spot_img
Homeຂ່າວຢາເສບຕິດຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

Published on

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ໃນຄັ້ງວັນທີ 21 ເມສາ 2025 ນີ້, ເຈົ້າໜ້າທີ່ຕໍາຫຼວດປະຈໍາຈຸດກວດການໍ້າເກິ່ງ ເມືອງຕົ້ນເຜິ້ງ ໄດ້ເຮັດວຽກກວດກາລົດເປັນປົກກະຕິ ຈົນມາຮອດເວລາປະມານ 06 ໂມງ 30 ນາທີ ໄດ້ມີລົດບັນທຸກສິບລໍ້, ສີຂາວ, ຍີ່ຫໍ້ HOWO ຂັບຂີ່ລົດມາແຕ່ທາງຕົ້ນເຜິ້ງ ພໍມາຮອດຈຸດກວດກາ ທາງເຈົ້າໜ້າທີ່ໄດ້ໃຫ້ສັນຍານຈອດລົດ ເພື່ອຂໍອະນຸຍາດກວດກາ ແຕ່ຜູ້ຂັບຂີ່ບໍ່ຍອມຈອດ ແລ້ວຂັບຂີ່ຜ່ານດ່ານ.

ດັ່ງນັ້ນ, ທາງເຈົ້າໜ້າທີ່ຈຶ່ງໄດ້ຕິດຕາມໄປ ໄດ້ພົບເຫັນລົດຄັນດັ່ງກ່າວ ຈອດໄວ້ຂ້າງທາງ ຫ່າງຈາກຈຸດກວດກາປະມານ 300 ແມັດ ທາງເຈົ້າໜ້າທີ່ຈຶ່ງເຂົ້າໄປກວດກາ ແລ້ວພົບເຫັນວ່າລົດຄັນດັ່ງກ່າວແມ່ນບັນທຸກຢາເສບຕິດ ແຕ່ບໍ່ພົບເຫັນຜູ້ຂັບຂີ່. ຈາກນັ້ນ, ຈຶ່ງໄດ້ນຳເອົາລົດຄັນດັ່ງກ່າວໄປກວດຄົ້ນຢູ່ກອງບັນຊາການ ປກສ ແຂວງ ບໍ່ແກ້ວ ຈຶ່ງພົບເຫັນຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ ສ່ວນຜູ້ຂັບຂີ່ລົດຄັນດັ່ງກ່າວແມ່ນໄດ້ເອົາຕົວຫຼົບໜີ ປັດຈຸບັນທາງເຈົ້າໜ້າທີ່ວິຊາສະເພາະຂອງພວກເຮົາພວມດຳເນີນການສືບຄົ້ນຫາຕົວຜູ້ກ່ຽວ ມາສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງ ເຄືອຂ່າຍລາຍນີ້ມາດໍາເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.
ຂ່າວ: ປກສ ແຂວງບໍ່ແກ້ວ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...