Homeຂ່າວອຸບັດຕິເຫດ7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

Published on

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025.

ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ ປກສ ກ່ຽວກັບການຈັດຕັ້ງປະຕິບັດວຽກງານປ້ອງກັນ, ສະກັດກັ້ນອຸບັດຕິເຫດຈະລາຈອນທາງບົກ ໄລຍະການສະເຫຼີມສະຫຼອງປີໃໝ່ລາວ 2568 ຂອງກໍາລັງຕໍາຫຼວດຈະລາຈອນ ທົ່ວປະເທດ ໄລຍະ 7 ວັນອັນຕະລາຍ ລະຫວ່າງວັນທີ 11-17​ ເມສາ 2025 ມີອຸບັດຕິເຫດເກີດຂຶ້ນ 313 ຄັ້ງ ທຽບໃສ່ໄລຍະດຽວກັນໃນປີ 2024 ຫຼຸດລົງ 3 ຄັ້ງ ເສຍຊີວິດ 26 ຄົນ ຫຼຸດລົງ 7 ຄົນ.

ທ່ານຍັງໄດ້ກ່າວຕື່ມວ່າ: ເຖິງວ່າກຳລັງຕຳຫຼວດຈະລາຈອນທົ່ວປະເທດ ຈະເອົາໃຈໃສ່ປະຕິບັດໜ້າທີ່ຢ່າງເຂັ້ມງວດແລ້ວກໍຕາມ ແຕ່ກໍຍັງມີອຸບັດຕິເຫດເກີດຂຶ້ນ ເນື່ອງຈາກວ່າຜູ້ຂັບຂີ່ຈຳນວນໜຶ່ງຍັງມີການລະເມີດກົດຈະລາຈອນ ເຮັດໃຫ້ເປັນສາເຫດຂອງການເກີດອຸບັດເຫດ.

ແຂວງທີ່ເກີດອຸບັດຕິເຫດຫຼາຍແມ່ນ ແຂວງຈຳປາສັກ 40 ຄັ້ງ, ແຂວງວຽງຈັນ 38 ຄັ້ງ, ນະຄອນຫຼວງວຽງຈັນ 35 ຄັ້ງ ແຂວງທີ່ເສຍຊີວິດຫຼາຍແມ່ນ ແຂວງວຽງຈັນ 4 ຄົນ, ແຂວງສະຫວັນນະເຂດ 4 ຄົນ, ແຂວງຫຼວງພະບາງ 3 ຄົນ, ນະຄອນຫຼວງວຽງຈັນ 2 ຄົນ; ພາຫະນະທີ່ຮ່ວມເກີດອຸບັດຕິເຫດທີ່ເກີດຂຶ້ນຫຼາຍ 3 ອັນດັບແມ່ນ ລົດຈັກຕໍາລົດຈັກ 86 ຄັ້ງ, ລົດຈັກ ຕໍາລົດໃຫຍ່ 8 ຄັ້ງ, ລົດໃຫຍ່ຕໍາລົດໃຫຍ່ 29 ຄັ້ງ.

ສາເຫດອັນດັບ 1 ທີ່ພາໃຫ້ເກີດອຸບັດເຫດແມ່ນ ຄວາມໄວ 109 ກໍລະນີ ເສຍຊີວິດ 8 ຄົນ, ໃນຂະນະທີ່ດື່ມສິ່ງມຶນເມົາແລ້ວຂັບຂີ່ 75 ກໍລະນີ ເສຍຊີວິດ 14 ຄົນ ແລະ ບໍ່ປ່ອຍສິດ 50 ກໍລະນີ ເສຍຊີວິດ 3 ຄົນ.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...