມທາງການ ສປປ ລາວ ໃນປີ 2024 ຜ່ານມາ ກໍໄດ້ສະເດັດ ຢ້ຽມຢາມໂຮງຮຽນແຫ່ງນີ້ ແລະ ກົມສົມເດັດພະເທບ ຍັງໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອສ້າງຫ້ອງການຄູ 1 ຫຼັງ, ຫໍພັກຍິງ 1 ຫຼັງ ແລະ ມອບອຸປະກອນຮັບໃຊ້ການຮຽນ-ການສອນ (ເຄື່ອງສາຍໂປຼເຈັກເຕີ້ ຈໍານວນ 10 ເຄື່ອງ) ລວມມູນຄ່າ: 2.735.300 ບາດ (ສອງລ້ານເຈັດແສນສາມສິບຫ້າພັນສາມຮ້ອຍບາດ ). ທັງສອງອາຄານນີ້ແມ່ນໄດ້ເລີ່ມ ລົງມືກໍ່ສ້າງນັບຕັ້ງແຕ່ທ້າຍເດືອນ ມີນາ ເຖິງ ທ້າຍເດືອນ ຕຸລາ 2024 ແມ່ນສໍາເລັດ ລວມມູນຄ່າການກໍ່ສ້າງທັງໝົດ 2.231.000 ບາດ (ສອງລ້ານສອງແສນສາມສິບເອັດພັນບາດ). ນອກຈາກນັ້ນ, ຍັງໄດ້ຮັບການຊ່ວຍເຫຼືອໃນການ ສ້ອມແປງໂຮງງານນໍ້າດື່ມໃນປີ 2024 ລວມມູນຄ່າການສ້ອມແປງແມ່ນ 230,000 ບາດ, ພິເສດ, ໂຮງຮຽນຍັງໄດ້ຮັບທຶນການສຶກສາລະດັບ ປະລິນຍາຕີ ເພື່ອໄປສຶກສາຕໍ່ ຢູ່ທີ່ ຣາຊະອານາຈັກໄທ ຈຳນວນ 08 ທຶນ ມີ: ສາຂາ ໄອທີ 05 ທຶນ ແລະ ນິຕິ ວິທະຍາສາດ 03 ທຶນ.

ສະນັ້ນ, ເພື່ອຕອບສະໜອງຕໍ່ວຽກງານການຮຽນ-ການສອນ ໃນໄລຍະໃໝ່ ກໍຄືການບຳລຸງກໍ່ສ້າງນັກຮຽນໃຫ້ມີຄຸນນະພາບ ແລະ ມີຄວາມຮູ້ຄວາມສາມາດທຽບເທົ່າກັບສາກົນ, ໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ໄດ້ວາງ ທິດທາງແຜນການໃນຕໍ່ໜ້າເປັນຕົ້ນ: ການບໍລິຫານຈັດການ, ການຮຽນ-ການສອນ, ວຽກງານໂພຊະນາການ ແລະ ວຽກງານກາຍຍະກໍາ ແລະ ສິລະປະວັນນະຄະດີ ເພື່ອປັບປຸງພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກໃນດ້ານຕ່າງໆ ເປັນຕົ້ນແມ່ນ: ການກໍ່ສ້າງອາຄານຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ມີຄວາມທັນສະໄໝ, ສ້າງ ແລະ ປັບປຸງ ເສັ້ນທາງແຕ່ເສັ້ນທາງເລກທີ 13 ເໜືອ ຫາ ໂຮງຮຽນ, ກໍ່ສ້າງກຳແພງ, ສ້ອມແປງ ແລະ ບຳລຸງຮັກສາໂຮງງານ ນໍ້າດື່ມໃຫ້ນໍາໃຊ້ໄດ້ຢ່າງຕໍ່ເນື່ອງ, ຕິດຕັ້ງກ້ອງວົງຈອນປິດ ແລະ ອື່ນໆ.

ເນື່ອງໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້, ພົນໂທ ກົງທອງ ພົງວິຈິດ ຕາງໜ້າຄູ-ອານຈານ ແລະ ນັກຮຽນ ຂໍສະແດງ ຄວາມຂອບໃຈເປັນຢ່າງສູງ ແລະ ຮູ້ບຸນຄຸນ ມາຍັງ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ໂຮງຮຽນວັດທະນະທໍາປ້ອງກັນຄວາມ ສະຫງົບ ໃນຕະຫຼອດໄລຍະຜ່ານມາ ທັງໝົດເຫຼົ່ານີ້ລ້ວນແຕ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມ, ບຳລຸງກໍ່ສ້າງຊັບພະຍາກອນມະນຸດ ຂອງ ສປປ ລາວ ໃຫ້ນັບມື້ນັບເຂັ້ມແຂງ ເຮັດໃຫ້ໂຮງຮຽນແຫ່ງນີ້ມີໃບໜ້າອັນໃໝ່ຍິ່ງໃຫຍ່ ກວ່າເກົ່າ ແລະ ໄດ້ຮັບຜົນສໍາເລັດໃນທຸກໆດ້ານເປັນກ້າວໆມາ ແລະ ຫວັງຢ່າງຍິ່ງວ່າ ໂຄງການອັນເນື່ອງມາຈາກ ພະຣາດຊະດໍາຣິ ຂອງ ກົມສົມເດັດພະເທບ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນໃນໂອກາດຕໍ່ໆໄປ. ພ້ອມດຽວກັນນີ້, ກໍຫວັງຢ່າງຍິ່ງວ່າ ຈະໄດ້ມີໂອກາດຖວາຍການຕ້ອນຮັບການສະເດັດຢ້ຽມຢາມ ຂອງ ກົມສົມ ເດັດພະເທບ ໃນໂອກາດໜ້າຕື່ມອີກ.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...