spot_img
Homeຂ່າວພາຍ​ໃນປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

Published on

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ.

ໃນຕອນບ່າຍຂອງວັນທີ 22 ເມສາ 2025, ທີ່ ສະພາແຫ່ງຊາດ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ (ກົມສົມເດັດພະເທບ), ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 21-24 ເມສາ 2025.

ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການສະເດັດມາຢ້ຽມຢາມ ສປປ ລາວ ຂອງກົມສົມເດັດພະເທບ ໃນແຕ່ລະຄັ້ງ ລວມທັງໃນຄັ້ງນີ້ ແມ່ນມີຄວາມຫມາຍສໍາຄັນທີ່ສຸດ ເພາະໄດ້ປະກອບສ່ວນອັນສຳຄັນເຂົ້າໃນການສົ່ງເສີມມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ໄທ ໃຫ້ນັບມື້ນັບເລິກເຊິ່ງ ແລະ ແໜ້ນເເຟ້ນຍິ່ງໆຂື້ນໄປເລື້ອຍໆ, ທັງຍັງເປັນການຢ້ຽມຢາມທີ່ມີຄວາມໝາຍຄວາມສໍາຄັນທາງດ້ານປະຫວັດສາດ ແຫ່ງ ການພົວພັນລະຫວ່າງສອງປະເທດ ເພາະເປັນປີ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຂອງສອງປະເທດ ລາວ-ໄທ ແລະ ຍັງເປັນປີມະຫາມຸງຄຸນ ວັນຄ້າຍວັນພະຣາຊະສົມພົບຂອງ ກົມສົມເດັດພະເທບ ຄົບຮອບ 70 ພັນສາ ທີ່ຫາກໍ່ຜ່ານພົ້ນໄປເມື່ອບໍ່ດົນມານີ້ (2 ເມສາ 1955 – 2 ເມສາ 2025), ຊຶ່ງ ພະນະທ່ານ ທອງລຸນ ສີສຸລິດ ກໍ່ໄດ້ຖືໂອກາດນີ້ ຖວາຍພະພອນໄຊຍະມຸງຄຸນວັນຄ້າຍວັນພະຣາຊະສົມພົບ ແດ່ກົມສົມເດັດພະເທບ.

ພ້ອມນີ້, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ, ພະຣາຊີນີ ແລະ ພະບໍລົມວົງສານຸວົງທຸກພະອົງ, ພ້ອມທັງສົ່ງຄໍາເຊື້ອເຊີນ ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ພະຣາຊີນີ ສະເດັດເປັນປະທານຮ່ວມໃນພິທີເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ໃນທ້າຍປີນີ້ ແລະ ຖືໂອກາດສະເດັດຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ເພື່ອເປັນສິຣິມຸງຄຸນ ໃຫ້ແກ່ການພົວພັນ ແລະ ຮ່ວມມື ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ, ທັງເປັນການສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ ຄົບຮອບ 75 ປີ ໃນປີ 2025 ນີ້.

ໃນໂອກາດດັ່ງກ່າວ, ພະນະທ່ານ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ລັດຖະບານ ກໍຄື ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງຍິ່ງ ທີ່ ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ, ລວມທັງ ກົມສົມເດັດພະເທບ, ນາຍົກລັດຖະມົນຕີ ແລະ ການນຳທ່ານອື່ນໆ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ຕໍ່ການຈາກໄປຢ່າງບໍ່ມີວັນກັບຄືນມາ ຂອງ ພະນະທ່ານ ພົນເອກ ຄຳໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດແຫ່ງ ສປປ ລາວ, ພ້ອມທັງໄດ້ສົ່ງຜູ້ຕາງໜ້າລັດຖະບານ ແຫ່ງ ຣາຊະອານາຈັກໄທ ມາໄວ້ອາໄລ ແລະ ຮ່ວມພິທີຊາປະນະກິດ. ນອກນີ້, ຍັງໄດ້ສະແດງຄວາມເຫັນໃຈ ຕໍ່ເຫດເເຜ່ນດິນໄຫວ ຢູ່ ຣາຊະອານາຈັກໄທ ໃນວັນທີ 28 ມີນາ 2025 ຜ່ານມາ, ຊຶ່ງໄດ້ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ, ເສຍຊີວິດ, ສູນຫາຍ ແລະ ຊັບສິນຂອງປະຊາຊົນ ແລະ ພື້ນຖານໂຄງລ່າງຈຳນວນໜຶ່ງ ໄດ້ຮັບຄວາມເສຍຫາຍ.

ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕີລາສູງຕໍ່ການພົວພັນ ແລະ ຮ່ວມມື ລາວ-ໄທ ທີ່ໄດ້ມີການຜັນຂະຫຍາຍ ແລະ ເຕີບໃຫຍ່ຂະຫຍາຍຕົວ ຕະຫຼອດໄລຍະ 75 ປີ ຜ່ານມາ, ຊຶ່ງກວມເອົາທຸກຂົງເຂດວຽກງານ ຜ່ານກົນໄກການຮ່ວມມືຕ່າງໆ ນັບແຕ່ຂັ້ນສູນກາງຮອດທ້ອງຖິ່ນ, ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ ສະແດງຄວາມຂອບໃຈຢ່າງສູງ ຕໍ່ບັນດາໂຄງການ ອັນເນື່ອງມາຈາກພະຣາຊະດໍາຣິຂອງບັນດາພະບໍຣົມວົງສານຸວົງ ແຫ່ງ ຣາຊະອານາຈັກໄທ ທຸກພະອົງ ໂດຍສະເພາະໂຄງການຂອງ ກົມສົມເດັດພະເທບ ທີ່ຖືວ່າເປັນການຮ່ວມມືທີ່ມີປະໂຫຍດສູງ, ນໍາເອົາຜົນປະໂຫຍດ ແລະ ບົດຮຽນຜົນສໍາເລັດຕົວຈິງໃນການພັດທະນາມາໃຫ້ແກ່ ສປປ ລາວ ເປັນຕົ້ນແມ່ນ: ການພັດທະນາທາງດ້ານກະສິກໍາ, ການສຶກສາ, ສາທາລະນະສຸກ, ສິ່ງແວດລ້ອມ, ພື້ນຖານໂຄງລ່າງຕ່າງໆ, ເຕັກໂນໂລຊີ ແລະ ອື່ນໆ.

ໃນໂອກາດດຽວກັນ, ກົມສົມເດັດພະເທບ ກໍ່ໄດ້ສະແດງຄວາມປິຕິຍິນດີຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ຮູ້ສຶກດີໃຈເປັນຢ່າງຍິ່ງທີ່ໄດ້ສະເດັດມາຢ້ຽມຢາມ ສປປ ລາວ ອີກຄັ້ງ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ທີ່ເຫັນວ່າ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ສະແດງຄວາມເຫັນດີເປັນເອກະພາບຕໍ່ການຕີລາຄາການພົວພັນຮ່ວມມືລະຫວ່າງ ໄທ-ລາວ ຂອງ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ແລະ ຍັງໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ຣາຊະອານາຈັກໄທ ແລະ ສປປ ລາວ ໃຫ້ໄດ້ຮັບການພັດທະນາ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.

ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ
ພາບ: ກົມສື່ມວນຊົນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ

ບົດຄວາມຫຼ້າສຸດ

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...